ຕົກແລ້ວ!! ເສດຊິ້ນສ່ວນ ຍານອາວະກາດຂອງຈີນ ຢູ່ 2 ແຂວງ ໂຊກດີບໍ່ມີໃຜໄດ້ຮັບບາດເຈັບ

128

ພາຍຫຼັງທີ່ມີການແຈ້ງເຕືອນ ຈາກກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ 5 ແຂວງທາງພາກໃຕ້ ລະວັງ ອາດຈະມີຊິ້ນສ່ວນຈາກກິດຈະການ ການບິນອາວະກາດຂອງ ສປຈີນ ຕົກລົງມາຂອບເຂດບ້ານເຮືອນຂອງຕົນ.

ຊິ້ນສ່ວນຍານອາວະກາດຕົກໃສ່ເຮືອນປະຊາຊົນ ຢູ່ ບ້ານທົ່ງເສັັດ ເມືອງ ປາກຊ່ອງ ແຂວງ ຈຳປາສັກ

 

ຫຼ້າສຸດ, ມີລາຍຈາກປະຊາຊົນໃຫ້ຮູ້ວ່າ: ໃນຕອນເຊົ້າເວລາປະມານ 6:30 ໂມງ ຂອງວັນທີ 23 ພຶດສະພາ 2019 ໄດ້ມີເສດຊິ້ນສ່ວນ ຈາກການເຄື່ອນໄຫວກິດຈະການ ການບິນອາວະກາດຂອງ ສປ ຈີນ ຕົກໃສ່ຫຼັງຄາເຮືອນປະຊາຊົນ ແລະ ຕາມເດີ່ນບ້ານ ຢູ່ບ້ານທົ່ງເສັດ ເມືອງປາກຊອ່ງ ແຂວງຈຳປາສັກ ແລະ ຕົກຢູ່ເດີ່ນໂຮງຮຽນ ບ້ານ ໜອງຕົມ ເມືອງ ເລົ່າງາມ ແຂວງ ສະລາວັນ ແຕ່ໂຊກດີບໍ່ມີໃຜໄດ້ຮັບບາດເຈັບ.

 

 

 

 

 

ຊິ້ນສ່ວນຍານອາວະກາດຕົກໃສ່ເຮືອນປະຊາຊົນ ຢູ່ ບ້ານທົ່ງເສັັດ ເມືອງ ປາກຊ່ອງ ແຂວງ ຈຳປາສັກ

 

ຊິ້ນສ່ວນຍານອາວະກາດ ຕົກຢູ່ເດີນໂຮງຮຽນ ບ້ານ ໜອງຕົມ ເມືອງ ເລົ່າງາມ ແຂວງ ສະລາວັນ

 

 

 

ໃບແຈ້ງການ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ລະວັງ ການເຄື່ອນໄຫວກິດຈະການ ບະນອາວະກາດຂອງ ສປ ຈີນ ໃນເຂດນ່ານຟ້າຂອງ ສປປ ລາວ