ມີ່ມີ່ ນາງສາວລາວ 2018 ຮ່ວມກິດຈະກຳ “Queen Precious”

125

ຊົມພາບງາມໆ ມີ່ມີ່ ຫຼື ສຸດທິດາ ອານຸ ນາງສາວລາວ ປີ 2018 ຮ່ວມກິດຈະກຳ “Queen Precious” ເປັນກິດຈະກໍາປຸກພະລັງສ້າງຄຸນຄ່າ ແລະ ແບ່ງປັນປະສົບການ ກວ່າຈະເປັນນາງງາມຕ້ອງຜ່ານຫຍັງແດ່ ເພື່ອນໍາລາຍໄດ້ທັງໝົດ ໄປສະໜັບສະໜູນສະຖາບັນການສຶກສາທີ່ຂາດແຄນ, ກິດຈະກຳດັ່ງກ່າວຈັດຂຶ້ນໃນວັນທີ 21ພຶດສະພາ2019 ທີ່ ອາຄານມາລີນົນ ຊ່ອງ 3 ປະເທດໄທ.

 

 

ມີ່ມີ່ ສຸດທິດາ ອານຸ ປັດຈຸບັນຢູ່ບ້ານໄຊຍະພູມ ນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ.

ຈົບການສຶກສາຈາກ ມຊ ລະດັບປະລິຍຍາຕີ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ສາຂາການຄ້າ ແລະ ລະດັບຊັ້ນສູງ ສາຂາພາສາອັງກິດທົ່ວໄປ ທີ່ ວິທະຍາໄລ ໂລໂກສ

ຜົນງານດ້ານບັນເທີງໃນໄລຍະຜ່ານມາຫຼັງໄດ້ຮັບຕຳແໜ່ງ ກໍໄດ້ອອກລາຍການ, ເປັນຕົວແທນອອກງານທີ່ປະເທດເພື່ອນບ້ານ, ຖ່າຍແບບ, ເດີນແບບ ເປັນພີເຊັນເຕີ້ ແລະ ໃນໄວໆນີ້ກໍຈະມີງານເດີນແບບໃນງານ Wow fashion week 2019 ທີ່ຈະຈັດຂຶ້ນໃນວັນທີ 25 ພຶດສະພານີ້.