ທຫລ ແລະ ທະນາຄານທຸລະກິດ ປຶກສາຫາລືຮ່ວມແກ້ໄຂຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ

45

ກອງປະຊຸມພົບປະລະຫວ່າງກົມຄຸ້ມຄອງທະນາຄານທຸລະກິດ ທະນາຄານແຫ່ງ ສປປ ລາວ ( ທຫລ ) ແລະ ທະນາຄານທຸລະກິດປະຈຳປີ 2018 ໄດ້ຈັດຂຶ້ນໃນວັນທີ 21 ພຶດສະພາ 2019 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສິດພະໄຊ ກໍາມະການສໍາຮອງສູນກາງພັກ, ຜູ້ວ່າການ ທຫລ. ພ້ອມນີ້, ກໍມີບັນດາຫົວໜ້າກົມ – ຫົວໜ້າສາຂາ ທຫລ, ບັນດາຜູ້ບໍລິຫານລະດັບສູງຂອງທະນາຄານທຸລະກິດ, ສາຂາທະນາຄານທຸລະກິດຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມພົບປະໃນຄັ້ງນີ້ ກົມຄຸ້ມຄອງທະນາຄານທຸລະກິດ ທຫລ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານຂອງປະຈຳປີ 2018 ໂດຍໄດ້ເອົາໃຈໃສ່ຄຸ້ມຄອງ – ກວດກາທະນາຄານທຸລະກິດຢ່າງເປັນລະບົບ ແລະ ຖືກຕ້ອງຕາມເປົ້າໝາຍ ແລະ ຈຸດສຸມທີ່ໄດ້ກຳນົດໄວ້ໃນແຜນການ ກ້າວໄປສູ່ວິທີການຄຸ້ມຄອງຕາມຄວາມສ່ຽງຫຼາຍຂຶ້ນ ໂດຍສະເພາະມີການພິຈາລະນາການສ້າງຕັ້ງທະນາຄານທຸລະກິດ, ການຂະຫຍາຍສາຂາຂອງທະນາຄານທຸລະກິດ ແລະ ການປັບປຸງຮູບແບບທຸລະກິດຂອງທະນາຄານຈໍານວນໜຶ່ງ.

ນອກນີ້, ຍັງມີການລາຍງານສະພາບການເຄື່ອນໄຫວວຽກງານ ແລະ ທິດທາງແຜນການໃນຕໍ່ໜ້າຂອງວຽກງານການຄຸ້ມຄອງເງິນຕາ, ການລາຍງານກ່ຽວກັບການຄຸ້ມຄອງລະບົບຊຳລະສະສາງ, ວຽກງານຂໍ້ມູນຕ້ານການຟອກເງິນ ແລະ ສະພາບການເຄື່ອນໄຫວຂອງສະມາຄົມທະນາຄານ ປະຈຳປີ 2018 ແລະ ທິດທາງແຜນການໃນປີ 2019.

ໃນຂະນະດຽວກັນຍັງມີການປະກອບຄຳເຫັນຂອງບັນດາຜູ້ບໍລິຫານຂັ້ນສູງຂອງທະນາຄານທຸລະກິດ ຕໍ່ກັບວຽກງານຄຸ້ມຄອງກວດກາຂອງ ທຫລ ກໍຄືມີຂໍ້ສະເໜີຕໍ່ກັບບັນຫາຕ່າງໆທີ່ທະນາຄານທຸລະກິດ ເຫັນວ່າເປັນການຈຳກັດ ແລະ ບໍ່ແທດເໝາະກັບສະພາບການດຳເນີນທຸລະກິດທະນາຄານໃນປັດຈຸບັນທາງດ້ານນະໂຍບາຍ, ລະບຽບນິຕິກຳຕ່າງໆທີ່ກ່ຽວຂ້ອງກັບວຽກງານຄຸ້ມຄອງມະຫາພາກ ກໍຄືວຽກງານຄຸ້ມຄອງຄວາມໝັ້ນຄົງທະນາຄານທຸລະກິດ ເປັນຕົ້ນ: ບັນຫາການປະຕິບັດການຈັດຊັ້ນໜີ້ເງິນກູ້ຕາມລະບຽບການທີ່ອອກໃໝ່, ການປະຕິບັດລະບອບລາຍງານ, ການກະກຽມຄວາມພ້ອມໃນການຫັນໄປສູ່ການຄຸ້ມຄອງຕາມຄວາມສ່ຽງ BASEL, ທີ່ປະຊຸມຍັງຍົກໃຫ້ເຫັນຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຂອງທະນາຄານທຸລະກິດເພື່ອສະເໜີໃຫ້ ທຫລ ພິຈາລະນາແກ້ໄຂ.

