ຖວທ ເມືອງວັງວຽງ ຢືນຢັນນັກທ່ອງທ່ຽວບໍ່ໄດ້ຫຼຸດລົງ

95

ຈາກສຽງວິພາກວິຈານກ່ອນໜ້ານີ້ວ່ານັກທ່ອງທ່ຽວຢູ່ເມືອງວັງວຽງຫຼຸດລົງ ຕໍ່ປະເດັນດັ່ງກ່າວຂະແໜງການທີ່ຮັບຜິດຊອບການທ່ອງທ່ຽວອອກມາຢືນຢັນວ່າ:ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ເດີນທາງເຂົ້າມາທ່ຽວຢູ່ເມືອງວັງວຽງ ແຂວງວຽງຈັນ ບໍ່ໄດ້ຫຼຸດລົງແຕ່ຢ່າງໃດ ກົງກັນຂ້າມມີຈຳນວນເພີ່ມຂຶ້ນ 26% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ທ່ານ ບຸນມີ ພົມມະວົງສາ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ເມືອງວັງວຽງ ກ່າວວ່າ: ສະພາບການທ່ອງທ່ຽວໃນໄລຍະ 4 – 5 ເດືອນ ຂອງປີ 2019 ຢູ່ເມືອງວັງວຽງ ແມ່ນຍັງຢູ່ສະພາບປົກກະຕິ ໂດຍສະເພາະແມ່ນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມີຈຳນວນເທົ່າກັບທຸກປີ, ແຕ່ສະເພາະບຸນປີໃໝ່ລາວ ນັກທ່ອງທ່ຽວຕ່າງປະເທດແມ່ນຫຼຸດລົງແທ້ ເນື່ອງຈາກໄລຍະດັ່ງກ່າວເປັນໄລຍະລະດູຮ້ອນ ເຊິ່ງລະດູຝົນນັກທ່ອງທ່ຽວຕ່າງປະເທດຈະນິຍົມໄປທ່ຽວເຂດອື່ນຫຼາຍກວ່າຖ້າທຽບໃສ່ລະດູໜາວ ເຊິ່ງມັນເປັນແບບນີ້ທຸກໆປີ.

ຕໍ່ກັບການອອກຂ່າວຕາມສື່ອອນລາຍກ່ອນໜ້ານີ້ທີ່ເປັນສຽງວິພາກວິຈານຂອງສັງຄົມ ວ່ານັກທ່ອງທ່ຽວຕ່າງປະເທດຢູ່ເມືອງວັງວຽງ ຫຼຸດລົງ 60% ນັ້ນບໍ່ເປັນຄວາມຈິງ ເນື່ອງຈາກວ່າການອອກຂ່າວຂອງນັກຂ່າວສຳນັກໜຶ່ງທີ່ໄປສຳພາດໂຮງແຮມແຫ່ງໜຶ່ງກ່ຽວກັບລູກຄ້າທີ່ເປັນນັກທ່ອງທ່ຽວມາພັກໂຮງແຮມຫຼັງນັ້ນແມ່ນຫຼຸດລົງ 60% ຖ້າທຽບໃສ່ 2 – 3 ປີຜ່ານມາ ເຊິ່ງນັ້ນແມ່ນພຽງການສຳພາດໂຮງແຮມແຫ່ງດຽວບໍ່ແມ່ນທົ່ວເມືອງວັງວຽງ. ຈາກສະພາບຄວາມເປັນຈິງຢູ່ເມືອງວັງວຽງ ມີຜູ້ປະກອບການດ້ານທີ່ພັກແຮມຫຼາຍຂຶ້ນຈຶ່ງເຮັດໃຫ້ມີລູກຄ້າທີ່ເຂົ້າໃຊ້ບໍລິການໜ້ອຍລົງກວ່າເກົ່າ ແຕ່ດ້ານສະຖານທີ່ທ່ອງທ່ຽວກໍໄດ້ຮັບການພັດທະນາຂຶ້ນຫຼາຍແຫ່ງອັນເປັນທາງເລືອກໃໝ່ໃຫ້ແກ່ນັກທ່ອງທ່ຽວ, ໃນເມື່ອກ່ອນບ່ອນຫຼິ້ນນໍ້າກໍມີພຽງບລູລາກູນ 1 – 2 ແຫ່ງ, ປັດຈຸບັນມີຮອດ   4 – 5 ແຫ່ງ. ດັ່ງນັ້ນ, ແນ່ນອນນັກທ່ອງທ່ຽວກໍຈະກະຈາຍກັນໄປບໍ່ໄດ້ຢູ່ກັນເປັນກຸ່ມ ແລະ ຢູ່ຈຸດດຽວຄືກັບເມື່ອກ່ອນ.

ສຳລັບຮ້ານອາຫານ, ໂຮງແຮມ ແລະ ເຮືອນພັກທີ່ລູກຄ້າໄປໃຊ້ບໍລິການຫຼຸດລົງ ກໍຕ້ອງມີການປັບປຸງຕົນເອງໃຫ້ດີຂຶ້ນເພື່ອໃຫ້ສາມາດແຂ່ງຂັນກັບແຫ່ງອື່ນໆ ໂດຍຍົກລະດັບເປັນ 2 ຫຼື 5 ດາວ ເພື່ອຮອງຮັບລູກຄ້າ.

