ໃຜຢູ່ຫຼວງພະບາງບໍ່ຄວນພາດຫາວຽກໄດ້ໃນຕະຫຼາດນັດແຮງງານຄັ້ງທີ 1

79

ໂອກາດດີສໍາລັບນັກສຶກສາ ຫຼື ຜູ້ທີ່ຈົບການສຶກສາໄປແລ້ວແຕ່ຍັງຫາວຽກບໍ່ໄດ້, ຜູ້ທີ່ມີວຽກແລ້ວແຕ່ຢາກປ່ຽນວຽກໃໝ່ ມາງານນີ້ເລີຍ “ຕະຫຼາດນັດແຮງງານຄັ້ງທີ1” ເປັນການເປີດໂອກາດໃຫ້ບັນດາຜູ້ທີ່ກຳລັງຫາວຽກເຮັດ, ເຈົ້າຂອງທຸລະກິດໄດ້ມາພົບພໍ້ກັນເພື່ອໃຫ້ໄດ້ວຽກ, ໄດ້ຄົນໃນຕຳແໜ່ງທີ່ເໝາະສົມ.

ຫົວໜ້າຫ້ອງການບໍລິຫານ-ສັງລວມ ມະຫາວິທະຍາໄລສຸພານຸວົງໄດ້ອອກແຈ້ງການວ່າ ໃນວັນທີ 24 ພຶດສະພາ 2019 ຈະຈັດງານຕະຫຼາດນັດແຮງງານ ຄັ້ງທີ 1 ທົ່ວແຂວງຫຼວງພະບາງຂຶ້ນ ເລີ່ມ 08:30 ເປັນຕົ້ນໄປ ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລ ສຸພານຸວົງ.

ງານດີໆແບບນີ້ ນັກສຶກສາ ແລະ ຄົນທີ່ກໍາລັງຊອກວຽກຢູ່ບໍ່ຄວນພາດ ທ່ານຈະໄດ້ພົບພໍ້ກັບຫຼາຍບໍລິສັດທີ່ກຳລັງຕ້ອງການແຮງງານບັນຈຸເຂົ້າໃນຕຳແໜ່ງຕ່າງໆ ແລະທີ່ແນ່ນອນທ່ານຈະສາມາດເລືອກວຽກທີ່ເໝາະສົມກັບຕົນເອງ ແລະວິຊາຊີບທີ່ຈົບມາໂດຍບໍ່ຈຳເປັນເສຍເວລາໄປເລາະຫາ ຫຼື ສຸ່ມອ່ານຕາມເພຈຂ່າວທົ່ວໄປໃນໂທລະສັບເຄື່ອງນ້ອຍໆ.