ຊົມຄວາມອັດສະຈັນຂອງ ຫີນຍ້ອຍໃນ “ຖໍ້ານາງຟ້າ”

173

ມື້ນີ້ຂໍເອົາໃຈນັກເດີນທາງ ນັກທ່ອງທ່ຽວ ກັບສະຖານທີ່ທ່ອງທ່ຽວແຫ່ງໃໝ່ ຂອງບ້ານຫ້ວຍສະເຫງົ້າ ເມືອງວັງວຽງ ແຂວງວຽງຈັນ ຄື “ຖໍ້ານາງຟ້າ” ທີ່ເພິ່ນຫາກໍ່ສໍາຫຼວດຫວ່າງຕົ້ນເດືອນພຶດສະພາ 2019 ນີ້.

ຢູ່ບໍ່ໄກຈາກ ຖໍ້ານອນ ແຂວງວຽງຈັນ ແລະ ໄດ້ຮັບການພັດທະນາຈາກນັກທຸລະກິດຫນຸ່ມ ເມືອງວັງວຽງ ທ່ານ ບຸນພັນ ວົງສຳພັນ ທີ່ໄດ້ທຸ້ມງົບປະມານເຂົ້າໃນການພັດທະນາສະຖານທີ່ດັ່ງກ່າວໃຫ້ໜ້າທ່ຽວກວ່າທີ່ທຳມະຊາດສ້າງໄວ້ ເປັນຕົ້ນການເຂົ້າເຖິງທີ່ສະດວກສະບາຍ.

“ຖໍ້ານາງຟ້າ” ເປີດເປັນແຫ່ງທ່ອງທ່ຽວທາງທໍາມະຊາດ, ພາຍໃນຕິດຕັ້ງລະບົບໄຟເຮັດໃຫ້ເຫັນເຖິງຄວາມງົດງາມຂອງທຳມະຊາດພາຍໃນຖໍ້າໄດ້ຢ່າງຊັດເຈນ, ປະກອບມີຫີນງອກ, ຫີນຍ້ອຍລົງມາຕາມເພດານຖໍ້າເວົ້າໄດ້ວ່າງົດງາມໜ້າອັດສະຈັນຫຼາຍ.

ຫາກໃຜມີແຜນໄປທ່ຽວເມືອງວັງວຽງ ຫຼື ຍັງບໍ່ຮູ້ຈະໄປໃສເທື່ອທ້າຍອາທິດນີ້ ຂໍແນະນໍາສະຖານທີ່ທ່ອງທ່ຽວທາງທໍາມະຊາດ ໃຫ້ທ່ານໄດ້ໄປສູດອາກາດສົດຊື່ນ, ລົມເຢັນ ແລະ ຄວາມງາມພາຍໃນຖໍ້ານາງຟ້າໄດ້ ເພິ່ນເປີດໃຫ້ເຂົ້າຊົມທຸກມື້ ແລະ ໄລຍະນີ້ແມ່ນສາມາດເຂົ້າຊົມຟຣີ…

ພາບໂດຍ: ສະໄຫວ, Alousy Chanthabouly