ທ່າແຕງ! ຄືນຊີວິດໃຫ້ສັດປ່າທີ່ຢຶດໄດ້ຈາກຜູ້ຄ້າ

93

ສັດປ່າທີ່ຫວງຫ້າມປະເພດແລນຈຳນວນ 2 ໂຕ ທີ່ເຈົ້າໜ້າທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ທ່າແຕງ ຍຶດໄດ້ນຳພໍ່ຄ້າ-ແມ່ຄ້າ ທີ່ລັກລອບເຂົ້າມາຂາຍໃນວັນທີ 13 ພຶດສະພາ 2019 ນີ້ ໄດ້ຖືກນຳໄປປ່ອຍທີ່ປ່າສະຫງວນ ບ້ານຫົວເຊໂດນ (ຄຸ້ມໜອງເລົ່າ) ເມືອງທ່າແຕງ ແຂວງ ເຊກອງ ໃນວັນທີ 16 ພຶດສາພາ 2019 ເຊິ່ງມີຫ້ອງການທີ່ກ່ຽວຂອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.

 

 

 

ທ່ານ ບຸນລັບ ອຸດົມຄະຕິ ຫົວໜ້າໜ່ວຍງານກວດກາປ່າໄມ້ເມືອງທ່າແຕງກ່າວວ່າ: ກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ມາດຕາ 52 ໄດ້ລະບຸ: ຫ້າມບຸກຄົນ ແລະ ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີການກະທໍາໂດຍນຳເອົາສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ ທີ່ຍັງມີຊີວິດ, ຊາກ, ຊິ້ນສ່ວນ ແລະ ອະໄວຍະວະຕ່າງໆຂອງສັດອອກຈາກຖິ່ນທີ່ຢູ່ອາໄສມາໄວ້ຄອບຄອງ ແລະ ລັກລອບຫາ, ລ່າ, ຊື້ຂາຍ ຫຼື ມີໄວ້ຄອບຄອງສັດນ້ຳ ແລະ ສັດປ່າໂດຍບໍ່ໄດ້ຮັບການອະນຸຍາດ ລວມໄປເຖິງການຫາສັດນໍ້າ ແລະ ສັດປ່າໃນສະຖານທີ່ຫວງຫ້າມ ແລະ ເຂດອະນຸລັກພັນສັດ ໃນລະດູການຂະຫຍາຍພັນ, ຖືພາ-ມານ ແລະ ລ້ຽງລູກນ້ອຍ.

 

 

ເຊິ່ງທັງໝົດນີ້ ຈຸດປະສົງກໍ່ແມ່ນເປັນປົກປັກຮັກສາຊັບພະຍາກອນທຳມະຊາດປະເພດຕ່າງໆທີ່ຄົງຄວາມອຸດົມສົມບູນບໍ່ໃຫ້ສູນພັນ ສຳລັບເມືອງທ່າແຕງແລ້ວ ໄລຍະຜ່ານມາໄດ້ມີມອບໃຫ້ອຳນາດການປົກຄອງບ້ານກຳນົດມາດຕະຖານຄຸ້ມຄອງໃຫ້ສອດຄ່ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ.

 

 

 

 

 

ຂໍ້ມູນ: ຂ່າວທ່າແຕງ