ອັດຕະປື ເສັງຄັດເລືອກເອົາລັດຖະກອນສາທາລະນະສຸກ

51

ພະແນກສາທາລະນະສຸກແຂວງອັດຕະປື ສອບເສັງຄັດເລືອກລັດຖະກອນໃໝ່ຂົງເຂດສາທາລະນະສຸກ ສົກປີ 2019 ໂດຍປີນີ້ມີອາສາສະໝັກຈຳນວນເກືອບ 300 ຄົນ ເຂົ້າຮ່ວມຄັດເລືອກ, ສ່ວນຕົວເລກໂກຕາມີພຽງ 9 ຄົນເທົ່ານັ້ນ.

ພິທີດັ່ງກ່າວໄດ້ມີຂຶ້ນໃນວັນທີ 16 ພຶດສະພາຜ່ານມາ ໂດຍການເປັນປະທານຂອງ ທ່ານ ອິນປັນ ອິນທິລາດ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ມີຄະນະກຳມະການກ່ຽວຂ້ອງ, ທີມງານດຳເນີນການສອບເສັງ ແລະ ອາສາສະໝັກຂັ້ນແຂວງ, ເມືອງ ແລະ ສຸກສາລາແຕ່ລະສາຂາວິຊາເຂົ້າຮ່ວມ.

ທ່ານ ອິນປັນ ອິນທິລາດ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ກ່າວວ່າ: ການສອບເສັງຄັ້ງນີ້ອາດຈະມີຜູ້ສົມຫວັງ ແລະ ຜິດຫວັງ. ສະນັ້ນ, ຂໍໃຫ້ອາສາສະໝັກທີ່ເຂົ້າຮ່ວມການສອບເສັງຈົ່ງມີຄວາມອຸ່ນອຽນທຸ່ນທ່ຽງ, ຖ້າຫາກເສັງບໍ່ໄດ້ກໍຂໍໃຫ້ກັບຄືນກົມກອງໄປສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ຫ້າວຫັນກວ່າເກົ່າຕາມ ຄວາມຮັບຜິດຊອບເພື່ອລໍຖ້າໂອກາດໃນປີຕໍ່ໄປ.

ທ່ານກ່າວຕື່ມອີກວ່າ: ສໍາລັບຕົວເລກລັດຖະກອນຕາມການແບ່ງປັນຈາກກະຊວງສາທາລະນະສຸກ ແມ່ນມີ 9 ໂກຕາ ສ່ວນການສອບເສັງໃນຄັ້ງນີ້ມີອາສາສະໝັກທີ່ນອນໃນຂອບເຂດສາທາລະນະສຸກເຂົ້າຮ່ວມການສອບເສັງທັງໝົດຈໍານວນ 293 ຄົນ, ຮູບແບບການສອບເສັງແມ່ນເສັງພາກທິດສະດີແບບປາລະໄນຕາມແຕ່ລະພາກວິຊາຮຽນ ເຊິ່ງລວມມີ 8 ສາຍຮຽນ ເຊັ່ນ: ການແພດ ປຕ, ການແພດ ຮສຂ, ແພດຜະດຸງຄັນຊັ້ນສູງ, ພະຍາບານສາດເຕັກນິກ, ວິເຄາະວິທະຍາ, ອາຫານ – ຢາ, ສາທາລະນະສຸກສາດ – ອະນາໄມສິ່ງແວດລ້ອມ ແລະ ບໍລິຫານ – ການເງິນ. ແນວໃດກໍດີ, ວຽກງານສາທາລະນະສຸກໃນປັດຈຸບັນແມ່ນຍັງມີພາລະໜ້າທີ່ອັນສູງສົ່ງ ໂດຍສະເພາະບັນດາຄາດໝາຍດ້ານສຸຂະພາບ ອົງການຈັດຕັ້ງພັກ ແລະ ລັດຖະບານກໍຄືອົງການຈັດຕັ້ງສາກົນ ຍັງສືບຕໍ່ຈັດຕັ້ງປະຕິບັດໃຫ້ບັນລຸໃນ 10 ຄາດໝາຍ ກ່ຽວການພັດທະນາທີ່ຍືນຍົງເພື່ອການເອົາປະເທດຊາດໃຫ້ຫຼຸດພົ້ນຈາກ ຄວາມດ້ອຍພັດທະນາໃນອະນາຄົດຢ່າງຕໍ່ເນື່ອງ.

( ໂດຍ: ມາລາທິບ )