ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອຈະຈ່າຍເງິນປັນຜົນໃນອາທິດນີ້

46

ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ເປັນບໍລິສັດທີ 8 ທີ່ເຂົ້າມາຈົດທະບຽນໃນຕະຫຼາດຫຼັກຊັບລາວ ເຊິ່ງໄດ້ເປີດການແລກປ່ຽນຊື້ – ຂາຍຫຸ້ນຢ່າງເປັນທາງການໃນທ້າຍປີ 2018. ສໍາລັບຜົນປະກອບການດ້ານທຸລະກິດເຊົ່າສິນເຊື່ອຂອງບໍລິສັດໃນປີຜ່ານມາເຫັນວ່າມີການຂະຫຍາຍຕົວຕໍ່ເນື່ອງ ໂດຍສັງເກດເຫັນໄດ້ຈາກກໍາໄລສຸດທິປະຈໍາໄຕມາດ 1 ປີ 2018 ແມ່ນ 1 ຕື້ 387 ລ້ານກີບ, ຂະນະທີ່ບໍລິສັດເປີດເຜີຍຈະໄດ້ຈ່າຍເງິນປັນຜົນໃຫ້ແກ່ຜູ້ຖືຫຸ້ນຂອງບໍລິສັດໃນອັດຕາຫຸ້ນລະ 147 ກີບ ຈາກຜົນການດໍາເນີນການໃນປີ 2018 ໃນວັນທີ 24 ພຶດສະພາທີ່ຈະມາເຖິງນີ້.

ທ່ານ ມານົບ ຕຣີລິດວິໄລ ຜູ້ອຳນວຍການໃຫຍ່ຂອງ ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ເປີດເຜີຍວ່າ: ບໍລິສັດພວກເຮົາເປັນບໍລິສັດເຊົ່າສິນເຊື່ອແຫ່ງທໍາອິດທີ່ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ ເຊິ່ງຜົນປະກອບການປະຈໍາໄຕມາດ 1 ປີ 2019 ຂອງບໍລິສັດຜ່ານລະບົບເປີດເຜີຍຂໍ້ມູນຂອງຕະຫຼາດຫຼັກຊັບລາວ ເຫັນວ່າບໍລິສັດໄດ້ມີກໍາໄລສຸດທິ 2 ຕື້ 514 ລ້ານກີບ ເພີ່ມຂຶ້ນ 81,25% ເມື່ອປຽບທຽບກັບກໍາໄລສຸດທິປະຈໍາໄຕມາດ 1 ປີ 2018 ຢູ່ທີ່ 1 ຕື້ 387 ລ້ານກີບ ເຊິ່ງຖືວ່າເປັນການຂະຫຍາຍຕົວແບບກ້າວກະໂດດ.

ນອກຈາກນີ້, ຕາມແຜນດໍາເນີນການປະຈໍາປີ 2019 ມະຫະທຶນ ເຊົ່າສິນເຊື່ອ ກໍມີແຜນຂະຫຍາຍພື້ນທີ່ການບໍລິການໃນແຂວງສະຫວັນນະເຂດ ໃຫ້ທົ່ວເຖິງເພີ່ມຂຶ້ນພາຍຫຼັງທີ່ໄດ້ເປີດດໍາເນີນການໃນແຂວງສະຫວັນນະເຂດ ຕັ້ງແຕ່ກາງປີ 2018 ເປັນຕົ້ນມາ ເຊິ່ງຈະເປັນການເພີ່ມຈໍານວນລູກຄ້າໃຫ້ສູງຂຶ້ນອີກ ແລະ ໃນປີ 2019 ນີ້ ມະຫະທຶນ ເຊົ່າສິນເຊື່ອ ຍັງໄດ້ມີແຜນຂະຫຍາຍການໃຫ້ບໍລິການສິນເຊື່ອປະເພດໃໝ່ ເຊັ່ນ: ເຄື່ອງໃຊ້ໄຟຟ້າ, ໂທລະສັບມືຖື, ອຸປະກອນກະສິກໍາ, ເຄື່ອງຄອມພິວເຕີ ແລະ ອື່ນໆອີກ. ພິເສດໄປກວ່ານັ້ນໃນວັນທີ 24 ພຶດສະພາ 2019 ມະຫະທຶນ ເຊົ່າສິນເຊື່ອ ຈະໄດ້ຈ່າຍເງິນປັນຜົນໃຫ້ແກ່ຜູ້ຖືຫຸ້ນຂອງບໍລິສັດ ໃນອັດຕາຫຸ້ນລະ 147 ກີບ ຈາກຜົນການດໍາເນີນການໃນປີ 2018.

ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ( ບຫທຊ ) ເປັນບໍລິສັດທີ 08 ທີ່ເຂົ້າມາຈົດທະບຽນໃນຕະຫຼາດຫຼັກຊັບລາວ ໄດ້ຈັດພິທີເປີດການແລກປ່ຽນຊື້ – ຂາຍຫຸ້ນຄັ້ງທຳອິດໃນລາຄາ 2.800 ກີບ ເມື່ອວັນທີ 18 ກັນຍາ 2018 ຜ່ານມາ ເຊິ່ງກ່ອນໜ້ານັ້ນກໍໄດ້ສຳເລັດການອອກຈຳໜ່າຍຫຸ້ນຄັ້ງທຳອິດ ຫຼື IPO ສາມາດລະດົມທຶນເພື່ອນໍາໃຊ້ເຂົ້າໃນການພັດທະນາການຜະລິດຂອງຕົນໄດ້ປະມານ 25,6 ຕື້ກີບ ຫຼື ປະມານ 3 ລ້ານໂດລາສະຫະລັດ ໂດຍແມ່ນ ບໍລິສັດ ຫຼັກຊັບ ທຄຕລ – ກທ ຈຳກັດ ເປັນຜູ້ປຶກສາດ້ານການເງິນ ແລະ ຜູ້ຄໍ້າປະກັນຈັດຈຳໜ່າຍ.

[ ຂ່າວ: ສົມສະຫວິນ, ຮູບ: ສຸກສະຫວັນ ]