ລັດຖະບານ ຕັ້ງເປົ້າດຶງການລົງທຶນເອກະຊົນໃຫ້ໄດ້ 23 ພັນຕື້ກີບ

88

ໃນປີ 2019 ລັດຖະບານ ວາງເປົ້າ GDP ຈະຂະຫຍາຍຕົວໃນລະດັບ 6,7%  ຂຶ້ນໄປ ທີ່ສໍາຄັນຕ້ອງສະໜັບສະໜູນສົ່ງເສີມການລົງທຶນພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ຕ້ອງບັນລຸ 23 ພັນຕື້ກວ່າກີບ ກວມເອົາເຄິ່ງໜຶ່ງຂອງການລົງທຶນທັງໝົດໄດ້ກາຍເປັນວຽກບຸລິມະສິດທີ່ສຳຄັນຂອງການພັດທະນາໃນໄລຍະໃໝ່.

ທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ກ່າວເມື່ອບໍ່ດົນມານີ້ວ່າ: ແຜນພັດທະນາເສດຖະກິດ – ສັງຄົມ ໃນປີ 2018 ເຫັນວ່າໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ກຳນົດໄວ້ເປັນສ່ວນໃຫຍ່ ເຊັ່ນ: GDP ບັນລຸໄດ້ 152,4 ພັນຕື້ກວ່າກີບ, ສະເລ່ຍຕໍ່ຫົວຄົນ 2.599 ໂດລາສະຫະລັດ, ລາຍໄດ້ແຫ່ງຊາດຕໍ່ຄົນ 2.209 ໂດລາສະຫະລັດ ສາມາດບັນລຸເກີນແຜນ, ການລົງທຶນພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ໄລຍະ 8 ເດືອນຂອງປີ ສາມາດດຶງດູດການລົງທຶນໄດ້ເຖິງ 3,8 ຕື້ໂດລາສະຫະລັດ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງໃນປີຜ່ານມາ ໄດ້ພິຈາລະນາອະນຸມັດກິດຈະກຳສຳປະທານແລ້ວຈຳນວນ 43 ໂຄງການ ຄື: ຂະແໜງໄຟຟ້າ 14 ໂຄງການ, ບໍ່ແຮ່ 15 ໂຄງການ, ກະສິກຳ 5 ໂຄງການ ແລະ ຂະແໜງບໍລິການ 9 ໂຄງການ.

ໃນປີ 2019 ເປັນປີທີ່ເສດຖະກິດໂລກມີຄວາມທ້າທາຍພໍສົມຄວນ ລວມທັງ ສປປ ລາວ ທີ່ເປັນປະເທດບໍ່ມີຊາຍແດນຕິດຈອດກັບທະເລຕາມແຜນພັດທະນາເສດຖະກິດ – ສັງຄົມປະຈຳປີ ຄາດໝາຍ GDP ຕ້ອງຂະຫຍາຍຕົວໃນລະດັບ 6,7% ຂຶ້ນໄປ ວຽກງານສົ່ງເສີມການລົງທຶນທັງພາຍໃນ ແລະ ຕ່າງປະເທດ ໄດ້ກຳນົດໄວ້ທີ່ 23 ພັນຕື້ກວ່າກີບ ກວມເອົາ 52,06% ຂອງການລົງທຶນທັງໝົດ, ວຽກງານສົ່ງເສີມການລົງທຶນພາກເອກະຊົນຈັດໃຫ້ເປັນວຽກງານບຸລິມະສິດໜຶ່ງ ທີ່ມີຄວາມສຳຄັນຫຼາຍໃນການປະກອບສ່ວນເຂົ້າໃນການພັດທະນາ ແລະ ຂັບເຄື່ອນເສດຖະກິດແຕ່ລະໄລຍະ. ໃນນັ້ນ, ການລົງທຶນພາກເອກະຊົນ ແລະ ການລົງທຶນໃນເຂດເສດຖະກິດພິເສດແມ່ນ 1 ໃນ 4 ແຫຼ່ງທຶນຂອງລັດຖະບານ ເພື່ອໃຫ້ໄດ້ບັນລຸເປົ້າໝາຍດັ່ງກ່າວ ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວ.

ສຳລັບຂອດຂັ້ນການດຳເນີນທຸລະກິດຂອງນັກລົງທຶນເອກະຊົນ ຍັງເປັນສິ່ງທ້າທາຍພໍສົມຄວນທີ່ພາກສ່ວນກ່ຽວຂ້ອງ ໂດຍມີບັນດາກະຊວງຕ່າງໆທີ່ກວມເອົາໃນຈຳນວນ 10 ຕົວຊີ້ວັດ ກ່ຽວກັບຄວາມສະດວກໃນການດຳເນີນທຸລະກິດຍັງບໍ່ທັນມີຄວາມລະອຽດ ແລະ ຊັດເຈນທີ່ຈະຕ້ອງໄດ້ສືບຕໍ່ຄົ້ນຄວ້າແຕ່ລະຂັ້ນ ເຊິ່ງມັນມີການພົວພັນກັບການຈັດອັນດັບຄວາມສະດວກໃນການດຳເນີນທຸລະກິດຂອງ ສປປ ລາວ ໂດຍທະນາຄານໂລກເປັນຜູ້ປະເມີນໃນບັນດາ 190 ປະເທດ ຂົງເຂດເສດຖະກິດໃຫຍ່ ເຊິ່ງໃນປີ 2018 ສປປ ລາວ ຫຼຸດຈາກອັນດັບທີ 141 ມາຢູ່ທີ່ 154 ໃນຈໍານວນ 190 ກວ່າປະເທດໃນໂລກ, ການຈັດອັນດັບດັ່ງກ່າວອາດມີຜົນຕໍ່ GDP ໂດຍກົງ ແຕ່ນັບຈາກປີ 2019 ນີ້ເປັນຕົ້ນໄປ ລັດຖະບານຈະເນັ້ນການພັດທະນາໄປທີ່ລາຍໄດ້ຂອງບຸກຄົນເປັນຫຼັກທີ່ສົ່ງຜົນຕໍ່ການມີສະຖຽນລະພາບທາງດ້ານເສດຖະກິດທີ່ແທ້ຈິງ.

( ຂ່າວ: ສຸລິນ; ຮູບ: ວິລະສັກ )