ມອບເຂົ້າ 30 ໂຕນໃຫ້ປະຊາຊົນ 44 ບ້ານເມືອງບົວລະພາ

71

ດ້ວຍຄວາມເປັນຫ່ວງເປັນໃຍຕໍ່ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມໃນລະດູຝົນຜ່ານມາ, ທ່ານເຈົ້າເມືອງບົວລະພາ ໄດ້ລົງເຄື່ອນໄຫວມອບເຂົ້າ ຈຳນວນ 30 ໂຕນ ໃຫ້ແກ່ປະຊາຊົນໃນ 44 ບ້ານ ເປັນການຊ່ວຍບັນເທົາຊີວິດການເປັນຢູ່ຂອງເຂົາເຈົ້າ ຫຼັງຈາກທີ່ໄດ້ສູນເສຍເຂົ້າໃນນາໄປໝົດກ້ຽງຍ້ອນນ້ຳຖ້ວມຂັງ.

ໃນວັນທີ 20 ພຶດສະພາ 2019 ຜ່ານມາ ຢູ່ສະໂມສອນ ເມືອງບົວລະພາ ໄດ້ຈັດພິທີມອບເຂົ້າໃຫ້ກັບປະຊາຊົນ 44 ບ້ານຄື: ບ້ານທົ່ງຂາມ, ຫຼັງຄັງ; ວັງຄົນ; ໜອງບົວ, ຜານົບ, ໜອງແສງ, ໜອງໂນ,ບ້ານດຸ, ວັງມະເນີ, ທົ່ງຊໍ້າ, ບ້ານຊອກ, ກະຈາມໃຫ່ຍ, ກະຈາມນ້ອຍ, ນາຕັ້ງໃຈ, ກະແຕ້, ຂະຍູ້, ສາອ້າງ, ຫຍ້າຫວາຍ, ບ້ານວັກ, ແສນພັນ, ບ້ານໂສຍ, ໂພນສາງໄພ, ບ້ານກາງ, ຫຍ້າລວນ, ສົມເປງ, ນາເປງ, ຕາຫຼອງ, ທ່າກະຈັນ, ນາປາງ, ປາກພະນັງ, ນາພະນັງ, ທ່າແຮ່, ນາສົມບູນ, ປາກ້ອຍ, ນາປຸງ, ໜອງປີງ, ກວນຂະໂຍມ, ຫຍ້າແວດ, ຫ້ວຍທ່າ, ບ້ານຜາຂຽດ, ພຽງລ້ານ, ບ້ານໂຄກ,  ທ່າພະໂຈ້ນ, ທັບລາວ ເມືອງບົວລະພາ ແຂວງ ຄຳມ່ວນ.

 

 

ຕາງໜ້າການມອບ – ຮັບຄັ້ງນີ້ໂດຍ ທ່ານຄໍາໄຊ ຕ່າງນະວົງ ຮອງເຈົ້າເມືອງໆບົວລະພາ ເປັນຜູ້ມອບ ໂດຍມີການຈັດຕັ້ງບ້ານທັງ 44 ບ້ານເປັນຜູ້ຮັບ ເຊິ່ງເຂົ້າຊ່ວຍເຫຼືອດັ່ງກ່າວມີຈຳນວນທັງໜົດ 30 ໂຕນ. ຈຸດປະສົງກໍ່ເພື່ອບັນເທົາທຸກໃຫ້ກັບປະຊາຊົນ ຈຳນວນ 44 ບ້ານ ຂອງເມືອງບົວລະພາ ທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມຄັ້ງທີ່ຜ່ານມາ.

 

 

ໂອກາດນີ້ ຮອງເຈົ້າໆເມືອງບົວລະພາ ກໍ່ໄດ້ໂອ້ລົມຕໍ່ການຈັດຕັ້ງບ້ານນາຍບ້ານ 44 ບ້ານ ຕ້ອງໄດ້ເພີ່ມທະວີຄວາມສາມັກຄີ, ຄວນມີສະຕິໃນການດຳລົງຊີວິດ ແລະ ປະກົດການຫຍໍ້ທໍ້ຕ່າງໆທີ່ອາດຈະເກີດຂຶ້ນ ພ້ອມກັນນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາການຈັດຕັ້ງບ້ານຕະຫຼອດຮອດປະຊາຊົນ ໃຫ້ເພີ່ມທະວີໃນການປູກຟັງ ແລະ ລ້ຽງສັດ ສ້າງລາຍໄດ້ຫຼາຍທາງເພື່ອພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນເທື່ອລະກ້າວ.