ອຄ ຈະໄດ້ຮັບການປັບປຸງລະບົບຂໍ້ມູນ – ຂ່າວສານຈາກ ສປ ຈີນ

58

ເພື່ອຫັນເປັນທັນສະໄໝດ້ານຂໍ້ມູນ – ຂ່າວສານ ກະຊວງ ອຄ ໄດ້ຮັບການຊ່ວຍເຫຼືອປັບປຸງລະບົບຂໍ້ມູນ – ຂ່າວສານຈາກລັດຖະບານຈີນ ເຊິ່ງເລີ່ມດຳເນີນໂຄງການແຕ່ນີ້ຮອດທ້າຍປີ 2020.

ໃນວັນທີ 21 ພຶດສະພາ 2019 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ຈັດພິທີເປີດການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອປັບປຸງລະບົບຂໍ້ມູນ – ຂ່າວສານ ( Information and communications technology: ICT ) ຂອງກະຊວງ ອຄ ໂດຍການເຂົ້າຮ່ວມຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງ ອຄ, ມີ ທ່ານ Wang Qihui ທີ່ປຶກສາເສດຖະກິດການຄ້າປະຈຳສະຖານທູດຈີນ ປະຈຳລາວ, ທ່ານ    ສຸບັນ ວິຈິດຕາ ຮອງຫົວໜ້າຫ້ອງການຄະນະກຳມະການຮ່ວມມື ລາວ – ຈີນ ກະຊວງແຜນການ ແລະ ການລົງທຶນ, ມີຮອງຫົວໜ້າຫ້ອງການ, ບັນດາຄະນະກົມ, ສະຖາບັນອ້ອມຂ້າງກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 

ສຳລັບໂຄງການປັບປຸງລະບົບ ICT ຂອງກະຊວງ ອຄ ເປັນໂຄງການຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ໂດຍຜ່ານຫ້ອງການຄະນະກຳມະການຮ່ວມມື ລາວ – ຈີນ ຂອງກະຊວງແຜນການ ແລະ ການລົງທຶນ ໂດຍມີຈຸດປະສົງເພື່ອປັບປຸງ ແລະ ຍົກລະດັບລະບົບ ICT ຂອງກະຊວງ ອຄ ຕາມຍຸດທະສາດການພັດທະນາລະບົບ ICT ຂອງກະຊວງ 2016 – 2020. ພາຍຫຼັງໄດ້ລົງນາມໂຄງການຈົນເຖິງປັດຈຸບັນໄດ້ສຳເລັດການສຳຫຼວດ ແລະ ຈະເລີ່ມລົງມືກໍ່ສ້າງໂດຍ ບໍລິສັດ CHINA ICONIC TECHNOLOGY CO.,LTD ຈາກ ສປ ຈີນ ເປັນຕົວແທນຈັດຕັ້ງປະຕິບັດໂຄງການ ເຊິ່ງມີ 5 ເປົ້າໝາຍ ຄື: 1). ປັບປຸງຫ້ອງ Server, 2). ສ້າງລະບົບ    e – Filing, 3). ສ້າງຫ້ອງປະຊຸມທາງໄກ ແລະ ຫ້ອງ Media Room, 4). ຕິດຕັ້ງໄມໂຄຣໂຟນຢູ່ຫ້ອງປະຊຸມໃຫຍ່ຂອງກະຊວງ ອຄ ແລະ 5). ຈັດຝຶກອົບຮົມດ້ານ ICT ເຊິ່ງໂຄງການມີໄລຍະການດຳເນີນການເລີ່ມແຕ່ເດືອນພຶດສະພາ 2019 – ທ້າຍປີ 2020 ແນໃສ່ປັບປຸງພື້ນຖານໂຄງລ່າງ ICT ຂອງກະຊວງ ອຄ ໄປສູ່ບາດກ້າວໃໝ່ຕາມທິດຫັນເປັນທັນສະໄໝ ທີ່ຈະຊ່ວຍເພີ່ມທະວີສິ່ງອຳນວຍຄວາມສະດວກ ແລະ ເສີມຂະຫຍາຍບົດບາດຂອງວຽກງານຂະແໜງອຸດສາຫະກຳ ແລະ ການຄ້າໃນຍຸກໂລກາພິວັດໃຫ້ມີຄວາມກ້າວໜ້າທັນສະໄໝ, ສາມາດຕອບສະໜອງດ້ານພື້ນຖານໂຄງລ່າງໃຫ້ແກ່ລະບົບບໍລິການຕ່າງໆທີ່ມີຢູ່ໃນປັດຈຸບັນ ແລະ ຈະເກີດຂຶ້ນໃນອະນາຄົດ.

