ຊົມເຊີຍ!! ວັງວຽງຮັບຮອງເອົາ 22 ບ້ານ ເປັນບ້ານສາມັກຄີປອງດອງ

113

ອາທິດແລ້ວນີ້ຢູ່ສະໂມສອນເມືອງວັງວຽງ ແຂວງວຽງຈັນ ໄດ້ຈັດພິທີຮັບຮອງເອົາ 22 ບ້ານຄື: ບ້ານຜາຕັ້ງ, ໂພໄຊ, ປາກເປາະ, ຫ້ວຍສະເຫງົ້າ, ໂພນເພັງ , ຫ້ວຍແຍ້, ເມືອງຊອງ, ວຽງແກ້ວ, ສະຫວ່າງ, ວັງວຽງ, ນາທອງ, ນາດ້ວງ, ຫ້ວຍປາມ້ອມ, ທ່າເຮືອໃຕ້, ທ່າເຮືອ   ເໜືອ, ວັງເຮືອ, ໂພນສະຫວ່າງ, ໂພນຄຳ, ວຽງໄຊ-ນາຫຼວງ, ວັງໜ້ຽງ, ຫ້ວຍງາມ ແລະ ບ້ານໂພນຊູ ເປັນບ້ານສາມັກຄີປອງດອງ.

 

ເຂົ້າຮ່ວມເປັນປະທານມີທ່ານ ຄຳຜອງ ດວງວິໄລ ເຈົ້າເມືອງໆວັງວຽງ, ບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ພະນັກງານອາວຸໂສບຳນານ, ແຂກຖືກເຊີນ ແລະ ອົງການຈັດຕັ້ງຂັ້ນບ້ານ 22 ບ້ານ ເຂົ້າຮ່ວມ.

ໃນພິທີ ທ່ານ ລິນທອງ ບູລົມ ນາຍບ້ານໆວັງວຽງ ຕາງໜ້າໃຫ້ 22 ບ້ານຂຶ້ນຜ່ານບົດສະຫຼຸບ ການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ແລະ ທິດທາງແຜນການ 22 ບ້ານວ່າ: ພົນລະເມືອງທັງໝົດມີ 26.250 ຄົນ, ຍິງ 13.067 ຄົນ, ເຜົ່າລາວ 21.633 ຄົນ, ຍິງ 10.893 ຄົນ, ເຜົ່າກຶມມຸ 2.353 ຄົນ, ຍິງ 1.238 ຄົນ, ເຜົ່າມົ້ງ 426 ຄົນ, ຍິງ 321 ຄົນ, ເຜົ່າອີວມຽນ 3 ຄົນ, ຍິງ 1 ຄົນ.

 

 

ປະຊາຊົນສ່ວນໃຫຍ່ແມ່ນ ເຮັດນາເປັນຕົ້ນຕໍ, ປູກພືດລະດູແລ້ງ, ປູກຕົ້ນໄມ້ອຸດສາຫະກຳ ແລະບໍລິການເປັນສຳຮອງ. ທັງ 22 ບ້ານມີເນື້ອທີ່ນາທັງໝົດ 2.508.037 ເຮັກຕາ. ໃນໄລຍະ 1 ປີຜ່ານມາ ມີລາຍຮັບຈາກການບໍລິການ, ຄ້າຂາຍ, ພຶດຜັກ, ສັດລ້ຽງຕ່າງໆ ສາມາດສ້າງລາຍຮັບໄດ້ທັງໝົດ 27.738 ໂດລາ, ສະເລ່ຍໃສ່ຫົວຄົນໄດ້ 1.056 ໂດລາ ເທົ່າກັບ 12 ລ້ານກີບ/ຄົນ/ປີ, ການສ້າງຄອບຄົວສາມັກຄີ ຕາມ 4 ມາດຖານ ແລະ ສ້າງບ້ານສາມັກຄີຕາມ 5 ມາດຖານໄດ້ຕາມເກນທີ່ວາງໄວ້.

 

 

ນອກຈາກນີ້, ວຽກງານວັດທະນະທຳສັງຄົມ, ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບວຽກງານ ອົງການຈັດຕັ້ງມະຫາຊົນ ແລະ ວຽກງານອັນອື່ນໆໄດ້ມີການພັດທະນາດີຂຶ້ນເທື່ອລະກ້າວ, ອົງການປົກຄອງບ້ານ, ເລຂາໜ່ວຍພັກ ຄະນະພັກ ກໍ່ໄດ້ເອົາໃຈໃສ່ສຶກສາອົບຮົບ ດ້ານການເມືອງແນວຄິດໃຫ້ ປະຊາຊົນໄດ້ຮັບຮູ້ ເຊື່ອມຊືມຕໍ່ແນວທາງການປ່ຽນແປງໃໝ່ຂອງພັກ-ລັດ, ລະບຽບກົດໝາຍ ມີຄວາມສາມັກຄີ ຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮັກສາດ້ານຮີດຄອງປະເພນີອັນດີງາມຂອງເຜົ່າຕົນ.

 

ในภาพอาจจะมี 10 คน, ผู้คนกำลังนั่ง, ตาราง และสถานที่ในร่ม

 

ສຳລັບທິດທາງແຜນການ ຈະສືບຕໍ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ປະຊາຊົນບັນດາເຜົ່າເປັນເຈົ້າການຕື່ນຕົວ, ປະຕິບັດຕາມແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດສັງຄົມຂອງລັດໃນແຕ່ລະໄລຍະ,ເພີ່ມຄວາມສາມັກຄີເປັນເອກະພາບຂອງປະຊາຊົນບັນດາເຜົ່າ ແລະ ອົງການຈັດຕັ້ງຂັ້ນຕ່າງໆຂອງບ້ານແຕ່ລະບ້ານໃຫ້ສອດຄ່ອງປອງດອງກັນ ຈະນຳເອົາບັນດາແນວທາງ, ມະຕິຄຳສັ່ງຂອງລັດ-ຂັ້ນເທິງລົງເຜີຍແຜຜັນຂະຫຍາຍໃຫ້ປະຊາຊົນບັນດາເຜົ່າພາຍໃນບ້ານເຊື່ອມຊືມຢ່າງທົ່ວເຖິງ,

 

 

ໃນພິທີໃຫ້ກຽດມອບໃບຢັ້ງຢືນຄອບຄົວສາມັກຄີປອງດອງ ໂດຍ ແມ່ນ ທ່ານ ຄຳພູທອນ ເທບສຸພົມ ຮອງປະທານແນວລາວສ້າງຊາດແຂວງວຽງຈັນ ແລະ ຕ່າງໜ້າຮັບໂດຍແນວໂຮມບ້ານທັງ 22 ບ້ານ. ແລະ ໃຫ້ກຽດມອບໃບຢັ້ງຢືນ ບ້ານສາມັກຄີປອງດອງ ໂດຍ ທ່ານ ຄຳຜອງ ດວງວິໄລ ເຈົ້າເມືອງໆວັງວຽງ ແລະຂຶ້ນຮັບໂດຍນາຍບ້ານທັງ 22 ບ້ານ.

 

 

ຂໍ້ມູນ, ແຂວງວຽງຈັນອອນລາຍ