ເກົາຫຼີເໜືອປະນາມ ອາເມຣິກາ ກໍລະນີຢຶດເຮືອສິນຄ້າໃນໜ້ານໍ້າອິນໂດເນເຊຍ

118

ສຳນັກຂ່າວຊິນຫົວຂອງຈີນ ລາຍງານເມື່ອວັນພຸດ ທີ 22 ພຶດສະພາ ວ່າ ຜູ້ແທນຖາວອນເກົາຫຼີເໜືອປະຈໍາອົງການສະຫະປະຊາຊາດປະນາມ ສະຫະລັດ ກໍລະນີຢຶດເຮືອສິນຄ້າຂອງເກົາຫຼີເໜືອ.

ທ່ານຄິມຊອງ ກ່າວກັບນັກຂ່າວທີ່ສໍານັກງານໃຫຍ່ສະຫະປະຊາຊາດ ທີ່ນະຄອນນິວຢອກ ເມື່ອວັນອັງຄານທີ 21 ພຶດສະພາ ວ່າ ເມື່ອ 9 ພຶດສະພາ ທີ່ຜ່ານມາ ສະຫະລັດ ໄດ້ກະທໍາການທີ່ບໍ່ຖືກດ້ວຍກົດໝາຍ ແລະ ເປັນການກະທຳທີ່ຮຸນແຮງ ໂດຍການຢຶດເຮືອສິນຄ້າ ໄວສ໌ ຮໍເນສ (Wise Honest) ຂອງເກົາຫຼີເໜືອ ແລະ ບັງຄັບລາກໄປຈອດໃນເກາະອາເມລິກັນຊາມົວ ພາຍໃຕ້ການກ່າວອ້າງມາດຕະການຂວໍ້າບາດຝ່າຍດຽວ ແລະ ອ້າງວ່າລະເມີດກົດໝາຍທ້ອງຖິ່ນຂອງສະຫະລັດ.

ในภาพอาจจะมี ภูเขา, ท้องฟ้า, มหาสมุทร, สถานที่กลางแจ้ง, ธรรมชาติ และน้ำ

ທັງນີ້ ເຮືອສິນຄ້າລໍາດັ່ງກ່າວຖືກກັກໃນໜ້ານໍ້າຂອງອິນໂດເນເຊຍ ຕັ້ງແຕ່ເດືອນເມສາ 2018 ແລະ ກະຊວງຍຸຕິທໍາຂອງສະຫະລັດ ອອກມາປະກາດການຢຶດເຮືອລໍາດັ່ງກ່າວ ເມື່ອວັນທີ 9 ພຶດສະພາ 2019  ດ້ວຍຂໍ້ຫາຝ່າຝືນມາດຕະການຂວໍ້າບາດຂອງສະຫະປະຊາຊາດ ແລະ ສະຫະລັດ.

ในภาพอาจจะมี 1 คน

ທ່ານຄິມຊອງ ລະບຸວ່າ ການຂວໍ້າບາດຝ່າຍດຽວ ແລະ ກົດໝາຍພາຍໃນປະເທດຂອງສະຫະລັດ ເຊິ່ງສະຫະລັດນໍາມາໃຊ້ກ່າວອ້າງ ເພື່ອຢຶດເຮືອສິນຄ້ານັ້ນ “ບໍ່ຍຸຕິທໍາ ແລະ ບໍ່ຖືກຕ້ອງດ້ວຍກົດໝາຍຢ່າງຊັດເຈນ” ເນື່ອງຈາກມາດຕະການຂວໍ້າບາດຝ່າຍດຽວ ແລະ ການໃຊ້ກົດໝາຍພາຍໃນປະເທດ ກັບ ປະເທດທີສາມ ຖືບໍ່ເປັນໄປຕາມກົດໝາຍລະຫວ່າງປະເທດ.

ในภาพอาจจะมี สถานที่กลางแจ้ง

ຄິມຊອງກ່າວຕໍ່ໄປວ່າ ເຮືອໄວສ໌ ຮໍເນສ ເປັນເຮືອໃນຄວາມຄຸ້ມຄອງຂອງລັດ ແລະ ເປັນຊັບສິນຂອງເກົາຫຼີເໜືອ “ພວກເຮົາຖືວ່າເຮືອລໍານີ້ ເປັນສ່ວນໜຶ່ງຂອງອານາເຂດປະເທດ ເຊິ່ງພວກເຮົາມີອໍານາດອະທິປະໄຕຍໂດຍສົມບູນ”.

ທ່ານກໍ່ຍັງເນັ້ນຢໍ້າວ່າ ເມື່ອວັນທີ 14 ພຶດສະພາ ທີ່ຜ່ານມາ ໂຄສົກກະຊວງການຕ່າງປະເທດຂອງເກົາຫຼີເໜືອໄດ້ຮຽກຮ້ອງໃຫ້ມີການສົ່ງຄືນເຮືອສິນຄ້າລໍາດັ່ງກ່າວໂດຍທັນທີ ແລະ ຂໍໃຫ້ລັດຖະບານສະຫະລັດ ພິຈາລະນາວ່າ ການກະທໍາຂອງສະຫະລັດອາດຈະສົ່ງຜົນກະທົບຕໍ່ຄວາມສໍາພັນລະຫວ່າງສອງປະເທດໃນອະນາຄົດ.

ในภาพอาจจะมี ท้องฟ้า และสถานที่กลางแจ้ง

ທ່ານຍັງລະບຸອີກວ່າ ເມື່ອອາທິດ ທີ່ຜ່ານມາ ຕົນໄດ້ສົ່ງຈົດໝາຍເຖິງທ່ານອັນໂຕນິໂອ ກູເຕີເຣສເລຂາທິການສະຫະປະຊາຊາດວ່າດ້ວຍປະເດັນການຢຶດເຮືອສິນຄ້າ “ເພື່ອຊີ້ແຈງຈຸດຢືນທີ່ມີຫຼັກການຂອງພວກເຮົາ”.