ສປຊ ເຕືອນ ແມງໄມ້ຫຼຸດລົງກະທົບລະບົບນິເວດທົ່ວໂລກ

57

ອົງການສະຫະປະຊາຊາດ ຫຼື ສປຊ ອອກມາເຕືອນເຖິງບັນຫາເຜິ້ງ ແລະ ແມງໄມ້ທົ່ວໂລກຫຼຸດຈໍານວນລົງຢ່າງໄວວາ ສາເຫດຍ້ອນມາຈາກທີ່ຢູ່ອາໄສຕາມທໍາມະຊາດຖືກທໍາລາຍ ແລະ ຖືກຄຸກຄາມຈາກການເຮັດກະສິກໍາ ກະທົບຕໍ່ລະບົບນິເວດ – ຂະແໜງກະສິກໍາທົ່ວໂລກ.

ສປຊ ຊີ້ວ່າ: ແມງໄມ້ມີບົດບາດສໍາຄັນຕໍ່ລະບົບນິເວດຫຼາຍ ເນື່ອງຈາກເຜິ້ງ ແລະ ແມງໄມ້ເປັນພາຫະທີ່ຊ່ວຍໃນການປະສົມພັນພືດ, ຫາກສິ່ງມີຊີວິດເຫຼົ່ານີ້ມີຈໍານວນຫຼຸດລົງຈາກຖິ່ນທີ່ຢູ່ອາໄສຕາມທໍາມະຊາດຖືກທໍາລາຍ ແລະ ຖືກຄຸກຄາມຈາກການເຮັດກະສິກໍາ ໂດຍບັນຫານີ້ຈະສົ່ງຜົນກະທົບຕໍ່ການປູກຝັງ ເຊິ່ງເປັນແຫຼ່ງອາຫານນໍາອີກ.

ທັງນີ້, ສປຊ ກໍານົດໃຫ້ວັນທີ 20 ເດືອນພຶດສະພາ ເປັນວັນເຜິ້ງໂລກ ເພື່ອເຕືອນໃຫ້ປະຊາຄົມໂລກຄໍານຶງເຖິງຄວາມສໍາຄັນຂອງແມງໄມ້ ແລະ ຄວາມຈໍາເປັນໃນການອະນຸຮັກຖິ່ນທີ່ຢູ່ອາໄສຕາມທໍາມະຊາດຂອງພວກມັນ.