ແມ່ຍິງດ້ອຍໂອກາດ ໄດ້ຮັບການຍົກລະດັບວິຊາຊີບ

90

ແມ່ຍິງດ້ອຍໂອກາດ 50 ຄົນ ທີ່ມາຈາກບັນດາແຂວງຕ່າງໆໄດ້ຮັບການຍົກລະດັບ ຄວາມຮູ້, ຄວາມສາມາດທາງດ້ານວິຊາຊີບການປຸງແຕ່ງ, ຕັດຫຍິບ ແລະ ເສີມສວຍ ເປັນເວລາ 3 ເດືອນ ເພື່ອຊ່ວຍໃຫ້ເອື້ອຍນ້ອງແມ່ຍິງລາວມີວິຊາຊີບທີ່ໝັ້ນຄົງ, ສາມາດສ້າງລາຍຮັບໃຫ້ແກ່ຕົນເອງ ແລະ ຄອບຄົວໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ.

ພິທີເປີດຊຸດອົບຮົມວິຊາຊີບດັ່ງກ່າວ ມີຂຶ້ນໃນວັນທີ 22 ພຶດສະພາຜ່ານມາ ທີ່ສູນຝຶກອົບຮົມແມ່ຍິງລາວ ໂດຍການເຂົ້າຮ່ວມໂດຍ ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ມີຕາງໜ້າຈາກກະຊວງສະເໝີພາບບົດບາດຍິງ – ຊາຍ ແລະ ຄອບຄົວ ສ.ເກົາຫຼີ, ປະທານອົງການດູຣັນດູຣັນ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ເອື້ອຍນ້ອງແມ່ຍິງທັງ 3 ຂະແໜງການເຂົ້າຮ່ວມ.

ທ່ານ ນາງ ສິລິກິດ ບຸບຜາ ກ່າວວ່າ: ຊຸດອົບຮົມຄັ້ງນີ້ແມ່ນມີຄວາມໝາຍ ຄວາມສຳຄັນ ພາຍຫຼັງທີ່ໄດ້ຮັບການອະນຸມັດສືບຕໍ່ຈັດຕັ້ງປະຕິບັດໂຄງການຮ່ວມມື ລະຫວ່າງ ສູນກາງສະຫະພັນແມ່ຍິງລາວ ແລະ ກະຊວງສະເໝີພາບບົດບາດຍິງ – ຊາຍ ແລະ ຄອບຄົວ ສ.ເກົາຫຼີ ໃນໂຄງການສົ່ງເສີມສູນອົບຮົມສູນກາງສະຫະພັນແມ່ຍິງລາວ ເພື່ອສ້າງຄວາມສາມາດດ້ານວິຊາຊີບສຳລັບແມ່ຍິງ, ສຳລັບເອື້ອຍນ້ອງແມ່ຍິງຜູ້ທຸກຍາກດ້ອຍໂອກາດໃນຂອບເຂດທົ່ວປະເທດ ເຊິ່ງປີນີ້ກໍເປັນປີທີ 4 ທີ່ພວກເຮົາຈະໄດ້ຈັດຕັ້ງປະຕິບັດນັບແຕ່ຕົ້ນເດືອນພຶດສະພາ ເຖິງ ເດືອນທັນວາ 2019.

ຈຸດປະສົງການຝຶກອົບຮົມຄັ້ງນີ້ ເພື່ອສ້າງຄວາມເຂັ້ມແຂງໃຫ້ສູນອົບຮົມ, ສູນກາງສະຫະພັນແມ່ຍິງລາວ ແລະ ເສີມສ້າງ ຄວາມສາມາດດ້ານວິຊາຊີບໃຫ້ເອື້ອຍນ້ອງແມ່ຍິງລາວ ມີວິຊາອາຊີບທີ່ໝັ້ນຄົງ, ສາມາດສ້າງລາຍຮັບໃຫ້ແກ່ຕົນເອງ ແລະ ຄອບຄົວ ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ, ມີ ຄວາມສາມາດສົ່ງລູກຫຼານເຂົ້າຮ່ຳຮຽນ ແລະ ທັງເປັນການຍົກລະດັບຕົນເອງດ້ານສີມືແຮງງານໃຫ້ໄດ້ຮັບການພັດທະນາ ທັງເປັນການປະກອບສ່ວນສ້າງສາ ແລະ ພັດທະນາປະເທດຊາດນຳອີກ. ນອກຈາກການສ້າງອາຊີບທີ່ໝັ້ນຄົງໃຫ້ເອື້ອຍນ້ອງແມ່ຍິງແລ້ວຍັງຊ່ວຍໃຫ້ແມ່ຍິງບໍ່ຖືກຕົວະຍົວະຫຼອກລວງຈາກກຸ່ມຄົນບໍ່ຫວັງດີ ເປັນຕົ້ນແມ່ນການເຄື່ອນຍ້າຍແຮງງານ ຫຼື ການຄ້າມະນຸດທີ່ພວກເຮົາເຄີຍໄດ້ຍິນ ແລະ ເຫັນຕາມຂ່າວ ຫຼື ສື່ອອນລາຍຕ່າງໆ.

ການຝຶກອົບຮົມຄັ້ງນີ້ ປະກອບມີ 3 ຂະແໜງການວິຊາຊີບ ຄື: ການປຸງແຕ່ງອາຫານ, ຕັດຫຍິບ ແລະ ເສີມສວຍ ເຊິ່ງໃນແຕ່ລະຂະແໜງມີບາງວິຊາແມ່ນຈະໄດ້ຮຽນຮ່ວມກັນ. ສ່ວນວິຊາສະເພາະແມ່ນຈະໄດ້ລົງເລິກໄປຕາມແຕ່ລະຂະແໜງຂອງຕົນ.

ສະນັ້ນ, ການລົງຝຶກງານຕົວຈິງແຕ່ລະຂະແໜງຈະບໍ່ຄືກັນ ເຊັ່ນ: ວິຊາຕັດຫຍິບຈະໄດ້ລົງເບິ່ງກິດຈະກຳຂອງສ່ວນບຸກຄົນຕາມຮ້ານ ແລະ ສະຖານທີ່ປະກອບການຕ່າງໆ, ສຳລັບສາຂາເສີມສວຍຈະໄດ້ລົງຝຶກງານຕາມບ້ານ ຫຼື ໂຮງຮຽນ ແລະ ສາຂາປຸງແຕ່ງອາຫານ ແມ່ນຈະໄດ້ລົງຝຶກງານຢູ່ໂຮງແຮມເປັນເວລາໜຶ່ງເດືອນເຄິ່ງ.

[ ຂ່າວ: ແກ້ວ; ຮູບ: ວິລະສັກ ]