ດ່ານພາສີສາກົນບໍ່ເຕັນ ເກັບລາຍຮັບໄດ້ແລ້ວ 31% ຂອງແຜນ

172

ບັນຍາກາດການນໍາເຂົ້າ – ສົ່ງອອກສິນຄ້າປະເພດນໍ້າມັນເຊື້ອໄຟ, ພາຫະນະ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກ – ບໍລິໂພກ ແລະ ອື່ນໆ ທີ່ຜ່ານດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາ ຄຶກຄື້ນກວ່າປີຜ່ານມາ, ໃນ 4 ເດືອນຕົ້ນປີ 2019 ສາມາດເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ແລ້ວ 83 ຕື້ກວ່າກີບ ເທົ່າກັບ 31,44% ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 19,40%, ສ່ວນລາຍຮັບໝົດປີດ່ານພາສີສາກົນບໍ່ເຕັນ ໄດ້ຮັບຕົວເລກມອບໝາຍ 264 ຕື້ກວ່າກີບ ຄາດຄະເນບັນລຸຕາມແຜນການ ຫຼື ລື່ນແຜນການ.

ທ່ານ ຄໍາສຸວັນ ວົງສິນນະສອນ ຫົວໜ້າດ່ານພາສີສາກົນບໍ່ເຕັນ ແຂວງ ຫຼວງນໍ້າທາ ໃຫ້ສຳພາດກັບທີມຂ່າວກະຊວງການເງິນ ວ່າ: ໃນປີ 2019 ດ່ານພາສີສາກົນບໍ່ເຕັນ ໄດ້ຮັບຕົວເລກແຜນການໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດທັງໝົດ 264 ຕື້ກີບ. ໃນນັ້ນ, ໄດ້ແບ່ງໃຫ້ບັນດາດ່ານທີ່ຂຶ້ນກັບ ຄື: ດ່ານພາສີສາກົນບໍ່ເຕັນ 263 ຕື້ກວ່າກີບ, ດ່ານພາສີທ້ອງຖິ່ນປາງໄຮ 24,9 ຕື້ກວ່າກີບ, ດ່ານພາສີທ້ອງຖິ່ນຊຽງກົກ 100 ລ້ານກີບ, ດ່ານພາສີທ້ອງຖິ່ນບ້ານມອມ 2 ຕື້ກີບ, ເຂດເສດຖະກິດພິເສດບໍ່ເຕັ່ນແດນງາມ 1 ຕື້ກີບ. ມາຮອດປັດຈຸບັນ ( 4 ເດືອນ ນັບແຕ່ເດືອນ 1 – 4/2019 ) ປີ 2019 ດ່ານພາສີສາກົນບໍ່ເຕັນ ສາມາດຈັດເກັບລາຍຮັບໄດ້ທັງໝົດ 83 ຕື້ກວ່າກີບ ທຽບໃສ່ແຜນການປີປະຕິບັດໄດ້ 31,44% ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 19,40% ເຊິ່ງລາຍຮັບສ່ວນໃຫຍ່ແມ່ນໄດ້ຈາກຄ່າຊັກພິເສດຂາອອກ; ການເສຍພາສີ – ອາກອນຂາເຂົ້າປະເພດນໍ້າມັນເຊື້ອໄຟ, ພາຫະນະ, ເຄື່ອງກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກ – ບໍລິໂພກ, ຄ່າທຳນຽມຄົນເຂົ້າ – ອອກເມືອງ, ຄ່າທຳນຽມພາຫະນະເຂົ້າ – ອອກເມືອງ, ຄ່າທຳນຽມຜ່ານແດນ, ຄ່າທຳນຽມຄັງແຮນໍ້າມັນເຊື້ອໄຟ, ຄ່າປັບໃໝ – ຂາຍເຄື່ອງຮິບ ແລະ ອື່ນໆ ເຊິ່ງການນໍາເຂົ້າ – ສົ່ງອອກສິນຄ້າປະເພດນໍ້າມັນເຊື້ອໄຟ, ພາຫະນະ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກບໍລິໂພກ ແລະ ອື່ນໆຜ່ານດ່ານສາກົນບໍ່ເຕັນ ຄຶກຄື້ນກວ່າປີຜ່ານມາສະເລ່ຍຫຼາຍຮ້ອຍຄັນຕໍ່ວັນ.

