ຜູ້ກຳກັບຢືນຢັນ ຈອນ ວິກ 4 ມີກຳນົດສາຍ 21 ພຶດສະພາ 2021

246

ຈັກກະວານຂອງນັກຂ້າເດີນທາງມາເຖິງພາກທີ 3 ແລ້ວ ສໍາລັບ ຮູບເງົາແອັກຊັ່ນ John Wick ຈາກຈຸດເລິ່ມຕົ້ນນ້ອຍໆ ກ່ອນຈະຂະຫຍາຍກວ້າງຂວາງເປີດໂລກຂອງນັກຂ້າທີ່ໜ້າສົນໃຈຂຶ້ນມາຫຼາຍກວ່າທີ່ເຮົາຄາດຄິດ ໂດຍ John Wick: Chapter 3- Parabellum ຈອນ ຕ້ອງຫຼົບໜີຈາກການໄລ່ລ່າຫຼັງຈາກສະພາຂັ້ນສູງຂອງບັນດານັກຂ້າໄດ້ມີຄຳສັ່ງຕັດຫາງປ່ອຍວັດ ຍ້ອນສາດເຫດທີ່ ຈອນ ເຮັດຜິດກົດຂອງໂຮງແຮມ The Continental ດ້ວຍການຂ້າ ຊານຕິໂນ ອັນໂຕນິໂອ ໃນໂຮງແຮມທີ່ມີກົດຫ້າມຂ້າກັນເອງ (ໃນພາກ 2).

ในภาพอาจจะมี 1 คน, กำลังยืน

ໃນຕອນນີ້ ຮູບເງົາ John Wick Chapter 3 ກໍ່ເຮັດລາຍໄດ້ຖະຫຼົ່ມທະລາຍໄປແລ້ວທົ່ວໂລກ 99 ລ້ານໂດລາ (ປະມານ 860 ຕື້ກີບ) ຂໍບອກເລີຍວ່າ ເຮັດໃຫ້ຜູ້ຄົນມ່ວນສຸດໆໄປກັບສາກແອັກຊັ່ນທີ່ຈັດໜັກຈັດເຕັມ ໂດຍນັກສະແດງລະດັບຝີມື Keanu Reeves.

ในภาพอาจจะมี 1 คน, กำลังยิ้ม, กำลังยืน

ในภาพอาจจะมี 1 คน, ข้อความ

ຈົນຫຼ້າລຸດ Chad Stahelski ຜູ້ກໍາກັບໄດ້ໃຫ້ສໍາພາດກັບ ComicBookcom ກ່ຽວກັບທິດທາງການສ້າງຮູບເງົາ John Wick ຕັ້ງແຕ່ພາກທໍາອິດຈົນເຖິງປັດຈຸບັນ ແຖມດ້ວຍການຢອດຂ່າວເລັກໆນ້ອຍໆວ່າ ໃຫ້ແຟນໆໄດ້ຕື່ນເຕັ້ນເພິ່ມອີກ ເມື່ອປະກາດອອກມາຢ່າງເປັນທາງການແລ້ວວ່າ ຮູບເງົາຈັກກະວານນັກຂ້າ John Wick Chapter 4 ຈະອອກມາສາຍໂຊທັກສະການຕໍ່ສູ້ເທິງຈໍຮູບເງົາ ໃນວັນທີ 21 ພຶດສະພາ 2021 ນີ້ !!!

ในภาพอาจจะมี 1 คน, ข้อความ