ມ.ຕົ້ນ ທາດຂາວ ແຂ່ງຂັນເລົ່າສິນ 5 ແລະ ຄາຖາຕ້ານຢາເສບຕິດ

84

ວັນທີ 20 ພຶດສະພາ 2019 ໂຮງຮຽນ ມ.ຕົ້ນ ທາດຂາວ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳແຂ່ງຂັນເລົ່າສິນ 5 ຕ້ານຢາເສບຕິດ ແລະ ຄາຖາເຊົາຢາສູບ ເພື່ອສ່ອງແສງໃຫ້ນ້ອງນັກຮຽນຮັບຮູ້ເຖິງໂທດກຳຂອງສິ່ງເສບຕິດຕ່າງໆ ພ້ອມທັງປູກຈິດສຳນຶກໃຫ້ນັກຮຽນເປັນຄົນກະຕັນຍູຮູ້ບຸນຄຸນພໍ່ແມ່ ແລະ ຄູ – ອາຈານ, ໂດຍມີ ພະອາຈານ ບຸນຍາດ ຄໍາຜຸ ເຈົ້າອາວາດວັດນາກໃຫຍ່ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຄູ – ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

ພະອາຈານ ບຸນຍາດ ຄຳຜຸ ໃຫ້ຮູ້ວ່າ: ການຈັດກິດຈະກຳໃນຄັ້ງນີ້ເພື່ອໃຫ້ນ້ອງນັກຮຽນໄດ້ຮັບຮູ້ສິນ 5 ເຊິ່ງເປັນພື້ນຖານຂອງພຸດທະສາສະໜາ ພ້ອມທັງໃຫ້ນັກຮຽນແຂ່ງຂັນເລົ່າຄາຖາຕ້ານຢາສູບ ເພື່ອໃຫ້ນັກຮຽນທັງຫຼາຍໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຜົນຮ້າຍ ແລະ ໂທດກຳຂອງຢາເສບຕິດ ເປັນຕົ້ນແມ່ນ: ຢາສູບ, ຢາບ້າ, ກັນຊາ, ເຮໂຣອິນ, ສິ່ງມຶນເມົາ ແລະ ອື່ນໆ. ໃນນັ້ນ, ຈະຄັດເລືອກເອົານັກຮຽນຈຳນວນ 10 ຄົນ ສະໝັກມາແຂ່ງຂັນເລົ່າສິນ 5 ຕ້ານຢາເສບຕິດ ແລະ ຄາຖາຕ້ານຢາສູບ ໂດຍໃຫ້ແຂ່ງຂັນເລົ່າ 2 ຮອບ, ຮອບທຳອິດ 10 ຄົນ. ຫຼັງຈາກນັ້ນ, ຄັດເອົາ 5 ຄົນ ເພື່ອເຂົ້າຮອບທີ 2 ແລະ ຄັດເລືອກເອົາຜູ້ຊະນະເລີດທີ່ສາມາດເລົ່າໄດ້ຄ່ອງແຄ້ວ ແລະ ຖືກຕ້ອງທີ່ສຸດ.

ເຊິ່ງຜົນການແຂ່ງຂັນຜູ້ຊະນະເລີດໄດ້ແກ່ ນາງ ໂສພິກດາ ຕັນທະວົງ ຫ້ອງ ມ 3 ແລະ ທີສອງໄດ້ແກ່ ນາງ ສຸດຈິດຕາ ບຸດຕະຊັບ ຫ້ອງ ມ 2/2 ແລະ ບັນດານ້ອງນັກຮຽນທີ່ສະໝັກເລົ່າຄາຖາທັງ 8 ຄົນ ກໍໄດ້ຮັບລາງວັນເປັນເຄື່ອງອຸປະກອນການສຶກສາຈຳນວນໜຶ່ງ ແລະ ອື່ນໆ. ນອກນັ້ນ, ບັນດານ້ອງນັກຮຽນທັງຫຼາຍທີ່ມາຮ່ວມງານກໍໄດ້ຮັບອຸປະກອນການສຶກສາເປັນປຶ້ມ 1 ຫົວ ແລະ ບິກ 1 ກ້ານ ອີກດ້ວຍ.

( ຂ່າວ: ກາວຊົ່ງ; ຮູບ: ວິລະສັກ )