ດ່ວນທີ່ສຸດ!! ລະວັງ 5 ແຂວງພາກໃຕ້, ຈະມີຊີ້ນສ່ວນອາວະກາດຕົກລົງມາແຕ່ຟ້າ

236

ໂດຍອີງຕາມຂໍ້ມູນຈາກຫ້ອງການຂ່າວສາຍການບິນຂອງ ສປ ຈີນ ໃນວັນທີ 16 ພຶດສະພາ 2019; ອີງຕາມຜົນຂອງກອງປະຊຸມປຶກສາຫາລື ກ່ຽວກັບການເຄື່ອນໄຫວກິດຈະການການບິນອາວະກາດຂອງ ສປ ຈີນ ໃນເຂດນ່ານຟ້າຂອງ ສປປ ລາວ ຄັ້ງວັນທີ 20 ພຶດສະພາ 2019 ແລະ ອີງຕາມທິດຊີ້ນຳຂອງທ່ານ  ສັນຕິສຸກ ສົມມາລາວົງ ຮອງລັດຖະມົນຕີລົງວັນທີ 20 ພຶດສະພາ 2019.

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

 

ສະນັ້ນ, ເພື່ອຄວາມປອດໄພ ແລະ ທັງເປັນແຈ້ງເຕືອນປະຊາຊົນ ບໍ່ໃຫ້ມີຄວາມແຕກຕື່ນ ຫຼື ຕົກໃຈ ເມື່ອເກີດມີຊິ້ນສ່ວນບາງຢ່າງຕົກຈາກຟ້າລົງມາພາຍໃນບໍລິເວນບ້ານ ຫຼື ເມືອງ ທີ່ຕົນເອງຢູ່. ຫ້ອງການກະຊວງໂຍທາທິການທິການ ແລະ ຂົນສົ່ງ ຈຶ່ງໄດ້ອອກແຈ້ງການ ເຖິງຫົວໜ້າຫ້ອງວ່າການປົກຄອງ 5 ແຂວງ ທາງພາກໃຕ້ ເລື່ອງ ການເຄື່ອນໄຫວກິດຈະການການບິນອາວະກາດຂອງ ສປ ຈີນ ໃນເຂດນ່ານຟ້າຂອງ ສປປ ລາວ.

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

 

ເຊິ່ງໃນແຈ້ງການລະບຸວ່າ: ຫ້ອງການຂ່າວສານການບິນຂອງ ສປ ຈີນ ໄດ້ແຈ້ງວ່າ ຈະມີກິດຈະການ ການບິນອາວະກາດ ໃນວັນທີ 23 ພຶດສະພາ 2019 ກົງກັບເວລາທ້ອງຖິນ 05:57 ໂມງ ຫາ 06:13 ໂມງ. ເຊິ່ງອາດຈະມີຊິ້ນສ່ວນໃນການເຮັດກິດຈະການດັ່ງກ່າວຕົກລົງບໍລິເວນ ແຂວງຈຳປາສັກ, ສາລະວັນ, ອັດຕະປື, ເຊກອງ ແລະສະຫວັນນະເຂດ ຕາມຈຸດພິກັດດັ່ງລຸ່ມນີ້:

– 15”09”39”N – 105”52”44”E

– 15”01”57”N – 106”36”40”E

– 13”49”55”N – 106”23”14”E

– 13”57”36”N – 105”39”31”E

 

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

 

ສະນັ້ນ, ຫ້ອງການກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈຶ່ງແຈ້ງມາຍັງບັນດາແຂວງທີ່ກ່າວມາຂ້າງເທິງ ຈົ່ງໄດ້ລະມັດລະວັງກັບເຫດການທີ່ອາດເກີດຂຶ້ນຈາກເຫດການດັ່ງກ່າວ.