ຍົກລະດັບດ້ານຄວາມປອດໄພຂອງບັນດາທະນາຄານ

95

ສະມາຄົມທະນາຄານລາວ ຮ່ວມກັບ ສໍານັກງານສະວິຟ ( SWIFT ) ແຫ່ງອິນ ດູຈີນ ທີ່ຮັບຜິດຊອບ ສປປ ລາວ,           ສສ ຫວຽດນາມ ແລະ ກໍາປູເຈຍ ຈັດກອງປະຊຸມສໍາມະນາໃນຫົວຂໍ້ “ ການນໍາໃຊ້ລະບົບຄວາມປອດໄພໃຫ້ແກ່ລູກຄ້າສະບັບປັບປຸງໃໝ່ ( Customer Security Program ) ຈຸດປະສົງເພື່ອຍົກລະດັບຄວາມສາມາດຂອງທະນາຄານທຸລະກິດທີ່ນໍາໃຊ້ລະບົບ GPI ( Global Payment Innovation ) ແລະ ຮຽນຮູ້ຂໍ້ມູນທີ່ຈໍາເປັນຂອງບັນດາທະນາຄານທີ່ນຳໃຊ້ SWIFT ໃນຍຸກ 4.0 ໃຫ້ທັນຕໍ່ຄວາມຕ້ອງການຂອງລູກຄ້າ ແລະ ຮັບມືກັບສິ່ງທ້າທາຍໃນລະບົບຊໍາລະສະສາງຂ້າມແດນດ້ວຍຄວາມປອດໄພ.

ທ່ານ ນາງ ແສງດາວອນ ບັງອອນແສງເດດ ເລຂາທິການສະມາຄົມທະນາຄານ ກ່າວວ່າ: ຈຸດປະສົງຂອງການສໍາມະນາໃນຄັ້ງນີ້ກໍເພື່ອເຊີນເອົາບັນດາທະນາຄານທຸລະກິດທີ່ເປັນສະມາຊິກ ແລະ ບໍ່ແມ່ນສະມາຊິກຂອງສະມາຄົມໃນລາວທັງໝົດ 36 ທະນາຄານ ເຂົ້າຮ່ວມຮັບຟັງເພື່ອຍົກລະດັບຄວາມສາມາດຂອງທະນາຄານທີ່ນໍາໃຊ້ລະບົບໃຫ້ມີປະສິດທິພາບຫຼາຍຂຶ້ນໃນການນໍາໃຊ້ລະບົບ GPI ( Global Payment Innovation ). ພ້ອມກັນນັ້ນ, ພະນັກງານວິຊາການຂອງທະນາຄານທຸລະກິດ ກໍຈະໄດ້ຮຽນຮູ້ການນໍາໃຊ້ລະບົບ GPI ໃນປັດຈຸບັນແນວທາງການປະຕິບັດ, ລາຍລະອຽດຂໍ້ມູນທີ່ຈໍາເປັນຂອງບັນດາສະມາຊິກ SWIFT ນໍາອີກ.

ໂອກາດນີ້, ທ່ານ ນາງ Laetitia-Moncarz ຜູ້ຮັບຜິດຊອບຕະຫຼາດຊໍາລະສະສາງປະຈໍາອາຊຽນ ໄດ້ນໍາສະເໜີແຜນແມ່ບົດການພັດທະນານະວັດຕະກໍາການຊໍາລະສະສາງຜ່ານ SWIFT ເຊິ່ງໄດ້ລົງເລິກເຖິງຂັ້ນຕອນການເກັບກໍາຂໍ້ມູນລູກຄ້າ, ຂັ້ນຕອນການລາຍງານຂອງບັນດາທະນາຄານທຸລະກິດ ແລະ ອື່ນໆ ເຊິ່ງທ່ານກ່າວບາງຕອນສໍາຄັນວ່າ: ໂດຍອີງຕາມຜົນການເກັບກໍາຂໍ້ມູນການໂອນເງິນຜ່ານລະບົບນະວັດຕະກຳຊຳລະສະສາງໃນປີ 2018 ມີຈໍານວນເງິນ 40 ລ້ານໂດລາ ທີ່ໂອນຜ່ານທະນາຄານທຸລະກິດທົ່ວໂລກທີ່ເປັນສະມາຊິກຂອງ SWIFT. ດັ່ງນັ້ນ, ເພື່ອອໍານວຍຄວາມສະດວກໃຫ້ແກ່ບັນດາທະນາຄານທຸລະກິດສາມາດສະໜອງການບໍລິການໂອນເງິນລະຫວ່າງປະເທດມີ ຄວາມວ່ອງໄວຂຶ້ນ, ຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ ແລະ ສາມາດຂະຫຍາຍການບໍລິການໄດ້ຫຼາຍຮູບແບບ. ຂະນະດຽວກັນ, ທ່ານຍັງໄດ້ສະເໜີແຜນແມ່ບົດການພັດທະນານະວັດຕະກຳການຊໍາລະສະສາງຜ່ານ SWIFT ເຊິ່ງໄດ້ລົງເລິກເຖິງຂັ້ນຕອນການເກັບກໍາຂໍ້ມູນລູກຄ້າ, ຂັ້ນຕອນການລາຍງານຂອງບັນດາທະນາຄານທຸລະກິດ ທີ່ຈະໄດ້ຈັດຕັ້ງປະຕິບັດຕາມເງື່ອນໄຂຢ່າງຄົບຖ້ວນໃນປີ 2020.

ໃນງານສຳມະນາດັ່ງກ່າວບັນດາຜູ້ຕາງໜ້າຈາກທະນາຄານທຸລະກິດກໍໄດ້ຕັ້ງຂໍ້ຊັກຖາມເພື່ອໃຫ້ວິທະຍາກອນອະທິບາຍເພີ່ມຕື່ມ ເປັນຕົ້ນແມ່ນ: ກໍລະນີໂອນເງິນໄປແລ້ວຫາກເກີດມີຂໍ້ຜິດພາດຈະແກ້ໄຂແນວໃດ? ການສົ່ງເງິນຄືນແກ່ລູກຄ້າລວມທັງໄລຍະເວລາຂອງຈໍານວນເງິນທີ່ຈະຮອດປາຍທາງ, ຂໍ້ສະດວກໃນການນໍາໃຊ້ລະບົບ GPI ເພື່ອຕອບສະໜອງ ຄວາມຕ້ອງການຂອງລູກຄ້າ, ສິ່ງທ້າທາຍຂອງການໂອນເງິນຂ້າມແດນ ແລະ ອື່ນໆ.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນຕອນບ່າຍວັນທີ 21 ພຶດສະພາຜ່ານມາ ທີ່ໂຮງແຮມ ລາວ ພລາຊາ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ແສງດາວອນ ບັງອອນແສງເດດ ເລຂາທິການສະມາຄົມທະນາຄານ, ທ່ານ ນາງ Sharon Toh ຫົວໜ້າ SWIFT ປະຈໍາອາຊຽນ, ທ່ານ ນາງ Laetitia Moncarz ຜູ້ຮັບຜິດຊອບຕະຫຼາດຊໍາລະສະສາງປະຈໍາອາຊຽນ ພ້ອມດ້ວຍຜູ້ຕາງໜ້າຈາກທະນາຄານທຸລະກິດໃນລາວເຂົ້າຮ່ວມ.

 

[ ຂ່າວ: ສົມສະຫວິນ ]