ອຸຕຸແຈ້ງ!! ອາທິດນີ້ອາກາດຍັງຮ້ອນ ແລະ ມີຝົນຕົກຢູ່ພາກກາງ-ພາກໃຕ້

119

ອຸຕຸນິຍົມຄາດຄະເນພະຍາກອນໃນອາທິດນີ້ວ່າ ອາກາດຍັງສືບຕໍ່ຮ້ອນ ຫາ ຮ້ອນເອົ້າຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງໃນຕອນບ່າຍ ຫາ ຄ່ຳຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 20 ຫາ 26  ພຶດສະພາ 2019 ວ່າ: ໃນໄລຍະວັນທີ 20 ຫາ 22 ພຶດສະພາ 2019 ນີ້ ຄວາມກົດດັນອາກາດຕ່ຳຂອງອາກາດຮ້ອນຍັງຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າ ໃນຕອນບ່າຍ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ ພ້ອມມີລົມພັດແຮງເປັນບາງໂອກາດ.

ในภาพอาจจะมี รถยนต์ และสถานที่กลางแจ้ง

ໃນໄລຍະວັນທີ 23 ຫາ 26 ພຶດສະພາ 2019 ຄວາມກົດດັນອາກາດຕ່ຳຂອງອາກາດຮ້ອນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ເຊິ່ງຈະເຮັດໃຫ້ອາກາດສືບຕໍ່ຮ້ອນ ຫາ ຮ້ອນເອົ້າຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງໃນຕອນບ່າຍ ຫາ ຄ່ຳຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້. ຄາດຄະເນສະພາບອາກາດໃນແຕ່ລະພາກດັ່ງລຸ່ມນີ້.

ในภาพอาจจะมี ต้นไม้, สะพาน, ต้นพืช, ท้องฟ้า และสถานที่กลางแจ้ง

ພາກເໜືອດ້ານຕາເວັນອອກ: ວັນທີ 20 ຫາ 23 ພຶດສະພາ 2019 ອາກາດຮ້ອນໃນຕອນບ່າຍ ແລະ ຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ຈາກນັ້ນ, ວັນທີ 24 ຫາ 26 ພຶດສະພາ ອາກາດຍັງສືບຕໍ່ຮ້ອນໃນຕອນບ່າຍ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ. ອຸນຫະພູມຕໍ່າສຸດ 19-21 ອົງສາ ແລະ ສູງສຸດ 33-35 ອົງສາ.

ພາກເໜືອດ້ານຕາເວັນຕົກ: ວັນທີ 20 ຫາ 22 ພຶດສະພາ 2019 ອາກາດຮ້ອນ ຫາ ຮ້ອນເອົ້າໃນຕອນບ່າຍ ພ້ອມຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງບໍ່ແກ້ວ, ຫຼວງນ້ຳທາ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ. ຈາກນັ້ນ, ວັນທີ 24 ຫາ 26 ພຶດສະພາ ຈະມີຝົນຕົກກະຈາຍ ແລະ ອາກາດຍັງຈະຮ້ອນ ຫາ ຮ້ອນເອົ້າຢູ່ຕື່ມອີກ. ອຸນຫະພູມຕໍ່າສຸດ 25-27 ອົງສາ ແລະ ສູງສຸດ 39-41 ອົງສາ.

ในภาพอาจจะมี ต้นพืช, ท้องฟ้า, ต้นไม้, สะพาน และสถานที่กลางแจ้ง

ພາກກາງ:  ວັນທີ 20 ຫາ 26 ພຶດສະພາ 2019 ຍັງຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ. ອຸນຫະພູມຕ່ຳສຸດ 25-27 ອົງສາ ແລະ ສູງສຸດ 36-38 ອົງສາ.

ສະເພາະແຂວງໄຊສົມບູນ, ຫຼັກ 20, ເມືອງວຽງທອງ, ແລະ ເມືອງນາກາຍ: ວັນທີ 20 ຫາ 26ພຶດສະພາ 2019 ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ອາກາດຮ້ອນໃນຕອນບ່າຍ, ຈະມີຝົນຕົກໃນລະດັບຄ່ອຍ ອຸນຫະພູມຕໍ່າສຸດ 17-19 ອົງສາ ແລະ ສູງສຸດ 29-31 ອົງສາ.

ในภาพอาจจะมี ต้นพืช, ต้นไม้, ดอกไม้, สถานที่กลางแจ้ง และธรรมชาติ

ພາກໃຕ້: ວັນທີ 20 ຫາ 26 ພຶດສະພາ ອາກາດຈະຮ້ອນຢູ່ທົ່ວໄປ, ຍັງຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງພ້ອມມີລົມພັດແຮງໃນຕອນບ່າຍ ຫາ ຄ່ຳຢູ່ບາງທ້ອງຖິ່ນແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຕື່ມອີກ. ອຸນຫະພູມຕ່ຳສຸດ 25-27 ອົງສາ ແລະ ສູງສຸດ 37-39 ອົງສາ.

ສະເພາະເຂດພູພຽງບໍລະເວນ: ວັນທີ 20 ຫາ 26 ພຶດສະພາ 2019 ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 15-17 ອົງສາ ແລະ ສູງສຸດ 27-29 ອົງສາ.

ในภาพอาจจะมี ต้นไม้ และสถานที่กลางแจ้ง

ສະເພາະນະຄອນຫຼວງວຽງຈັນ: ວັນທີ 20 ຫາ 26 ພຶດສະພາ 2019 ອາກາດຍັງຈະຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງ. ອຸນຫະພູມຕໍ່າສຸດ 27-29 ອົງສາ ແລະ ສູງສຸດ 37-39 ອົງສາ.

 

ในภาพอาจจะมี ข้อความ

ในภาพอาจจะมี ข้อความ

ในภาพอาจจะมี ข้อความ

ในภาพอาจจะมี ข้อความ