ສາວລາວເຮັດດີສຸດ ຍິງລູກໂທດເສຍໄທ 3-5 ໄດ້ພຽງຮອງແຊັມ

73

ການແຂ່ງຂັນບານເຕະຍິງຢູ15 ຊິງແຊັມອາຊຽນ AFF U 15 Girls Championship 2019 ຮອບຊິງຊະນະເລີດ ໃນຕອນແລງວັນອັງຄານທີ21 ພຶດສະພາ 2019ເວລາ​ 18.00 ໂມງ ທິມຊາດຍິງ ລາວ​ ຢູ15 ລົງສະໜາມພົບ ກັບໄທເຈົ້າພາບ ທັງເປັນແຊັມເກົ່າ, ແຂ່ງຂັນຢູ່ທີ່ສະຫນາມ Institute of Physical Education Chonburi Campus Stadium 1ຈັງຫວັດຊົນບຸຣີ ປະເທດໄທ.


ການແຂ່ງຂັນດຳເນີນໄປຢ່າງເຂັ້ມຂຸ້ນ ຈົບເຄິ່ງທີ1 ຍັງເຮັດຫຍັງກັນບໍ່ໄດ້, ເຂົ້າສູ່ເຄິ່ງເວລາທີ2 ທັງສອງທີມຍັງບໍ່ສາມາດເຈາະປະຕູກັນຈົບ90ນາທີ ສະເໝີກັນ0-0 ຕ້ອງມາຍິງລູກໂທດຕັດສິນ.


ປະກົດວ່າທີມໄທຍິງໄດ້ດີກວ່າ ຊະນະໄປ5-3 ປະຕູ. ເຮັດໃຫ້ສາວລາວໄດ້ພຽງຮອງແຊັມ ຂະນະທີ່ໄທປ້ອງກັນແຊັມໄດ້.
ຢ່າງໃດກໍຕາມເຖິງວ່າທີມສາວນ້ອຍລາວຈະບໍ່ສາມາດໄປເຖິງແຊັມໄດ້ ແຕ່ກໍເປັນປະຫວັດສາດໜ້າໃໝ່ຂອງວົງການບານເຕະຍິງລາວ ເມື່ອຢູ15 ສາມາດທະລຸເຂົ້າຮອບຊິງຊະນະເລີດໄດ້; ດັ່ງນັ້ນເຮົາຕ້ອງກັບມາປັບປຸງແລະພັດທະນານັກເຕະຊຸດນີ້ກ້າວໄປຂ້າງໜ້າໃຫ້ໄດ້ ແລະ ດີຍິງຂຶ້ນ ໂດຍສະເພາະກໍແມ່ນແຮງໃຈຈາກປະຊາຊົນລາວເປັນສິ່ງສຳຄັນທີ່ຈະຊຸກດັນໃຫ້ນັກກີລາເຂັ້ມແຂງຍິ່ງຂຶ້ນ.

ນັກເຕະສາວໄທສະແດງຄວາມດີໃຈຫຼັງຍິງລູກໂທດຊະນະລາວລາວ5-3


ສຳລັບການແຂ່ງບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ຫລື AFF U15 GIRLS’ CHAMPIONSHIP 2019 ຈັດຂຶ້ນຢູ່ ແຂວງ ຊົນບູຣີ ປະເທດໄທ ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 07 – 21 ພຶດສະພາ 2019 ເຊິ່ງມີ 9 ປະເທດເຂົ້າຮ່ວມແຂ່ງຂັນແບ່ງອອກເປັນ 2 ກຸ່ມຄື:ກຸ່ມ ເອ: ມຽນມາ, ຫວຽດນາມ, ຟີລິບປິນ ແລະ ຕີມໍ ເລສເຕ.ກຸ່ມ ບີ: ໄທ, ລາວ, ມາເລເຊຍ, ສິງກະໂປ ແລະ ກຳປູເຈຍ.
ຮູບຈາກ:ฟุตบอลทีมชาติไทย