ມອງໂກເລຍໃນ ເປີດອຸທິຍານທໍລະນີໂລກ ‘ອາຣ໌ເອີຊານ’ ຊາກພູໄຟໃຫຍ່ ທີ່ສົມບູນທີ່ສຸດ ໃນອາຊີ

137

ສຳນັກຂ່າວຊິນຫົວຂອງຈີນລາຍງານເມື່ອວັນອັງຄານ ທີ 21 ພຶດສະພາ ວ່າ ເຂດປົກຄອງຕົນເອງມອງໂກເລຍໃນ ທາງພາກເໜືອຂອງຈີນ ໄດ້ເປີດປະຕູອຸທິຍານທໍລະນີໂລກ ອາເອີຊານ ແຫ່ງຢູເນສໂກ (Arxan UNESCO Global Geopark) ເຊິ່ງເປັນອຸທິຍານທໍລະນີວິທະຍາ ລໍາດັບທີ 34 ຂອງຈີນ ຕ້ອນຮັບນັກທ່ອງທ່ຽວຢ່າງເປັນທາງການ ເມື່ອວັນອາທິດ ທີ 19 ພຶດສະພາ ຜ່ານມາ.

ອຸທິຍານທໍລະນີອາເອີຊານເປັນທີ່ຕັ້ງຂອງບັນດາຊາກພູໄຟຂະໜາດໃຫຍ່ ແລະ ສົມບູນທີ່ສຸດໃນທະວີບອາຊີ ເຊິ່ງອົງການການສຶກສາວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ ຫຼື ຢູເນສໂກ (UNESCO) ປະກາດໃຫ້ເປັນອຸທິຍານທໍລິນີໂລກ ໃນເດືອນພຶດສະພາ 2017.

ในภาพอาจจะมี ท้องฟ้า, สถานที่กลางแจ้ง, ธรรมชาติ และน้ำ

ລາຍງານລະບຸວ່າ ອຸທິຍານທໍລະນີໂລກແຫ່ງໃໝ່ຄວບຄຸມພື້ນທີ່ ປະມານ 365.300 ເຮັກຕ້າ ມີຊື່ສຽງໄປທົ່ວໂລກຈາກສະພາບພື້ນທີ່ຂອງປະເທດ ທີ່ກໍ່ຕົວຂຶ້ນມາຈາກຜະລຶກລາວາ, ທະເລສາບເທິງປາກປ່ອງພູໄຟ, ປ່າໄມ້ເກົ່າແກ່ຈາກຍຸກບັນພະການ ແລະ ອ່າງນໍ້າພຸຮ້ອນ.

ในภาพอาจจะมี ต้นพืช และสถานที่กลางแจ้ง

ຫຼີ່ເຫີ ຜູ້ວ່າການນະຄອນເອີຊານ ກ່າວວ່າ ທາງການທ້ອງຖິ່ນຈະເດີນໜ້າຄວາມພະຍາຍາມພັດທະນາຍຸດທະສາດ ການສ້າງຊື່ສຽງ ແລະ ການປົກປ້ອງອຸທິຍານໂລກແຫ່ງນີ້ ໂດຍອາໄສປະສົບການທັງຈາກພາຍໃນ ແລະ ຕ່າງປະເທດ.

ในภาพอาจจะมี ท้องฟ้า, ภูเขา, สถานที่กลางแจ้ง, ธรรมชาติ และน้ำ

ອີກປະການໜຶ່ງ ອຸທິຍານໂລກແຫ່ງຢູເນສໂກ ເປັນພື້ນທີ່ ທີ່ສົ່ງເສີມຄວາມຫຼາກຫຼາຍທາງທໍລະນີ ໂດຍອາໄສແຜນລິເລິ່ມທີ່ນໍາໂດຍຊຸມຊົນທ້ອງຖິ່ນ ເພື່ອການພັດທະນາຢ່າງຍືນຍົງ ລະດັບພາກພື້ນ, ຊ່ວຍຕິດຕາມ ແລະ ຈິງຈັງເອົາໃຈໃສ່ການປ່ຽນແປງຂອງສະພາບອາກາດ ແລະ ໄພທຳມະຊາດ.

ຂໍ້ມູນຈາກ China Xinhua News