ພ້ອມນີ້ຍັງມີການຄົ້ນຄວ້າປຶກສາຫາລືຊອກໃຫ້ເຫັນດ້ານດີ ແລະ ດ້ານອ່ອນ, ຂໍ້ຄົງຄ້າງໃນການປະຕິບັດວຽກງານຄຸ້ມຄອງກວດກາຄວາມໝັ້ນຄົງທະນາຄານທຸລະກິດຂອງ ທຫລ ກໍຄືຂໍ້ຫຍຸ້ງຍາກຂໍ້ຈຳກັດໃນການດຳເນີນທຸລະກິດທະນາຄານ ເພື່ອຖອດຖອນບົດຮຽນ ແລະ ກໍານົດມາດຕະການແກ້ໄຂຢ່າງເໝາະສົມ ແນໃສ່ສ້າງລະບົບຄຸ້ມຄອງ ແລະ ການເຄື່ອນໄຫວທະນາຄານທຸລະກິດໃຫ້ມີຄວາມເຂັ້ມແຂງ, ຍືນຍົງສາມາດເຊື່ອມໂຍງພາກພື້ນ ແລະ ສາກົນ.

ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທຫລ ເນັ້ນໃຫ້ເພີ່ມທະວີຄວາມເອົາໃຈໃສ່ຫຼາຍດ້ານ ໂດຍສະເພາະເບື້ອງຂອງຜູ້ຄຸ້ມຄອງ ຕ້ອງໄດ້ເອົາໃຈໃສ່ໃນການສ້າງ, ປັບປຸງລະບຽບການໃຫ້ມີຄວາມຮັດກຸມ, ປະເມີນຄືນບັນດາລະບຽບການໃດທີ່ສາມາດນຳໃຊ້ໄດ້ ແລະ ອັນໃດທີ່ບໍ່ເໝາະສົມກັບສະພາບທຸລະກິດໃນປັດຈຸບັນໃຫ້ຮີບຮ້ອນປັບປຸງແກ້ໄຂ ໂດຍໃຫ້ສອດຄ່ອງກັບມາດຕະຖານຂອງສາກົນ ແລະ ເໝາະສົມກັບສະພາບຕົວຈິງຂອງ ສປປ ລາວ. ພ້ອມນີ້, ຕ້ອງຕິດຕາມກວດກາບັນດາທະນາຄານທຸລະກິດຢ່າງໃກ້ຊິດ, ເອົາໃຈໃສ່ປັບປຸງຄູ່ມືໃນການວິເຄາະ – ກວດກາໃຫ້ໄດ້ມາດຕະຖານສາກົນ ພ້ອມທັງບໍາລຸງກໍ່ສ້າງພະນັກງານຜູ້ເຮັດວຽກກວດກາ – ວິເຄາະໃຫ້ເປັນມືອາຊີບ, ເປັນໄປຕາມການວິເຄາະ – ກວດກາຕາມຄວາມສ່ຽງຫຼາຍຂຶ້ນ. ນອກຈາກນີ້, ກໍເອົາໃຈໃສ່ຊຸກຍູ້ການເຄື່ອນໄຫວຂອງສະມາຄົມທະນາຄານທຸລະກິດໃຫ້ສາມາດປະຕິບັດພາລະບົດບາດຂອງຕົນຢ່າງແຂງແຮງ ແລະ ເປັນເຈົ້າການ, ພິຈາລະນາມາດຕະການຕໍ່ທະນາຄານທຸລະກິດ ຕ້ອງປະຕິບັດໃຫ້ທັນການຕາມຄວາມສ່ຽງຂອງທະນາຄານ ເພື່ອປ້ອງກັນບໍ່ໃຫ້ເກີດມີການລະເມີດທີ່ຈະກະທົບຕໍ່ຄວາມໝັ້ນຄົງຂອງທະນາຄານທຸລະກິດ ແລະ ລະບົບທະນາຄານ.

ສະເພາະທະນາຄານທຸລະກິດ ຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດບັນດາລະບຽບການທີ່ ທຫລ ວາງອອກຢ່າງເຂັ້ມງວດ, ເອົາໃຈໃສ່ປັບປຸງລະບົບການຄຸ້ມຄອງບໍລິຫານພາຍໃນໃຫ້ມີປະສິດທິຜົນ, ຕ້ອງສ້າງວັດທະນະທຳການບໍລິຫານຄວາມສ່ຽງ ໂດຍການຈັດຕັ້ງປະຕິບັດເປັນແບບຢ່າງໂດຍຜູ້ບໍລິຫານຂອງທະນາຄານ ແລະ ມີການເຜີຍແຜ່ແນວທາງການບໍລິຫານຄວາມສ່ຽງໃຫ້ພະນັກງານຂອງຕົນເປັນປົກກະຕິ, ມີນະໂຍບາຍປ້ອງກັນບັນຫາແທນການລໍຖ້າບັນຫາເກີດຂຶ້ນຈຶ່ງແກ້ໄຂ. ພ້ອມກັນນັ້ນ, ກໍສືບຕໍ່ພັດທະນາການໃຫ້ບໍລິການຢ່າງຕໍ່ເນື່ອງ ແລະ ຫຼາກຫຼາຍຜະລິດຕະພັນເພື່ອຮັບໃຊ້ສັງຄົມ ແລະ ກະກຽມເງື່ອນໄຂໃນການເຊື່ອມໂຍງກັບສາກົນເທື່ອລະກ້າວ.

( ຂ່າວ: ຣັດສະໝີ ດວງສັດຈະ )