ຈີນໝັ້ນໃຈ ພັດທະນາລະບົບ 5G ສໍາເລັດແລ້ວ ພ້ອມເປີດໃຫ້ບໍລິການ

57

ສໍານັກຂ່າວຊິນຫົວຂອງຈີນ ລາຍງານເມື່ອວັນພະຫັດ ທີ 23 ພຶດສະພາ ວ່າ ທ່ານເຫວິນຄູ່ ຜູ້ອໍານວຍການຝ່າຍໂທລະຄົມມະນາຄົມຂອງກະຊວງອຸດສາຫະກໍາ ແລະ ເທັກໂນໂລຢີຂໍ້ມູນຂ່າວສານຂອງຈີນ (Ministry of Industry and Information Technology-MIIT) ປະກາດ ເມື່ອວັນອັງຄານ ທີ 21 ພຶດສະພາ ຜ່າານມາ ວ່າ ປັດຈຸບັນ ລະບົບ 5G ຂອງປະເທດໄດ້ພັດທະນາຂຶ້ນມາຈົນສົມບູນ ແລະ ພ້ອມເປີດໃຫ້ບໍລິການແລ້ວ.

ທັງນີ້ ທ່ານເຫວິນ ລາຍງານວ່າ ຈີນໄດ້ຈັດສັນຄື້ນຄວາມຖີ່ 5G ແລ້ວຮຽບຮ້ອຍ ຂະນະທີ່ ບໍລິສັດດ້ານໂທລະຄົມມະນາຄົມລາຍສໍາຄັນຂອງປະເທດ ກໍ່ໄດ້ເປີດເຜີຍແຜນ 5G ຂອງບໍລິສັດ ແລະ ດໍາເນີນການທົດລອງດ້ານທີ່ກ່ຽວຂ້ອງແລ້ວ ແລະ ດ້ວຍຄວາມຮ່ວມມືຈາກທຸກຝ່າຍທີ່ກ່ຽວຂ້ອງ ຂະນະນີ້ ລະບົບອຸດສາຫະກໍາ 5G ຂອງປະເທດ ກໍ່ຢູ່ໃນລະດັບທີ່ສາມາດນໍາມາເປີດໃຫ້ບໍລິການ.

ທ່ານກ່າວອີກວ່າ ໃນຂັ້ນຕອນຕໍ່ໄປທາງກະຊວງຈະພັດທະນາໂຄງສ້າງທີ່ອໍານວຍຄວາມສະດວກຂອງນະໂຍບາຍ ພ້ອມສະໜັບສະໜຸນບໍລິສັດທີ່ກ່ຽວຂ້ອງໃຫ້ສ້າງເຄືອຂ່າຍຕ່າງໆ ເພີ່ອສ້າງສະພາບແວດລ້ອມທີ່ອໍານວຍແກ່ການໃຊ້ວຽກ ແລະ ພັດທະນາລະບົບ 5G.

ຫຼາຍປີທີ່ຜ່ານມາ ກິດຈະການຫຼາຍແຫ່ງໃນຈີນ ຕ່າງກໍ່ມີສ່ວນຮ່ວມໃນການຈັດການດ້ານໂທລະຄົມມະນາຄົມລະດັບໂລກ ພ້ອມທັງເປັນສ່ວນໜຶ່ງຂອງການສ້າງເຄືອຂ່າຍການສົ່ງເສີມ ແລະ ການພັດທະນາອຸດສາຫະກໍາ 5G ອີກດ້ວຍ.

ທ່ານເຫວິນ ກ່າວໄລຍະທ້າຍວ່າ ຈີນໄດ້ເນັ້ນຢໍ້າໃຫ້ບໍລິສັດຕ່າງໆຂອງຈີນ ທີ່ລົງທຶນໃນຕ່າງປະເທດເຄົາລົບ ແລະ ເຮັດຕາມກົດໝາຍຂອງປະເທດເຫຼົ້ານັ້ນສະເໝີມາ ແລະ ຫວັງວ່າຕ່າງຊາດເອງກໍ່ຈະເຄົາລົບ ແລະ ປະຕິບັດຕໍ່ບໍລິສັດຂອງຈີນຢ່າງເທົ່າທຽມ ແລະ ຍຸຕິທໍາຕໍ່ກັນ ເພື່ອເສີມສ້າງ ແລະ ພັດທະນາອຸດສາຫະກໍາໂທລະຄົມມະນາຄົມຂອງໂລກຮ່ວມກັນຢ່າງສັນຕິ.