ທ່ານ Yuan Shiwei ປະທານ ບໍລິສັດ ເຕັກໂນໂລຊີ ຫຸ້ນສ່ວນ ຈຳກັດ ແຫ່ງສະຖາບັນອອກແບບ ແລະ ຄົ້ນຄວ້າຂະແໜງການໄອທີ ເລກທີ 11 ແລະ ທ່ານ Xie Zhaokai ຮອງຜູ້ອຳນວຍການ ບໍລິສັດ ຈົງຫຸຍຈ້ຽນ ເຕັກໂນໂລຊີ ຈຳກັດຜູ້ດຽວ ເຊິ່ງເປັນຜູ້ດຳເນີນໂຄງການດັ່ງກ່າວໄດ້ຮ່ວມກັນໃຫ້ຄຳໝັ້ນສັນຍາວ່າ: ຈະຮ່ວມກັນປະສານຄຸ້ມຄອງການກໍ່ສ້າງໃຫ້ໄດ້ມາດຕະຖານ, ນຳໃຊ້ເຕັກນິກວິຊາການ, ຄວາມຮູ້ – ຄວາມສາມາດເຂົ້າໃນການຈັດຕັ້ງປະຕິບັດໂຄງການ, ນຳໃຊ້ອຸປະກອນທີ່ທັນສະໄໝ ແລະ ປອດໄພ ແລະ ຈະຮ່ວມກັນຈັດຕັ້ງປະຕິບັດໃຫ້ສຳເລັດຕາມກຳນົດເວລາ.

ທັງນີ້, ທ່ານ ຄຳສອນ ພຸດດາວົງ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ໄດ້ຂຶ້ນກ່າວຂອບໃຈຢ່າງສູງມາຍັງລັດຖະບານ ສປ ຈີນ ກໍຄືກະຊວງການຄ້າ ສປ ຈີນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອໃນການປັບປຸງວຽກງານ ICT ຂອງກະຊວງ ອຄ ຂອງ ສປປ ລາວ ແລະ ສະແດງຄວາມຂອບໃຈມາຍັງທີ່ປຶກສາສະພາການຄ້າ ສປ ຈີນ ປະຈຳລາວ, ບໍລິສັດ ວິສະວະກຳ ເຕັກໂນໂລຊີ ຫຸ້ນສ່ວນ ຈຳກັດ ແຫ່ງສະຖາບັນອອກແບບ ແລະ ຄົ້ນຄວ້າຂະແໜງການໄອທີ ເລກທີ 11 ແລະ ບໍລິສັດ CHINA ICONIC TECHNOLOGY CO.,LTD ທີ່ໄດ້ອໍານວຍຄວາມສະດວກໃນການປະສານສົມທົບ ແລະ ຮ່ວມມືຢ່າງໃກ້ຊິດ ແລະ ເຊື່ອໝັ້ນວ່າໂຄງການດັ່ງກ່າວຈະຊ່ວຍຊຸກຍູ້ການເຕີບໂຕຂອງເສດຖະກິດຂອງປະເທດເວົ້າລວມ, ເວົ້າສະເພາະທົ່ວຂົງເຂດຂະແໜງອຸດສາຫະກຳ ແລະ ການຄ້າກໍຈະໄດ້ປະໂຫຍດ ແລະ ໄດ້ນຳໃຊ້ໂຄງລ່າງພື້ນຖານ ICT ທີ່ຈະສ້າງ ແລະ ປັບປຸງໃໝ່ນີ້ເຂົ້າໃນວຽກງານຕົວຈິງ ເປັນຕົ້ນການປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນໃຫ້ວ່ອງໄວຂຶ້ນ, ການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນໃຫ້ທັນກັບຍຸກສະໄໝ ທັງເປັນການສ້າງປັດໄຈພື້ນຖານໃຫ້ແກ່ການຫັນເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ ແລະ ເຮັດໃຫ້ຍຸດທະສາດພັດທະນາ ICT ຂອງກະຊວງທີ່ວາງໄວໃຫ້ປາກົດຜົນເປັນຈິງ.

( ຂ່າວ: ສັນຕິ, ຮູບ: ສອນໄຊ )