ທ່ານ ຄໍາສຸວັນ ວົງສິນນະສອນ ກ່າວຕື່ມອີກວ່າ: ເພື່ອເຮັດໃຫ້ບັນລຸຕາມແຜນການທີ່ວາງໄວ້ຈໍານວນ 264 ຕື້ກີບ ຄະນະດ່ານພາສີສາກົນບໍ່ເຕັນ ໄດ້ວາງຫຼາຍມາດຕະການໃນການຈັດຕັ້ງປະຕິບັດເປັນຕົ້ນແມ່ນຄະນະດ່ານຕ້ອງໄດ້ສືບຕໍ່ໃນການຕິດຕາມ, ກວດກາ – ກວດການໃນການປະຕິບັດໜ້າທີ່ວຽກງານຂອງແຕ່ລະໜ່ວຍງານ ແລະ ບັນດາດ່ານທີ່ຂຶ້ນກັບໃຫ້ມີຄວາມຮັບຜິດຊອບສູງ ໂດຍຖືເອົາການຄຸ້ມຄອງວຽກ ແລະ ຄຸ້ມຄອງຄົນໄປພ້ອມໆກັນ; ເພີ່ມທະວີການຂຸດຄົ້ນລາຍຮັບໃຫ້ໄດ້ຕາມຕົວເລກແຜນການ, ປະຕິບັດມູນຄ່າແຈ້ງພາສີ, ຂັ້ນຕອນການແຈ້ງພາສີ, ສ້າງຖານຂໍ້ມູນດ້ານລາຄາແຈ້ງພາສີໃຫ້ລະອຽດຊັດເຈນ ເພື່ອເປັນບ່ອນອີງໃນການກຳນົດມູນຄ່າແຈ້ງພາສີໃຫ້ສອດຄ່ອງກັບຫຼັກການທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງທົ່ວໄປວ່າດ້ວຍພາສີ ແລະ ການຄ້າຂອງອົງການການຄ້າໂລກ ວ່າດ້ວຍການກຳນົດມູນຄ່າແຈ້ງພາສີ.

ເພີ່ມທະວີການຄຸ້ມຄອງການຫັກລົບແຜນຍົກເວັ້ນ, ຫຼຸດຜ່ອນ ຫຼື ງົດເກັບພາສີ ແລະ ພັນທະອື່ນ ໂດຍສະເພາະເຄື່ອງຂອງທີ່ນຳເຂົ້າຕາມນະໂຍບາຍສົ່ງເສີມການລົງທຶນໃຫ້ມີຄວາມສອດຄ່ອງກັບກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນຢ່າງເຂັ້ມງວດ.

ເອົາໃຈໃສ່ປະສານສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ເພື່ອເປັນທ່າແຮງຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານວິຊາສະເພາະໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງທາງດ້ານລະບຽບການ ແລະ ກົດໝາຍ; ເອົາໃຈໃສ່ໂຄສະນາເຜີຍແຜ່ແນະນຳທາງດ້ານລະບຽບການ, ກົດໝາຍ ແລະ ນິຕິກຳລຸ່ມກົດໝາຍໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ຜູ້ປະກອບການນຳເຂົ້າ – ສົ່ງອອກສິນຄ້າ. ການຂົນສົ່ງສິນຄ້າຜ່ານແດນສາກົນ ແລະ ການເຄື່ອນຍ້າຍສິນຄ້າ, ເຄື່ອງຂອງຜ່ານດ່ານພາສີຊາຍແດນ ແນໃສ່ເພື່ອສ້າງຈິດສຳນຶກໃຫ້ແກ່ຜູ້ມາໃຊ້ບໍລິການມີສ່ວນຮ່ວມໃນການປະຕິບັດພັນທະຂອງຕົນເຂົ້າງົບປະມານຂອງລັດ; ເອົາໃຈໃສ່ຄຸ້ມຄອງຕິດຕາມ ແລະ ປະສານສົມທົບກັບເຈົ້າໜ້າທີ່ພາສີປາຍທາງໃນການເຄື່ອນຍ້າຍສິນຄ້າ, ເຄື່ອງຂອງຜ່ານແດນສາກົນ, ສິນຄ້າຍົກເວັ້ນພາສີ – ອາກອນຕາມນະໂຍບາຍສົ່ງເສີມການລົງທຶນ, ພ້ອມທັງຊອກຫາຂໍ້ມູນແຫຼ່ງຂ່າວຕ່າງໆທີ່ເຫັນວ່າມີຄວາມສ່ຽງຕໍ່ການລັກລອບຈຳໜ່າຍພາຍໃນ; ຕິດຕາມກວດກາຄືນໃນການເລັ່ງທວງການຊໍາລະສະສາງການນຳເຂົ້າສິນຄ້າຄໍ້າປະກັນຕາມລະບອບໃບແຈ້ງພາສີ IM8 ເພື່ອໃຫ້ມາລົບລ້າງທັນຕາມກຳນົດເວລາທີ່ກົດໝາຍວ່າດ້ວຍພາສີໄດ້ກຳນົດໄວ້ ເພື່ອຮັບປະກັນໃຫ້ແກ່ການຈັດເກັບລາຍຮັບເຂົ້າງົບປະມານສົກປີ 2019 ໃຫ້ໄດ້ຕາມແຜນການທີ່ກຳນົດໄວ້; ເອົາໃຈໃສ່ສະສາງ ແລະ ດຳເນີນຄະດີທີ່ຍັງຄ້າງຄາໃຫ້ທັນກັບການຈັດເກັບລາຍຮັບເຂົ້າງົບປະມານສົກປີ 2019 ໃຫ້ທັນໄດ້ຕາມແຜນແຫ່ງລັດໃຫ້ທັນສົກປີ 2019.

( ຂໍ້ມູນ: ກະຊວງການເງິນ )