ໂອກາດ 1 ໃນ 4,7 ພັນລ້ານຄົນ! ແມ່ຊາວໂປແລນອອກລູກແຝດ 6

47

ສໍານັກຂ່າວເອພີລາຍງານຈາກນະຄອນຫຼວງວໍຊໍ ປະເທດໂປແລນ ເມື່ອວັນອັງຄານ ທີ 21 ພຶດສະພາ ວ່າເດັກນ້ອຍເກີດໃໝ່ ແຝດ 6 ຄົນ ປະກອບດ້ວຍເດັກຊາຍ 2 ຄົນ ແລະ ເດັກຍິງ 4 ຄົນ ຂອງນາງຄຼໍເດຍ ມາເຊັກ ແມ່ຊາວໂປແລນ ອາຍຸ 29 ປີ ເຊິ່ງອອກລູກກ່ອນກໍານົດ ເມື່ອວັນຈັນ ທີ 20 ພຶດສະພາ ທີ່ຜ່ານມາ ເພາະອາຍຸຄັນພຽງ 29 ອາທິດ ດ້ວຍວິທີການຜ່າຕັດໜ້າທ້ອງທີ່ໂຮງໝໍ ໃນເມືອງຄຣາເຄົາ ທາງພາກໃຕ້ຂອງໂປແລນ.

ດຣ.ໄຮຊາກ ເລົາເທີບາກ ຂອງໂຮງໝໍມະຫາວິທະຍາໄລ ໃນເມືອງຄຣາເຄົາ ເປີດເຜີຍວ່າ ເດັກເກີດໃໝ່ແຝດ 6 ອອກມາໃນສະພາບທີ່ປອດໄພດີ ແຕ່ລະບົບທາງເດີນຫາຍໃຈ, ລະບົບປະສາດ ແລະ ລະບົບຍ່ອຍອາຫານຍັງຈະເລີນບໍ່ເຕັມທີ່ ຈຶ່ງຕ້ອງຢູ່ພາຍໃຕ້ການດູແລຂອງແພດກ່ອນ.

ແມ່ມາເຊັກ ບອກດ້ວຍວ່າ ທາງຄອບຄົວບໍ່ໄດ້ຄາດຄິດວ່າຈະເປັນລູກແຝດ 6 ຄິດວ່າເປັນແຝດ 5 ເທົ່ານັ້ນ ຍ້ອນວ່າ ໄດ້ວາງແຜນກຽມການໄວ້ສໍາລັບລູກນ້ອຍ 5 ຄົນ ເທົ່ານັ້ນ ຈຶ່ງຕ້ອງປ່ຽນແປງແຜນການເພິ່ມອີກ ແຕ່ຂະນະນີ້ ຢາກໃຫ້ລູກໆຂອງຕົນແຂງແຮງດີທີ່ສຸດກ່ອນ ຈຶ່ງຈະໃຫ້ອອກຈາກໂຮງໝໍໄດ້ ເຊິ່ງເດັກເຫຼົ່ານີ້ ຕັ້ງຄັນຕາມປົກກະຕິ ແຕ່ຜູ້ເປັນພໍ່ ແລະ ແມ່ ກໍ່ມີລູກຊາຍກົກແລ້ວ ອາຍຸ 2 ປີເຄິ່ງ ສ່ວນ ພໍ່ຊື່ ໄຊມອນ ມາເຊັກ ບອກວ່າ ລູກເກີດມາແລ້ວ ນໍາຄວາມສຸກມາຢ່າງຫຼວງຫຼາຍ ແຕ່ກໍ່ຍັງມີຂໍ້ວິຕົກກັງວົນຢູ່ຄືກັນ.

ທ່ານມາຊິນ ເຈໄດເຊົາສະກີ້ ຜູ້ອໍານວຍການໂຮງໝໍບອກວ່າ ການອອກລູກເປັນໄປຢ່າງຍາກລໍາບາກເພາະຕ້ອງລະດົມທັງແພດ ແລະ ເຈົ້າໜ້າທີ່ດ້ານການແພດ ລວມແລ້ວປະມານ 40 ຄົນ ເດັກນ້ອຍເພດຍິງຄົນທີ 6 ຍັງໄດ້ສໍາຜັດກັບແມ່ດ້ວຍ ກ່ອນທີ່ຕູ້ອົບຈະມາຮອດ.

ສໍາລັບຊື່ຂອງລູກຊາຍແມ່ນ ຟິລິບ ແລະ ໄທມອນ ສ່ວນລູກສາວກໍໍມີ: ໂຊເຊຍ, ຄາຈາ, ເນລາ ແລະ ມັລວິນາ.

ທາງໂຮງໝໍລະບຸອີກວ່າ ມີໂອກາດພຽງ 1 ໃນ 4,7 ພັນລ້ານຄົນ ທີ່ການຕັ້ງຄັນແລ້ວຈະໄດ້ລູກແຝດ 6.