ຕົ້ນປີເສດຖະກິດຍີ່ປຸ່ນ ຂະຫຍາຍຕົວດີ

53

ຈີດີພີ ຂອງຍີ່ປຸ່ນ ຂະຫຍາຍຕົວ 0,5% ໃນໄລຍະ 3 ເດືອນທໍາອິດຂອງປີ 2019 ຈາກຂໍ້ມູນຂອງທາງການ ຍີ່ປຸ່ນ ທີ່ເຜີຍແຜ່ເມື່ອຕົ້ນອາທິດນີ້ຖືເປັນຕົວເລກທີ່ດີເກີນຄາດໝາຍສໍາລັບປະເທດເສດຖະກິດຂະໜາດໃຫຍ່ ອັນດັບ 3 ຂອງໂລກ.

ຖືເປັນການຂະຫຍາຍຕົວ 2 ໄຕມາດຊ້ອນ ຂອງເສດຖະກິດຍີ່ປຸ່ນ ຫຼັງຈາກຂະຫຍາຍຕົວ 0,4% ໃນໄຕມາດ 4 ຂອງປີກ່ອນ ແລະ ສວນທາງກັບການຄາດຄະເນຂອງບັນດານັກວິເຄາະທີ່ຄາດໝາຍວ່າຈະຫຼຸດລົງໃນຕົ້ນປີນີ້.

ຂໍ້ມູນເສດຖະກິດຫຼ້າສຸດຖືກຕິດຕາມຢ່າງໃກ້ຊິດ ທ່າມກາງການຄາດຄະເນວ່າລັດຖະບານຍີ່ປຸ່ນ ອາດຈະເລື່ອນແຜນການຂຶຶ້ນພາສີອີກເປັນ ຄັ້ງທີ 3 ຫາກຕົວເລກການຂະຫຍາຍຕົວຂອງ ຈີດີພີ ຫຼຸດລົງຫຼາຍ.

ສໍານັກງານເລຂາທິການຄະນະລັດຖະມົນຕີຍີ່ປຸ່ນ ລາຍງານວ່າ: ການສົ່ງອອກຄືປັດໄຈຫຼັກຂອງຕົວເລກການຂະຫຍາຍຕົວຫຼ້າສຸດ, ຕົວເລກການນໍາເຂົ້າຫຼຸດລົງຫຼາຍກວ່າຕົວເລກທີ່ຫຼຸດລົງຂອງການນໍາເຂົ້າ.

ທ່ານ ທາເຄຊິ ມິນາມິ ຫົວໜ້ານັກເສດຖະສາດຂອງສະຖາບັນວິໄຈໂນຣິນຊູກິນ ກ່າວວ່າ: ຕົວເລກເສດຖະກິດທີ່ທາງການຍີ່ປຸ່ນ ຖະແຫຼງຖືວ່າດີເກີນຄາດໝາຍ, ແຕ່ເບິ່ງໃຫ້ເລິກລົງໄປຂໍ້ມູນນີ້ບໍ່ແມ່ນສິ່ງທີ່ໜ້າຍິນດີ ເນື່ອງຈາກມັນສະແດງໃຫ້ເຫັນເຖິງຈຸດອ່ອນຢ່າງຊັດເຈນໃນເສດຖະກິດຂອງປະເທດທີ່ມີການບໍລິິິໂພກ ແລະ ການລົງທຶນກ່ຽວກັບໂຮງງານ ແລະ ອຸປະກອນຕໍ່າ.