ລັດຖະບານອິນເດຍສະເໜີຫຼຸດນໍາເຂົ້າ ນໍ້າມັນ – ກ໊າຊ ຈາກຕ່າງປະເທດ

98

ສຳນັກຂ່າວຈາກປະເທດລາຍງານ ເມື່ອວັນອັງຄານ ທີ 21 ພຶດສະພາ ຜ່ານມາ ວ່າ ລັດຖະບານອິນເດຍໄດ້ອອກຖະແຫຼງການແນະນໍາຫຼຸດການນໍາເຂົ້ານໍ້າມັນຈາກຕ່າງປະເທດ ໂດຍຄະນະກໍາມະການລະດັບສູງໄດ້ຫາລືກັບຜູ້ຊ່ຽວຊານດ້ານນໍ້າມັນ ແລະ ກ໊າຊ ເພື່ອເຮັດຄວາມເຂົ້າໃຈກ່ຽວກັບທຸລະກິດລວມທັງຄວາມທ້າທາຍ ແລະ ໂອກາດທີ່ອາດຈະເກີດຂຶ້ນໄດ້ໃນອຸດສາຫະກໍານໍ້າມັນ.

ລາຍງານລະບຸວ່າ ລັດຖະບານໄດ້ວາງກົນລະຍຸດຫຼຸດການນໍາເຂົ້ານໍ້າມັນຂອງປະເທດ ທັງໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ແຍກອອກໄວ້ຢ່າງຊັດເຈນ.

ໃນປີ 2018 ອິນເດຍ ມີອັດຕາການໃຊ້ຜະຕະລິດພັນປິໂຕລຽມ 204,92 ລ້ານໂຕ້ນ ແລະ ກ໊າຊທໍາມະຊາດ 58,6 ພັນລ້ານໂຕ້ນ ເຊິ່ງມັນກົງກັນຂ້າມກັບພາກການຜະລິດໃນປະເທດທີ່ທົດຖອຍ ສົ່ງຜົນໃຫ້ອັດຕາການນໍາເຂົ້າເພີ່ມສູງຂຶ້ນ.

ທັງນີ້, ອັດຕາການນໍາເຂົ້າປິໂຕລຽມຂອງອິນເດຍ ປະມານ ຮ້ອຍຕື້ໂດລາ (8,70 ແສນຕື້ກີບ) ຫຼື 23,42% ຈາກການນໍາເຂົ້າລວມຂອງປະເທດ 4,3 ແສນລ້ານໂດລາ (3,7 ລ້ານຕື້ກີບ) ເມື່ອປີ ຜ່ານມາ.

ອີກປະການໜຶ່ງ ໃນໄລຍະປີ 2016-2030 ອິນເດຍ ຄາດການ ວ່າ ອັດຕາການເຕີບໂຕອຸປະສົງນໍ້າມັນຂອງປະເທດຈະເພິ່ມຂຶ້ນ 4% ຕໍ່ປີ ກົງກັນຂ້າມກັບຄ່າສະເລ່ຍຂອງໂລກ ເຊິ່ງຕົກຢູ່ 1%  ຕໍ່ປີ.