ລັດຖະມົນຕີກະຊວງ ອຄ ເນັ້ນສ້າງບຸກຄະລາກອນການຄ້າໃຫ້ມີຄຸນນະພາບ

46

ໃນໂອກາດສະຫຼອງ 20 ປີ ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ ທ່ານ ນາງ ເຂັມມະນີ  ພົນເສນາ ເນັ້ນໃຫ້ສືບຕໍ່ຍົກລະດັບພະນັກງານ, ສ້າງບຸກຄະລາກອນການຄ້າອອກຮັບໃຊ້ສັງຄົມ ລວມທັງສ້າງແຜນພັດທະນາອຸດສາຫະກຳ ແລະ ການຄ້າໃນແຕ່ລະໄລຍະ ເພື່ອປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ.

ພິທີສະເຫຼີມສະຫຼອງ ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ ມີຂຶ້ນໃນວັນທີ 21 ພຶດສະພາ 2019 ທີ່ສະຖາບັນດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ( ອຄ ) ມີຮອງລັດຖະມົນຕີ, ຫົວໜ້າກົມ, ພະນັກງານບໍານານ ແລະ ອ້ອມຂ້າງກະຊວງເຂົ້າຮ່ວມ.

ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຄ ໄດ້ກ່າວວ່າ: ຕະຫຼອດ 20 ປີ ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າໄດ້ມີຜົນງານຫຼາຍດ້ານໃນການປະກອບສ່ວນເຂົ້າໃນວຽກງານການຄ້າ ໂດຍສະເພາະເປັນຄັງສະໜອງໃຫ້ກະຊວງໃນການຄົ້ນຄວ້າ – ວິໄຈ ແລະ ເຜີຍແຜ່ຂໍ້ມູນຕ່າງໆຜ່ານບົດຄົ້ນຄວ້າ, ການຝຶກອົບຮົມ. ພ້ອມດຽວກັນນັ້ນ, ຍັງມີວິທະຍາໄລການຄ້າທີ່ໄດ້ສ້າງບຸກຄະລາກອນທຸລະກິດ – ການຄ້າອອກຮັບໃຊ້ສັງຄົມ ແລະ ວຽກງານວິຊາສະເພາະຂອງສະຖາບັນອື່ນໆທີ່ປະກອບສ່ວນທັງທາງກົງ ແລະ ທາງອ້ອມ ໃນການພັດທະນາເສດຖະກິດຂອງປະເທດ.

ທ່ານລັດຖະມົນຕີ ກ່າວຕື່ມວ່າ: ເພື່ອສືບຕໍ່ປະກອບສ່ວນເຂົ້າໃນວຽກງານພັດທະນາເສດຖະກິດ – ສັງຄົມຂອງຊາດ ກໍຄືຂອງວຽກງານກະຊວງ ອຄ ເນັ້ນໃຫ້ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ ສືບຕໍ່ຄົ້ນຄວ້າວິໄຈ, ຈັດການຝຶກອົບຮົມ, ສືບຕໍ່ສຶກສາຄົ້ນຄວ້າການຜະລິດເປັນສິນຄ້າ, ການພັດທະນາ ເອັສເອັມອີ ແລະ ຄົ້ນຄວ້າແຜນຂອງຂະແໜງອຸດສາຫະກຳ ແລະ ການຄ້າ ປີ 2019 – 2020, ຄົ້ນຄວ້າຍຸດທະສາດຂອງກະຊວງ ອຄ, ສືບຕໍ່ເປັນເຈົ້າການຈັດຕັ້ງປະຕິບັດແຜນພັດທະນາອຸດສາຫະກຳປຸງແຕ່ງ 2019 – 2020 ເພື່ອເປັນບ່ອນອີງໃຫ້ການສ້າງແຜນຕໍ່ໜ້າຂອງຂະແໜງ ອຄ ໃນປີ 2025 – 2030, ເພີ່ມຄວາມເປັນເຈົ້າການໃນການຝຶກອົບຮົມຫົວຂໍ້ຕ່າງໆທີ່ມີຄວາມຈໍາເປັນໃຫ້ພະນັກງານຂະແໜງ ອຄ ຂັ້ນແຂວງ, ຂັ້ນເມືອງໃນຂອບເຂດທົ່ວປະເທດ. ພ້ອມດຽວກັນນັ້ນ, ວຽກງານບໍລິຫານກໍໃຫ້ສືບຕໍ່ປັບປຸງກົງຈັກການຈັດຕັ້ງຂອງສະຖາບັນໃຫ້ສອດຄ່ອງ, ມີປະສິດທິຜົນຫຼາຍຂຶ້ນ ແລະ ການສ້າງລາຍຮັບເພີ່ມຂຶ້ນນອກຈາກວິທະຍາໄລ.

