ນັກສ້າງຮູບເງົາສົ່ງເສີມສິດທິເທົ່າທຽມກັນທາງກົດໝາຍຜ່ານສາລະຄະດີ

84

ເລື່ອງສິດສະເໝີພາບກັນ ລະຫວ່າງຍິງຊາຍ ຖືເປັນປະເດັນທີ່ສໍາຄັນ, ໜ້າຕິດຕາມ ບ້ານເມືອງເຮົາເອງກໍໄດ້ມີນະໂຍບາຍກ່ຽວກັບຄວາມສະເໝີພາບຍິງ-ຊາຍໃນທຸກໆຂົງເຂດ ແລະໃນລະຫວ່າງ ວັນທີ 17-18 ເດືອນ ພຶດສະພາ 2019 ຜູ້ສ້າງຮູບເງົາ ຈາກໂຄງການ American Film Showcase program ໄດ້ມາຢ້ຽມຢາມສະຖາບັນດ້ານກົດໝາຍຫຼາຍແຫ່ງໃນ ສປປ ລາວ ເພື່ອ ນຳສະເໜີ ຮູບເງົາສາລະຄະດີ ກ່ຽວກັບສິດທິເທົ່າທຽມກັນ ແລະ ລັດແຫ່ງກົດໝາຍ.

ການມາໃນຄັ້ງນີ້ ໄດ້ຮັບທຶນ ແລະ ສະໜັບສະໜູນ ຈາກ ໂຄງການ American Film Showcase program ເຊິ່ງໄດ້ນຳເອົາຮູບເງົາທີ່ໄດ້ລາງວັນຈາກສະຫະລັດອາເມລິກາ ມາສູ່ຜູ້ຊົມໃນທົ່ວໂລກ. ໂດຍການໄດ້ຮັບທຶນຈາກ ກະຊວງການຕ່າງປະເທດ ຮັບຜິດຊອບດ້ານວຽກງານທາງດ້ານການສຶກສາ ແລະ ວັດທະນະທຳ ແລະ ບໍລິຫານຈັດຕັ້ງໂດຍມະຫາວິທະຍາໄລຂອງລັດຄາລີຟໍເນຍ (University of Southern California School of Cinematic Arts, ໂຄງການ American Film Showcase) ໄດ້ສະແດງໃຫ້ເຫັນເຖິງຄຸນຄ່າຂອງຮູບເງົາໃນການເສີມສ້າງຄວາມເຂົ້າໃຈ ແລະ ການຮ່ວມມື ລວມໄປເຖິງການສົນທະນາ ແລະ ການໂຕ້ວາທີນໍາອິກ.

ໃນລະຫວ່າງການຢ້ຽມຢາມ ສປປ ລາວ ສອງວັນ ທ່ານນາງ Sharon Rowen ເປັນນັກກົດໝາຍ, ທະນາຍຄວາມຍິງ ທີ່ມີຄວາມໂດດເດັ່ນ ເຊັ່ນ U.S. Supreme Court Justice Ruth Bader Ginsberg ທີ່ສະທ້ອນໃຫ້ເຫັນເຖິງຄວາມທ້າທາຍທີ່ມືອາຊີບຄືພວກເພີ່ນຕ້ອງໄດ້ປະເຊີນໃນຂະແໜງການດ້ານກົດໝາຍ ລວມທັງເປັນ ຜູ້ສ້າງຮູບເງົາອາຊີບ ໄດ້ຈັດງານສຳມະນາ ຢູ່ທີ່ສະຖາບັນ ຍຸຕິທໍາແຫ່ງຊາດ, ສະຫະພັນແມ່ຍິງ ແຫ່ງ ສປປ ລາວ ແລະ ຄະນະນິຕິສາດ ມະຫາວິທະຍາໄລແຫ່ງຊາດ,

ເພື່ອເຜີຍແພ່ ຮູບເງົາສາລະຄະດີຂອງເພີ່ນ  ເລື່ອງ ສິດສະເໝີພາບດ້ານວຽກງານກົດໝາຍ ແມ່ນເພີ່ນໄດ້ຕິດຕາມ ອາຊີບນັກກົດໝາຍໃຫ້ໄດ້ຊົມກັນ.

ທ່ານ ນາງ Rowen ກ່າວວ່າ: ຂ້າພະເຈົ້າສ້າງຮູບເງົານີ້ຂື້ນມາເພື່ອເປັນຫົນທາງໜື່ງໃນການລິເລີ່ມໃຫ້ມີການສົນທະນາກ່ຽວກັບຫົວຂໍ້ດ້ານຄວາມສະເໜີພາບ ຍິງ-ຊາຍ ແລະ ສັງຄົມຈະໃຫ້ທັດສະນະແນວໃດຕໍ່ກັບການເປັນຜູ້ນໍາເພດຍິງ. ຫຼາຍໆເທື່ອທີ່ຜູ້ຍິງຖືກບັງຄັບໃຫ້ຕັດສິນໃຈໃນສີ່ງທີ່ຍາກໆເພື່ອໃຫ້ເລືອກລະຫວ່າງ ອາຊີບຂອງເຂົາເຈົ້າ ແລະ ຄວາມຮັບພິດຊອບຕໍ່ຄອບຄົວຂອງພວກເຂົາ.

ໃນລະຫວ່າງການສຳມະນາ, ບັນດານັກສຶກສາ ແລະ  ທະນາຍຄວາມ ຈາກສະພາທະນາຍຄວາມລາວ ໄດ້ປຶກສາຫາລືກ່ຽວກັບຄວາມສຳຄັນໃນການສົ່ງເສີມບົດບາດ ຍິງ-ຊາຍ ໃນການພັດທະນາໃນຂະແໜງການທາງກົດໝາຍໃນ ສປປ ລາວ, ຄຸນຄ່າອັນສຳຄັນອັນເປັນຈຸດສູນກາງຂອງ ສະຫະລັດອາເມລິກາ ແລະ ບຸລິມະສິດຕົ້ນຕໍຂອງ ລັດຖະບານ ສປປ ລາວ.