ຂົວທາງລົດໄຟລາວ – ຈີນ ຂ້າມແມ່ນໍ້າຂອງແຫ່ງທໍາອິດ ເຊື່ອມຕໍ່ສຳເລັດແລ້ວ

92

ສຳນັກຂ່າວຊິນຫົວຂອງຈີນ ລາຍງານເມື່ອວັນພຸດ ທີ 22 ພຶດສະພາ ວ່າ ບໍລິສັດທາງລົດໄຟລາວ – ຈີນ (Laos-China Railway) ເຊິ່ງຮັບຜິດຊອບການກໍ່ສ້າງ ແລະ ການດໍາເນີນງານຂອງທາງລົດໄຟລາວ – ຈີນເປີດເຜີຍ ເມື່ອວັນອັງຄານ ທີ 21 ພຶດສະພາ ວ່າ ການກໍ່ສ້າງຂົວທາງລົດໄຟລາວ – ຈີນ ຂ້າມແມ່ນໍ້າຂອງແຫ່ງທໍາອິດ ທາງພາກເໜືອຂອງປະເທດລາວ ເຊື່ອມຕໍ່ສຳເລັດແລ້ວ.

ລາຍງານລະບຸວ່າ ບໍລິສັດວິສະວະກໍາທາງລົດໄຟຈີນໝາຍເລກ 8 (CREC-8) ສາມາດເຊື່ອມຕໍ່ຊ່ວງຂົວຂອງ “ຂົວຫຼວງພະບາງ” ເຊິ່ງພາດຂ້າມແມ່ນໍ້າຂອງ ແລະ ເປັນໜຶ່ງໃນສອງຂົວທາງລົດໄຟລາວ – ຈີນ ຂ້າມແມ່ນໍ້າຂອງ ສໍາເລັດ ເມື່ອວັນເສົາ ທີ 18 ພຶດສະພາ ຜ່ານມາ.

ໂດຍຂົວຫຼວງພະບາງ ມີຄວາມຍາວ 1.458,9 ແມັດ ເປັນສ່ວນສໍາຄັນຂອງທາງລົດໄຟລາວ – ຈີນ ທີ່ເຖິງວ່າການກໍ່ສ້າງຈະພົບອຸປະສັກ ແລະ ຄວາມທ້າທາຍຢ່າງຫຼວງຫຼາຍ ແຕ່ເສົາທັງຫ້າຕົ້ນຂອງຂົວກໍ່ຖືກປັກຕັ້ງລົງໃນແມ່ນໍ້າຂອງຢ່າງສວຍງາມ.

ในภาพอาจจะมี ท้องฟ้า และสถานที่กลางแจ้ง

ລາຍງານເສີມອີກວ່າ ທາງລົດໄຟລາວ – ຈີນ ຂ້າມແມ່ນໍ້າຂອງ 2 ຄັ້ງ ໂດຍອາໄສຂົວຫຼວງພະບາງ (Luang Prabang Bridge) ແລະ ຂົວບ້ານລາດຫານ (Ban Ladhan Bridge) ເຊິ່ງຢູ່ລະຫວ່າງການກໍ່ສ້າງໂດຍບໍລິສັດຊີອາອີຊີ-8 ຂອງຈີນ.

ອີກປະການໜຶ່ງ ທາງລົດໄຟລາວ – ຈີນ ມີຄວາມຍາວ 414 ກິໂລແມັດ ເຊິ່ງສ່ວນໜຶ່ງຂອງການເຊື່ອມຕໍ່ດ່ານຊາຍແດນ ລະຫວ່າງ ບໍ່ເຕັນ – ບໍ່ຫານ ທາງພາກເໜືອຂອງລາວ ກັບ ນະຄອນຫຼວງວຽງຈັນ ມີຂົວ ແລະ ອຸມົງເປັນສ່ວນປະກອບກວ່າ 60%.

ຄະນະຜູ້ນໍາຂອງທັງສອງປະເທດຕ່າງສະໜັບສະໜຸນເສັ້ນທາງລົດໄຟລາວ – ຈີນ ເປັນ “ໂຄງການແຫ່ງການເຊື່ອມໂຍງເຖິງກັນ” ໂດຍການກໍ່ສ້າງອຸມົງ, ຂົວ, ຖານລາງລົດໄຟ ແລະ ສ່ວນອື່ນໆ ເດີນໜ້າຢ່າງເຕັມຕົວ ນັບຕັ້ງແຕ່ເດືອນທັນວາ 2016.

ທາງລົດໄຟລາວ – ຈີນອັນເປັນສ່ວນໜຶ່ງຂອງແຜນລິເລິ່ມໜຶ່ງແລວໜຶ່ງເສັ້ນທາງ (BRI: Belt and Road initiative) ຈະເປີດໃຫ້ບໍລິການຢ່າງເຕັມຮູບແບບພາຍໃນເດືອນທັນວາ 2021 ແລະ ຂະບວນລົດໄຟຈະແລ່ນດ້ວຍຄວາມໄວສູງສຸດ 160 ກິໂລແມັດຕໍ່ຊົ່ວໂມງ.

ຂໍ້ມູນຈາກ: China Xinhua News