ທ່ານ ແສງອາລຸນ ວິໄລເຮືອງ ຮອງຫົວໜ້າຂະແໜງທ່ອງທ່ຽວ, ຜູ້ຊີ້ນຳຄຸ້ມຄອງການທ່ອງທ່ຽວ ພະແນກ ຖວທ ແຂວງວຽງຈັນ ກ່າວວ່າ: ສະພາບການທ່ອງທ່ຽວໂດຍທົ່ວໄປຢູ່ແຂວງວຽງຈັນ ແມ່ນເປັນໄປຕາມປົກກະຕິ, ຍັງມີບັນຍາກາດຄຶກຄື້ນ ແລະ ມີທ່າອ່ຽງເພີ່ມຂຶ້ນຈາກຕົວເລກນັກທ່ອງທ່ຽວ 3 ເດືອນຕົ້ນປີ 2019 ມີຈຳນວນ 172.212 ເທື່ອຄົນ. ໃນນັ້ນ, ທຽບໃສ່ໄລຍະດຽວກັນໃນປີຜ່ານມາມີ 96 ພັນຄົນ ແມ່ນເພີ່ມຂຶ້ນຈາກປີຜ່ານມາເຖິງ26%.

ດັ່ງນັ້ນ, ຢືນຢັນວ່າ: ນັກທ່ອງທ່ຽວທີ່ເຂົ້າມາທ່ຽວແຂວງວຽງຈັນ ແມ່ນບໍ່ໄດ້ຫຼຸດລົງດັ່ງທີ່ເຄີຍຕົກເປັນຂ່າວມາກ່ອນເຊິ່ງບໍ່ມີມູນຄວາມຈິງ, ໃນຄວາມຈິງແລ້ວນັກທ່ອງທ່ຽວຈາກເອີຣົບ ແມ່ນໄດ້ຫຼຸດລົງນັບແຕ່ປີ 2012 ເປັນຕົ້ນມາ ເນື່ອງຈາກພວກເຮົາໄດ້ມີການແກ້ໄຂບັນຫາປາກົດການຫຍໍ້ທໍ້ໂດຍສະເພາະແມ່ນບັນດາພັບ, ບາກາງແຈ້ງ ແລະ ຈຸດທີ່ມີຄວາມສ່ຽງຕ່າງໆ ອັນເປັນການສ້າງພາບພົດທີ່ບໍ່ຈົບງາມ ແລະ ສ່ຽງຈະພາໃຫ້ນັກທ່ອງທ່ຽວ   ເສຍຊີວິດ ແຕ່ກໍມີນັກທ່ອງທ່ຽວຈາກ ສ.ເກົາຫຼີ ທີ່ເຂົ້າມາທ່ຽວທົດແທນ ແລະ ຄາດວ່າປີນີ້ນັກທ່ອງທ່ຽວຈີນ ຈະເຂົ້າມາຫຼາຍກວ່າເພາະລັດຖະບານ ລາວ – ຈີນ ມີນະໂຍບາຍສົ່ງເສີມເປີດປີທ່ອງທ່ຽວ ລາວ – ຈີນ ຄາດວ່າໝົດປີ 2019 ຈະມີນັກທ່ອງທ່ຽວເຂົ້າມາແຂວງວຽງຈັນ ປະມານ 749.000 ກວ່າເທື່ອຄົນ.

ທ່ານກ່າວຕື່ມວ່າ: ຈາກສະພາບນັກທ່ອງທ່ຽວໃນໄລຍະບຸນປີໃໝ່ລາວ ຢູ່ວັງວຽງ ທີ່ບໍ່ແອອັດຄືດັ່ງທຸກປີຜ່ານມານັ້ນແມ່ນຍ້ອນວ່າພວກເຮົາໄດ້ແກ້ໄຂການສັນຈອນແອອັດໃນຕົວເມືອງ ເພາະຜ່ານມາພວກເຮົາອະນຸຍາດໃຫ້ຜູ້ສຳປະທານນຳວົງດົນຕີລົງເສບຢູ່ສົ້ນຂົວນໍ້າຊອງ ຈຶ່ງເຮັດໃຫ້ມີສະພາບແອອັດຫຼາຍ. ດັ່ງນັ້ນ, ເພື່ອເປັນການແກ້ໄຂບັນຫາດັ່ງກ່າວປີນີ້ພວກເຮົາໄດ້ອະນຸຍາດໃຫ້ຜູ້ສຳປະທານລົງເສບຢູ່ເຂດນອກຕົວເມືອງ ຈຶ່ງເຮັດໃຫ້ພາຍໃນຕົວເມືອງບໍ່ແອອັດ ແລະ ເບິ່ງຄືກັບນັກທ່ອງທ່ຽວເບົາບາງລົງ.