ສະຫະລັດ ເພີ່ມການສະໜັບສະໜູນວຽກງານຕ້ານຢາເສບຕິດ

47

ໃນໄລຍະການຢ້ຽມຢາມ ສປປ ລາວ ລະຫວ່າງວັນທີ 20 – 21 ພຶດສະພາຜ່ານມາ, ທ່ານ ນາງ ເຄີສະເຕັນດີ ເມດີສັນ ( Kirsten D. Madison ) ຜູ້ຊ່ວຍລັດຖະມົນຕີ ຮັບຜິດຊອບວຽກງານປາບປາມຢາເສບຕິດ ແລະ ປະຕິບັດກົດໝາຍ ( INL ) ໄດ້ພົບກັບ ທ່ານ ສະເຫຼີມໄຊ        ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ, ທ່ານ ນາງ       ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ພົນຕີ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ. ການສົນທະນາດັ່ງກ່າວສຸມໃສ່ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດການບັງຄັບໃຊ້ກົດໝາຍດ້ານຕ່າງໆ ໂດຍສະເພາະວຽກງານຕ້ານຢາເສບຕິດ ແລະ ອາດຊະຍາກໍາຂ້າມຊາດ ແລະ ການສົ່ງເສີມລັດແຫ່ງກົດໝາຍ.

ທ່ານ ນາງ    ເຄີສະເຕັນ ດີ   ເມດີສັນ ກ່າວວ່າ: ສອງປະເທດໄດ້ເຮັດວຽກຮ່ວມກັນສະກັດກັ້ນ ແລະ ຕ້ານອາດຊະຍາກໍາຂ້າມຊາດ, ການປູກ ແລະ ການຄ້າຢາເສບຕິດ, ການຄ້າມະນຸດ ແລະ ການຄ້າສັດປ່າຜິດກົດໝາຍ. ພວກເຮົາຕີລາຄາສູງການຮ່ວມມືືິດັ່ງກ່າວ ແລະ ຄາດຫວັງຈະເພີ່ມຂະຫຍາຍການຮ່ວມມືໃນບັນຫາເຫຼົ່ານີ້.

ພະແນກ INL ປັດຈຸບັນກໍາລັງສະໜອງການຊ່ວຍເຫຼືອ ເພື່ອຍົກລະດັບ ຄວາມອາດສາມາດຂອງລັດຖະບານລາວ ໃນການສະກັດກັ້ນ ແລະ ຕ້ານການຄ້າຢາເສບຕິດຜິດກົດໝາຍ, ການປູກ ແລະ ຜະລິດຢາເສບຕິດ ແລະ ການຕິດຢາ ໂດຍການສະໜອງການຝຶກອົບຮົມ ແລະ ອຸປະກອນເຄື່ອງມືໃຫ້ກັບເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ແລະ ການສະໜັບສະໜູນໂຄງການພັດທະນາຕ່າງໆໃຫ້ຊາວກະສິກອນທີ່ເຄີຍປູກຝິ່ນ ແລະ ບັນດາສູນບໍາບັດການຕິດຢາໃນຂັ້ນຊຸມຊົນ.

ນອກນັ້ນ, ຍັງເຮັດວຽກກັບລັດຖະບານລາວ ເພື່ອປັບປຸງລັດແຫ່ງກົດໝາຍ ແລະ ສ້າງຄວາມອາດສາມາດໃນການສະກັດກັ້ນ ແລະ ຕ້ານອາດຊະຍາກໍາຂ້າມຊາດ ໂດຍສະເພາະການຄ້າຢາເສບຕິດ, ການຄ້າສັດປ່າ ແລະ ການຄ້າມະນຸດລຽບເຂດຊາຍແດນຂອງປະເທດ ບັນດາກິດຈະກໍາຫຼັກ ປະກອບມີການສະໜອງການຝຶກອົບຮົມໃຫ້ຕໍາຫຼວດ, ພະນັກງານພາສີ, ຜູ້ພິພາກສາ ແລະ ໄອຍາການ ເພື່ອສະໜັບສະໜູນຄວາມພະຍາຍາມຂອງພວກເຂົາໃນການຫຼຸດຜ່ອນອາດຊະຍາກໍາຂ້າມຊາດ ແລະ ຍັງສະໜັບສະໜູນສໍານັກງານຂໍ້ມູນຕ້ານການຟອກເງິນ ( AMLIO ) ເພື່ອຍົກລະດັບຄວາມສາມາດໃນດ້ານການຕ້ານການຟອກເງິນ.

ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດ ກ່າວວ່າ: ຢາເສບຕິດ ແລະ ອາດຊະຍາກໍາຂ້າມຊາດ ແມ່ນໄພຂົ່ມຂູ່ຕໍ່ກັບຄວາມສະຫງົບສຸກ, ສະຖຽນລະພາບ ແລະ ກົດໜ່ວງການພັດທະນາດ້ານເສດຖະກິດ ແລະ ສັງຄົມ.

ການມາຢ້ຽມຢາມຂອງທ່ານຜູ້ຊ່ວຍລັດຖະມົນຕີ ເມດິສັນ ໄດ້ສະແດງໃຫ້ເຫັນວ່າ ພວກເຮົາມີ  ຄວາມມຸ່ງໝັ້ນທີ່ຈະສືບຕໍ່ເຮັດວຽກກັບລັດຖະບານລາວ ໃນຊຸມປີຕໍ່ໜ້າ ເພື່ອສະກັດກັ້ນ ແລະ ຕ້ານຢາເສບຕິດ, ການລັກລອບ ແລະ ການຟອກເງິນຜິດກົດໝາຍ ໃນໄລຍະຍາວ ບັນດາແນວຄິດລິເລີ່ມເຫຼົ່ານີ້ຈະຊ່ວຍໃຫ້ລາວສາມາດເຊື່ອມໂຍງເຂົ້າເສດຖະກິດໂລກ ແລະ ສົ່ງເສີມເຂດ ອິນໂດ – ປາຊີຟິກ ທີ່ມີ ຄວາມເສລີ ແລະ ເປີດກວ້າງ.

INL ເຮັດວຽກຢູ່ຫຼາຍກວ່າ 90 ປະເທດທົ່ວໂລກ, ສະໜັບສະໜູນບັນດາລັດຖະບານປະເທດທ້ອງຖິ່ນໃຫ້ ຄວາມຍຸຕິທໍາ ແລະ ຄວາມເທົ່າທຽມ ໂດຍການສ້າງຄວາມສາມາດໃຫ້ກັບຕໍາຫຼວດ, ສານ ແລະ ລະບົບຄ້າຍຄຸມຂັງ ນັບແຕ່ປີ 1989 ພະແນກ INL ໄດ້ປະກອບສ່ວນຫຼາຍກວ່າ 60 ລ້ານໂດລາ ເພື່ອສະໜັບສະໜູນໂຄງການຕ່າງໆຢູ່ລາວນັບຕັ້ງແຕ່ໂຄງການບໍາບັດຜູ້ຕິດຢາຂັ້ນຊຸມຊົນ ໄປຮອດໂຄງການພັດທະນາການປູກພືດສໍາລັບຊາວກະສິກອນທີ່ເຄີຍປູກຝິ່ນ.