ຫຼວງພະບາງ – ຜົ້ງສາລີ ຝຶກຊ້ອມການປ້ອງກັນອຸທົກກະໄພໃນໄລຍະລະດູຝົນ

45

ກຸ່ມບໍລິສັດ ພາວເວີ ໄຊນາ ສປ ຈີນ ຮ່ວມກັບແຂວງຫຼວງພະບາງ ແລະ ແຂວງ ຜົ້ງສາລີ ຈັດຕັ້ງປະຕິບັດແຜນການຝຶກຊ້ອມການປ້ອງກັນອຸທົກກະໄພກ່ອນໄລຍະລະດູຝົນຈະເຖິງ ເຊິ່ງໂຄງການເຂື່ອນໄຟຟ້ານ້ຳຕົກຕາມລຳນ້ຳອູ ປະຈຳປີ 2019 ໃຫ້ກັບເຈົ້າໜ້າທີ່ທະຫານຂັ້ນແຂວງ, ເມືອງ ແລະ ປະຊາຊົນທີ່ອາໄສຢູ່ໃນເຂດພື້ນທີ່ເຂື່ອນໄຟຟ້ານ້ຳອູ ທັງ 7 ແຫ່ງ ເພື່ອຮັບປະກັນໃຫ້ກັບການຜະລິດ, ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ.

ການຝຶກຊ້ອມການປ້ອງກັນອຸທົກກະໄພໃນໄລຍະລະດູຝົນຂອງໂຄງການເຂື່ອນໄຟຟ້ານ້ຳຕົກຕາມລຳນ້ຳອູ ປະຈຳປີ 2019 ຄັ້ງນີ້ ໄດ້ຈັດຂຶ້ນເມື່ອວັນທີ 16 ພຶດສະພາຜ່ານມາ ໂດຍມີ ທ່ານ ຫຸມພັນ ຕາງໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ຫຼວງພະບາງ ແລະ ທ່ານ ສົມຈິດ ເຈົ້າເມືອງສຳພັນ ແຂວງຜົ້ງສາລີ ພ້ອມດ້ວຍບັນດາຫົວໜ້າຮັບຜິດຊອບກອງບັນຊາການທະຫານຂັ້ນແຂວງ, ຂັ້ນເມືອງ, ອຳນາດການປົກຄອງບ້ານ ແລະ ປະຊາຊົນທີ່ອາໄສຢູ່ເຂດພື້ນທີ່ເຂື່ອນໄຟຟ້ານໍ້າອູ ທັງ 7 ແຫ່ງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຫຼາຍກວ່າ 400 ຄົນເຂົ້າຮ່ວມ.

ໂດຍການຝຶກຊ້ອມຄັ້ງນີ້ແມ່ນເນັ້ນໄປທີ່ກໍລະນີເກີດມີຝົນຕົກໜັກຕາມລ້ອງນໍ້າອູ ພາໃຫ້ເກີດນໍ້າຖ້ວມສູງເກີນມາດຕະຖານ ເຮັດໃຫ້ເກີດອັນຕະລາຍຕໍ່ການດໍາເນີນງານຜະລິດ ແລະ ການກໍ່ສ້າງຂອງບັນດາເຂື່ອນຢູ່ຕາມນໍ້າອູ ແລະ ຄວາມປອດໄພຂອງຊີວິດ ແລະ ຊັບສິນຂອງປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ຕາມແຄມແມ່ນ້ຳອູ.

ການຝຶກຊ້ອມດັ່ງກ່າວ ໄດ້ໃຊ້ວິທີການດໍາເນີນຂັ້ນຕອນກໍານົດໃນແຜນສຸກເສີນ ເຊິ່ງໄດ້ມີການຈຳລອງເຫດການ 3 ສະຖານະການ ຄື:

  1. ຈຳລອງສະຖານະການລະ ຫວ່າງເຂດເຂື່ອນລຳດັບທີ 3 ກັບສາຍຂອງ ໃນຂະນະທີ່ເກີດມີຝົນຕົກແຮງເຮັດໃຫ້ເກີດນ້ຳຖ້ວມ, ການຈັດການຄວບຄຸມສຸກເສີນຂອງເຂື່ອນນ້ຳອູລຳດັບທີ 3, 2 ແລະ 1 ຕະຫຼອດເຖິງການຄວບຄຸມປັບລະດັບນ້ຳຂອງເຂື່ອນໄຟຟ້າທີ່ຢູ່ຕົ້ນນ້ຳ, ການສົ່ງຂໍ້ມູນຂອງທຸກລຳດັບຊັ້ນ, ສັນຍານສຸກເສີນຂອງລະບົບບັນຊາການ, ມາດຕະການກວດສອບທົດລອງການເຕືອນໄພລ່ວງໜ້າ, ການສົ່ງຂໍ້ມູນສະພາບຄວາມອັນຕະລາຍ ແລະ ການດຳເນີນການໃນສະຖານະການຕ່າງໆ.
  2. ການຈຳລອງສະຖານະການເຂດເຂື່ອນລຳດັບທີ 5 ຂຶ້ນໄປ ທີ່ປາກົດມີເຫດການຝົນຕົກໜັກ, ເຂື່ອນລຳດັບທີ 7 ເກີດໄພນ້ຳຖ້ວມໃນຮອບສະຕະວັດ, ກວດສອບການຈັດການສຸກເສີນຂອງເຂື່ອນລຳດັບທີ 7 ພ້ອມທັງນຳໃຊ້ປະໂຫຍດຈາກອ່າງນ້ຳປ້ອງກັນນ້ຳຖ້ວມຂອງເຂື່ອນລຳດັບທີ 5 ແລະ 6, ດຳເນີນການບຳລຸງຮັກສາ ແລະ ກັກເກັບລະດັບນ້ຳ ເພື່ອຫຼຸດຄວາມກົດດັນເລື່ຶອງໄພນ້ຳຖ້ວມໃຫ້ແກ່ເຂື່ອນໄຟຟ້າທີ່ກຳລັງກໍ່ສ້າງໃນເຂດລຸ່ມແມ່ນ້ຳ ເຂດເມືອງ ແລະ ບ້ານຕາມລ້ອງແມ່ນ້ຳ.
  3. ການຈັດການສຸກເສີນຫຼັງຈາກສັນຍານອຸປະກອນສື່ສານຂາດການເຊື່ອມຕໍ່ ແລະ ການກວດສອບໃນສະຖານະການສຸກເສີນ ວ່າມາດຕະການການຄຸ້ມຄອງການສື່ສານວ່າສົມບູນ ຫຼື ບໍ່?.

( ຂ່າວ: ສຸລິນ, ຮູບ: ໄຊນາ ພາວເວີ )