ອາກາດຍັງຈະຮ້ອນຕື່ມອີກ ແລະ ຈະມີຝົນຕົກເລັກນ້ອຍໃນແຕ່ລະພາກ

91

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານພະຍາກອນອາກາດປະຈໍາວັນທີ 21 ພຶດສະພາ 2019 ວ່າ: ຄວາມກົດດັນຕໍ່າຂອງອາກາດຮ້ອນໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນຕົກ – ຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່. ເຊິ່ງຈະເຮັດໃຫ້ອາກາດຍັງຈະສືບຕໍ່ຮ້ອນຢູ່ຕື່ມອີກ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ຕົກປານກາງຢູ່ບາງທ້ອງຖິ່ນ ແຂວງ ພາກເໜືອດ້ານຕາເວັນອອກ ລົງຫາ ພາກກາງ ແລະ ພາກໃຕ້ ພ້ອມມີລົມພັດແຮງເປັນບາງໂອກາດ.

ในภาพอาจจะมี เมฆ, ท้องฟ้า, ภูเขา, สถานที่กลางแจ้ง และธรรมชาติ

 

ພາກເໜືອດ້ານຕາເວັນອອກ: ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ຢູ່ບາງທ້ອງຖິ່ນແຂວງຫົວພັນ ແລະ ຊຽງຂວາງ. ອຸນຫະພູມໃນລະຫວ່າງ 21-35 ອົງສາ.

 

ไม่มีคำอธิบายรูปภาพ

 

     ພາກເໜືອດ້ານຕາເວັນຕົກ: ອາກາດຍັງສືບຕໍ່ຮ້ອນ ຫາ ຮ້ອນເອົ້າ ແລະ ຈະມີຝົນຕົກ, ຟ້າຮ້ອງ ໃນລະດັບຄ່ອຍເປັນບາງໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 26-41 ອົງສາ.

 

ไม่มีคำอธิบายรูปภาพ

 

ພາກກາງ: ອາກາດຮ້ອນຢູ່ທົ່ວໄປ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ພ້ອມມີລົມພັດແຮງເປັນບາງໂອກາດ ແລະ ຕົກປານກາງຢູ່ບາງທ້ອງຖິ່ນແຂວງວຽງຈັນ, ບໍລິຄຳໄຊ ແລະ ຄຳມ່ວນ. ອຖນຫະພູມໃນລະຫວ່າງ 27-39 ອົງສາ. ສໍາລັບແຂວງໄຊສົມບູນ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 19-30 ອົງສາ.

 

ไม่มีคำอธิบายรูปภาพ

 

ສະເພາະນະຄອນຫຼວງວຽງຈັນ: ອາກາດຮ້ອນ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນໃນຕອນບ່າຍ ຫາ ກາງຄືນ. ອຸນຫະພູມໃນລະຫວ່າງ 28-38 ອົງສາ.

 

ไม่มีคำอธิบายรูปภาพ

 

ພາກໃຕ້: ອາກາດຮ້ອນ ແລະ ຈະມີຝົນຕົກ, ຟ້າຮ້ອງ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ສາລະວັນ ແລະ ຈຳປາສັກ. ອຸນຫະພູມໃນລະຫວ່າງ 26-37 ອົງສາ.

ສໍາລັບເຂດພູພຽງບໍລິເວນ: ຈະມີຝົນຕົກ, ຟ້າຮ້ອງ ໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 16-29 ອົງສາ.

 

ไม่มีคำอธิบายรูปภาพ