ປັ່ນປ່ວນໄປທົ່ວ! ພານາໂຊນິກ ປະຕິເສດຂ່າວ ຮ່ວມແບນຫົວເຫວີ່ຍ

124

ບໍລິສັດ “ພານາໂຊນິກ” ຂອງຍີ່ປຸ່ນ ປະຕິເສດຂ່າວການລະງັບຄວາມຮ່ວມມືທາງທຸລະກິດກັບຫົວເຫວີ່ຍ ດ້ານຜູ້ຜະລິດຊິບ “ທີເອັສເອັມຊີ” ຢືນຢັນຍັງຜະລິດສິນຄ້າສໍາລັບໃຊ້ວຽກກັບສະມາດໂຟນຂອງບໍລິສັດຈາກຈີນແຫ່ງນີ້ ຕາມປົກກະຕິ.

ສໍານັກຂ່າວຕ່າງປະເທດລາຍວຽກຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນພະຫັດ ທີ 23 ພຶດສະພາ ວ່າ ບໍລິສັດພານາໂຊນິກ ເຊິ່ງເປັນຜູ້ຜະລິດອຸປະກອນອິເລັກທໍນິກລາຍໃຫຍ່ທີ່ສຸດຂອງຍີ່ປຸ່ນ ອອກຖະແຫຼງການ ເມື່ອວັນພະຫັດ ປະຕິເສດການລາຍງານຂອງສື່ຫຼາຍຂະແໜງທັງພາຍໃນ ແລະ ຕ່າງປະເທດ ວ່າ ພານາໂຊນິກລະງັບຄວາມສໍາພັນທາງທຸລະກິດກັບບໍລິສັດຫົວເຫວີ່ຍຂອງຈີນ ໂດຍຢືນຢັນ ວ່າ ຄວາມຮ່ວມມືໃນທຸກດ້ານຍັງເປັນໄປຕາມປົກກະຕິ ໂດຍພານາໂຊນິກຍັງເປັນໜຶ່ງໃນບໍລິສັດເຮັດໜ້າທີ່ກະຈາຍສິນຄ້າ ແລະ ບໍລິການໃຫ້ກັບຫົວເຫວີ່ຍຕາມຂໍ້ຕົກລົງ.

ในภาพอาจจะมี ข้อความ

ຂະນະທີ່ ບໍລິສັດຜູ້ຜະລິດເຊມິຄອນດັກເຕີ ໄຕ້ຫວັນ (ທີເອັສເອັມຊີ) ເຊິ່ງເປັນໜຶ່ງໃນຜູ້ຜະລິດຊິບລາຍໃຫຍ່ຂອງໂລກໃຫ້ແກ່ຜະລິດພັນຂອງບໍລິສັດຫຼາຍແຫ່ງ ລວມເຖິງແອັບເປິລ ອອກຖະແຫຼງການວ່າ ໃນຂະບວນການຜະລິດຊິບ ລຸ້ນ “ຄິຣິນ 980/985” ສໍາລັບສະມາດໂຟນຂອງຫົວເຫວີ່ຍຍັງຄົງດໍາເນີນການຕາມປົກກະຕິ ແລະ ເຊື່ອວ່າ ນະໂຍບາຍຂອງບໍລິສັດຈະບໍ່ໄດ້ຮັບຜົນກະທົບຈາກມາດຕະການກົດດັນຂອງສະຫະລັດທີ່ມີຕໍ່ຫົວເຫວີ່ຍ ແລະ ພັນທະມິດທາງທຸລະກິດ ຢ່າງໃດກໍ່ຕາມ ຜູ້ບໍລິຫານຂອງທີເອັສເອັມຊີ ກໍ່ຕິດຕາມສະຖານະການທີ່ເກີດຂຶ້ນ ແລະ ປະເມີນສະຖານະການຕະຫຼອດເວລາ.