ວ່ອງໄວ ແລະ ຖືກຕ້ອງກວ່າເກົ່າ! ນັກວິໄຈຍີ່ປຸ່ນພັດທະນາລະບົບປະເມີນອຸທົກກະໄພ ໃນໂຕກຽວໃຫ້ລາຍງານທັນທີ

60

ເມື່ອວັນຈັນ ທີ 20 ພຶດສະພາ ກຸ່ມນັກວິໄຈຊາວຍີ່ປຸ່ນ ປະກາດວ່າ ໄດ້ພັດທະນາລະບົບແຈ້ງເຕືອນການເກີດອຸທົກກະໄພແບບລາຍງານຜົນທັນທີ ສໍາລັບເຂດພື້ນທີ່ເມືອງ ໃນນະຄອນຫຼວງໂຕກຽວ ໂດຍຈະເປີດບໍລິການໃຫ້ທົດລອງໃຊ້ແບບອອນໄລນ໌ ໃນເດືອນໜ້າ.

ໂດຍກຸ່ມນັກວິໄຈຈາກມະຫາວິທະຍາໄລວາເຊດະ, ມະຫາວິທະຍາໄລໂຕກຽວ ແລະ ມະຫາວິທະຍາໄລອື່ນໆ ເຜີຍວ່າ ລະບົບດັ່ງກ່າວສາມາດປະເມີນລະດັບນໍ້າທີ່ເພິ່ມຂຶ້ນຈາກຝົນຕົກໜັກ ໃນບໍລິເວນ 23 ເຂດຂອງໂຕກຽວ.

ในภาพอาจจะมี สถานที่กลางแจ้ง

ນອກຈາກນີ້, ກຸ່ມນັກວິໄຈຍັງສ້າງໂປຣແກຣມເພື່ອຄາດການທິດທາງການໄຫຼຂອງນໍ້າໃນເຂດເມືອງ ໂດຍຄໍານຶງເຖິງຄວາມໜ້າແໜ້ນຂອງອາຄານ, ແມ່ນໍ້າ ແລະ ທໍ່ລະບາຍນໍ້າ ຜ່ານການໃຊ້ຂໍ້ມູນຂອງກົມອຸຕຸນິຍົມວິທະຍາຍີ່ປຸ່ນ ແລະ ໜ່ວຍງານອື່ນໆ ທີ່ກ່ຽວຂ້ອງ ໂດຍໂປຣແກຣມດັ່ງກ່າວ ຍັງສາມາດວິເຄາະຄວາມເສຍຫາຍທີ່ເກີດຈາກຝົນ ແລະ ພາຍຸໄຕ້ຝຸ່ນໄດ້ດ້ວຍ.

ในภาพอาจจะมี ท้องฟ้า และสถานที่กลางแจ้ง
ການຄາດການລະດັບນໍ້າຈະຖືກກໍານົດເປັນສີເທິງແຜນທີ່ ເຊັ່ນ: ສີແດງແທນລະດັບນໍ້າ 80 ເຊັນຕີແມັດ ຫຼື ຫຼາຍກວ່າ, ສີສົ້ມແທນລະດັບນໍ້າ 40-80 ເຊັນຕີແມັດ ແລະ ສີຂຽວ ແທນລະດັບນໍ້າ 20-40 ເຊັນຕີແມັດ ລະບົບຍັງສາມາດສະແດງຜົນການພະຍາກອນອາກາດທຸກໆ 5-20 ນາທີ.

ในภาพอาจจะมี ผู้คนกำลังนั่ง, สถานที่กลางแจ้ง และธรรมชาติ

ລາຍງານຂອງກຸ່ມນັກວິໄຈ ລະບຸວ່າ ກ່ອນໜ້ານີ້ ການປະເມີນສະຖານະການອຸທົກກະໄພໃນເຂດພື້ນທີ່ເມືອງສ່ວນໃຫຍ່ ໂດຍອິງຈາກຂໍ້ມູນຂີ້ເຝື້ອຝົນ ແຕ່ລະບົບໃໝ່ນີ້ ສາມາດປະເມີນເຫດການ ແລະ ໃຫ້ລາຍລະອຽດທີ່ຫຼາຍຂຶ້ນ ໂດຍໃຊ້ຂໍ້ມູນພາກພື້ນດິນທີ່ຫຼາກຫຼາຍ ເຊິ່ງຈະຊ່ວຍໃຫ້ອົງກອນຕ່າງໆສາມາດຊອກຫາມາດຕະການປ້ອງກັນໄພພິບັດໄດ້ຢ່າງຖືກຕ້ອງຍິ່ງຂຶ້ນ.

ในภาพอาจจะมี หนึ่งคนขึ้นไป, ต้นไม้ และสถานที่กลางแจ้ง

ທັງນີ້ ຄາດວ່າລະບົບດັ່ງກ່າວຈະເປີດໃຫ້ໃຊ້ຢ່າງເຕັມຮູບແບບ ກ່ອນງານມະຫະກໍາກີລາໂຕກຽວໂອລິມປິກທີ່ຈະເປີດສາກຂຶ້ນໃນເດືອນກໍລະກົດ ປີໜ້າ.