ຮອງຮັບແອນດຣອຍ! ຫົວເຫວີ່ຍບໍ່ສົນອາເມຣິກາ ເປີດຕົວສະມາດໂຟນລຸ້ນໃໝ່ ໃນລອນດອນ

171

ບໍລິສັດຫົວເຫວີ່ຍເປີດຕົວສະມາດໂຟນລຸ້ນຫຼ້າສຸດ “ອໍເນີ ພີ 20 ໂປຣ (Honor P20 Pro) ” ທີ່ນະຄອນຫຼວງລອນດອນ ດ້ານນັກວິເຄາະເຫັນວ່າແອັບເປິລຈະຍິ່ງໄດ້ຮັບຜົນກະທົບໃນຈີນ ຖ້າຄວາມຂັດແຍ່ງລະຫວ່າງລັດຖະບານວໍຊິງຕັນ ກັບ ຫົວເຫວີ່ຍຍືດເຍືອ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນພຸດ ທີ 22 ພຶດສະພາ ວ່າ ທ່ານຈອດ ຈ້າວ ຮອງປະທານຝ່າຍການຜະລິດສະມາດໂຟນ ຕະກູນ “ອໍເນີ (Honor) ” ຂອງຫົວເຫວີ່ຍ ກ່າວໃນໄລຍະໜຶ່ງລະຫວ່າງການຖະແຫຼງເປີດຕົວ “ອໍເນີ ພີ 20 ໂປຣ (Honor P20 Pro )” ເຊິ່ງເປັນສະມາດໂຟນທີ່ເນັ້ນເປົ້າໝາຍກຸ່ມໄວລຸ້ນ ແລະ ຄົນໜຸ່ມສາວ ທີ່ນະຄອນຫຼວງລອນດອນ ເມືອງຫຼວງຂອງສະຫະຣາຊະອານາຈັກ ເມື່ອວັນອັງຄານ ວ່າ ເຖິງວ່າຈະມີຫຍັງຈະເກີດຂຶ້ນກັບຫົວເຫວີ່ຍ ແລະ ບໍ່ວ່າບໍລິສັດຕ້ອງປະເຊີນກັບ “ຄວາມທ້າທາຍ” ໃນຮູບແບບໃດກໍ່ຕາມ ທຸກພາກສ່ວນໃນຫົວເຫວີ່ຍຈະຮ່ວມມືກັນ ແລະ ສາມາດຜ່ານພົ້ນອຸປະສັກນັ້ນໄປໄດ້ໃນທີ່ສຸດ ພ້ອມທັງກ່າວດ້ວຍວ່າ ອໍເນີ ພີ 20 ໂປຣ ຮອງຮັບລະບົບປະກິບັດການແອນດຣອຍ “ໄດ້ຕາມປົກກະຕິ” ເນື່ອງຈາກຫົວເຫວີ່ຍ ແລະ ກູເກິລ ລົງນາມຮ່ວມກັນໃນການພັດທະນາລະບົບຂອງສະມາດໂຟນລຸ້ນນີ້ “ກ່ອນເກີດຂໍ້ພິພາດ”.

ในภาพอาจจะมี 1 คน

ในภาพอาจจะมี หนึ่งคนขึ้นไป และโทรศัพท์

ໃນວັນດຽວກັນ ທ່ານອັບຣາຮໍາ ຫຼິວ ຜູ້ແທນຂອງຫົວເຫວີ່ຍປະຈໍາພາກພື້ນເອີຣົບກ່າວທີ່ນະຄອນຫຼວງບຣັສເຊລ ເມືອງຫຼວງຂອງປະເທດເບລຢຽມ ວ່າ ບໍລິສັດກໍາລັງຕົກເປັນເຫຍື່ອຂອງ “ການຂົ່ມເຫັງທາງການຄ້າ”. ນອກຈາກນີ້, ຫົວເຫວີ່ຍເຊື່ອວ່າກູເກິລບໍ່ເຄີຍມີຄວາມປະສົງຈະລະງັບຄວາມສໍາພັນທາງທຸລະກິດກັບບໍລິສັດ ຖ້າປາສະຈາກ “ປັດໄຈພາຍນອກ” ແຕ່ເປັນຍ້ອນແຮງກົດດັນທີ່ສົ່ງຕໍ່ເປັນທອດຈາກລັດຖະບານວໍຊິງຕັນຂອງປະທານາທິບໍດີໂດນັລ ທຣໍາ.

ในภาพอาจจะมี 1 คน, กลางคืน และข้อความ

ຂະນະທີ່ລາຍງານໂດຍບໍລິສັດວິເຄາະດ້ານເທັກໂນໂລຢີ ແລະ ອຸດສາຫະກໍາ “ໄອດີຊີ” ປະຈໍາພາກພື້ນອາຊີ – ປາຊິຟິກ ລະບຸວ່າ ມາດຕະການກົດດັນຂອງລັດຖະບານວໍຊິງຕັນ ໜ້າຈະສົ່ງຜົນກະທົບຕໍ່ຫົວເຫວີ່ຍໃນໄລຍະສັ້ນເທົ່ານັ້ນ ເນື່ອງຈາກຈີນເປັນໜຶ່ງໃນປະເທດທີ່ຂຶ້ນຊື່ເລື່ອງ “ຄວາມເປັນຊາດນິຍົມ”  ແລະ ຜູ້ທີ່ຈະໄດ້ຮັບຜົນກະທົບຫຼາຍທີ່ສຸດ ຖ້າມາດຕະການກົດດັນຫົວເຫວີ່ຍຍິ່ງຍືດເຍືອກໍ່ຄືບໍລິສັດແອັບເປິລຂອງສະຫະລັດເອງ. ທັງນີ້ ຫົວເຫວີ່ຍສົ່ງອອກສະມາດໂຟນສູ່ຕະຫຼາດໂລກ 206 ລ້ານໜ່ວຍ ເມື່ອປີຜ່ານມາ ຈາກຈໍານວນດັ່ງກ່າວ 105 ລ້ານໜ່ວຍ ຈໍາໜ່າຍໃນຈີນ ຄິດເປັນ 26,4% ຂອງຕະຫຼາດໃນປະເທດ ແຕ່ສ່ວນແບ່ງຕະຫຼາດຂອງແອັບເປິລໃນຈີນ ມີພຽງ 9,1% ເມື່ອປີຜ່ານມາ ແລະ ຍິ່ງຫຼຸດລົງອີກ ເມື່ອສິ້ນສຸດໄຕມາດທໍາອິດຂອງປີນີ້ ເຫຼືອພຽງ 7% ສວານທາງກັບສ່ວນແບ່ງໃນຕະຫຼາດຂອງຫົວເຫວີ່ຍໃນໄລຍະເວລາດຽວກັນ ເຊິ່ງເພິ່ມຂຶ້ນອີກ 3%.

ในภาพอาจจะมี ข้อความ