ມອບ – ຮັບໂຄງການກໍ່ສ້າງນໍ້າປະປາເມືອງກວັນ

97

ໂຄງການກໍ່ສ້າງລະບົບນໍ້າປະປາເທສະບານເມືອງກວັນ ເປັນໂຄງການລົງທຶນຂອງລັດຖະບານລາວ 100% ໂດຍແມ່ນ ບໍລິສັດ ໄຊຈະເລີນຊັບກໍ່ສ້າງ ເປັນຜູ້ຮັບເໝົາ ແລະ ລົງທຶນກ່ອນ ໃນມູນຄ່າທັງໝົດ 24 ຕື້ກີບ.

ໂຄງການນີ້ແມ່ນໄດ້ເລີ່ມລົງມືປະຕິບັດມາແຕ່ກາງເດືອນພຶດສະພາ 2013 ມາຮອດປັດຈຸບັນໄດ້ສຳເລັດ 100% ຂອງໜ້າວຽກທັງໝົດ. ໃນນີ້, ໄດ້ກໍ່ສ້າງຝາຍກັນນໍ້າມີ ຄວາມຍາວ 15 ແມັດ ( ໂດຍໃຊ້ໂປ່ມນໍ້າຂຶ້ນເປັນລະບົບອັດຕະໂນມັດ ), ສ້າງໂຮງງານຜະລິດນໍ້າ ແລະ ອ່າງເກັບນໍ້າ 2 ອ່າງ ເຊິ່ງມີຄວາມຍາວຂອງທໍ່ເລີ່ມຈາກຫົວງານຫາອ່າງເກັບນໍ້າທີ 2 ແມ່ນ 400 ແມັດ, ຄວາມຍາວຂອງທໍ່ແຕ່ອ່າງທີ 2 ຫາໂຮງງານແມ່ນ 800 ແມັດ, ສ້າງຫ້ອງການ 1 ຫຼັງ, ສະໜອງອຸປະກອນເຄື່ອງທົດລອງ, ວຽກງານໄຟຟ້າທົ່ວໄປ ແລະ ຫ້ອງຄວບຄຸມ, ກໍ່ສ້າງເຮືອນຍາມ – ຫ້ອງນໍ້າ, ສາງມ້ຽນເຄື່ອງ 1 ຫຼັງ, ສະໜອງອຸປະກອນ ແລະ ເຄື່ອງໃຊ້ຫ້ອງການ.

ພິທີມອບ – ຮັບໄດ້ຈັດຂຶ້ນໃນວັນທີ 17 ພຶດສະພາ ທີ່ສະໂມສອນເມືອງກວັນ ແຂວງ ຫົວພັນ ຕາງໜ້າເຈົ້າຂອງໂຄງການຝ່າຍ ແຂວງຫົວພັນ ລົງນາມເຊັັນບົດບັນທຶກມອບ – ຮັບໃນຄັ້ງນີ້ໂດຍ ທ່ານ ສຸກສົມພັນ ແກ້ວມີໄຊ ຮອງພະແນກ ຍທຂ ແຂວງ, ຝ່າຍບໍລິສັດແມ່ນ ທ່ານ ຄອນສະຫວັນ ໄຊຍະເພັດ ວິຊາການບໍລິສັດຜູ້ຮັບເໝົາ ໂດຍຊ້ອງໜ້າ ທ່ານ ໄມຄຳ ພິມມະສອນ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງກວັນ; ທ່ານ ຮຸ່ງອາລຸນ ບຸນທະເມືອງ ຮັກສາການຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ, ມີຜູ້ຕາງໜ້າບໍລິສັດຜູ້ຮັບເໝົາ, ຄະນະກຳມະການຂັ້ນແຂວງ, ເມືອງ ເຂົ້າຮ່ວມເປັນສັກຂີພິຍານນຳ.

( ຂ່າວ: ງຸດ ວິໄລຄຳ )