ທ່ານ ລາວຮົວ ເຈີຈິງ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ ໄດ້ກ່າວວ່າ: ໄລຍະຜ່ານສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ ໄດ້ຄົ້ນຄວ້າສະເໜີແນະທາງດ້ານວິຊາການຕໍ່ບັນດານະໂຍບາຍອຸດສາຫະກຳ ແລະ ການຄ້າ, ການສ້າງແຜນ ແລະ ຍຸດທະສາດຂອງຂະແໜງອຸດສາຫະກຳ ແລະ ການຄ້າ, ທີ່ພົ້ນເດັ່ນກວ່າໝູ່ແມ່ນການຮ່າງແຜນຍຸດທະສາດ, ການພັດທະນາ ອຸດສາຫະກໍາປຸງແຕ່ງ ແລະ ການຄ້າໄລຍະ 2011 – 2020  ແລະ ການຮ່ວມຮ່າງຍຸດທະສາດພັດທະນາອຸດສາຫະກຳກັບສະຖາບັນຄົ້ນຄວ້າເສດຖະກິດອາຊຽນ, ອາຊີຕາເວັນອອກ, ການຮ່ວມມືກັບບັນດາປະເທດໃນອາຊຽນ ແລະ ສາກົນ ເຊິ່ງມີບົດຄົ້ນຄວ້າເປັນພາສາລາວທີ່ສະໜອງໃຫ້ບັນດາກົມສະຖາບັນຄົ້ນຄວ້າຕ່າງໆ ຈໍານວນ 53 ຫົວຂໍ້ ແລະ ບົດພາສາອັງກິດ 9 ຫົວຂໍ້.

ໃນດ້ານການຝຶກອົບຮົມສາມາດພັດທະນາຫຼັກສູດສໍາລັບການຝຶກອົບຮົມ 6 ຫຼັກສູດ, ຈັດຝຶກອົບຮົມວຽກງານອຸດສາຫະກຳ ແລະ ການຄ້າ ເມືອງ 8 ຄັ້ງ ເປັນຈໍານວນ 361 ຄົນ, ຝຶກອົບຮົມ ແລະ ສໍາມະນາໃນຫົວຂໍ້ທີ່ຕິດພັນກັບວຽກງານອຸດສາຫະກຳ ແລະ ການຄ້າໃຫ້ພະນັກງານຂະແໜງອຸດສາຫະກຳ 95 ຄັ້ງ ຈໍານວນ 3.614 ຄົນ, ຝຶກອົບຮົມພາສາອັງກິດ ແລະ ຄອມພິວເຕີ ຈໍານວນ 8 ຄັ້ງ ເປັນຈໍານວນ 139 ຄົນ.

ປັດຈຸບັນມີພະນັກງານ ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ ມີທັງໝົດ 41 ຄົນ, ດ້ານການພັດທະນາຊັບພະຍາກອນມະນຸດ ຕະຫຼອດ 20 ປີ ຜ່ານມາໄດ້ສົ່ງພະນັກງານໄປຍົກລະດັບຢູ່ຕ່າງປະເທດ 250 ຄົນ, ໃນສົກປີ 2018 – 2019 ຮັບນັກສຶກສາໃໝ່ຈໍານວນ 89 ຄົນ ລວມນັກສຶກສາທີ່ກໍາລັງຮຽນ ຈໍານວນ 306 ຄົນ ອອກ 35 ຄົນ ສາເຫດແມ່ນຍ້ອນສະຖາບັນການສຶກສາອື່ນໄດ້ເປີດການຮຽນ – ການສອນລະດັບປະລິນຍາຕີ ແລະ ມີນັກສຶກສາຈໍານວນໜຶ່ງຂໍຍ້າຍໄປຮຽນຢູ່ໂຮງຮຽນອື່ນ.

ສ່ວນແຜນໃນຕໍ່ໜ້າແມ່ນມີຄວາມມຸ່ງໝັ້ນເພື່ອກາຍເປັນຄັງສະໝອງ ທີ່ສາມາດສະໜອງການບໍລິການດ້ານວິຊາການຢ່າງຮອບດ້ານຂອງກະຊວງ ອຄ, ພັດທະນາຊັບພະຍາກອນມະນຸດ ແລະ ປະຊາກອນການຄ້າທີ່ມີຄຸນນະພາບໃຫ້ສັງຄົມ ແລະ ເປັນສູນຝຶກອົບຮົມວິຊາການດ້ານອຸດສາຫະກຳ ແລະ ການຄ້າ, ສ້າງແຜນບຸລິມະສິດປະຈໍາປີໃນການຄົ້ນຄວ້າ – ວິໄຈ ຕິດພັນກັບແຜນຂອງແຕ່ລະກົມ ແລະ ຄໍາສັ່ງໂດຍກົງຈາກຄະນະນໍາກະຊວງ, ຈັດລະບົບຂໍ້ມູນ – ຂ່າວສານເປັນສູນຂໍ້ມູນຮັບໃຊ້ວຽກງານຄົ້ນຄວ້າ, ພັດທະນາຫຼັດສູດຊັ້ນສູງທຸລະກິດການຄ້າ ໃຫ້ທຽບເທົ່າມາດຕະຖານຂອງອາຊຽນ ແລະ ສາກົນ ພ້ອມທັງກຽມຄວາມພ້ອມຂຶ້ນເປັນຫຼັກສູດປະລິນຍາຕີໃນຕໍ່ໜ້າ ແລະ ອື່ນໆ.

( ຂ່າວ: ພຸດຕີ້; ຮູບ: ວິລະສັກ )