ເຕືອນ! ທຣໍາ ປະເມີນ ຫົວເຫວີ່ຍ ຕໍ່າເກີນໄປ

54

ທ່ານເຫຣີນ ເຈິ້ງເຟີຍ ຜູ້ກໍ່ຕັ້ງຫົວເຫວີ່ຍ ກ່າວວ່າ ໄລຍະເວລາຜ່ອນຜັນ 90 ວັນ ຂອງລັດຖະບານສະຫະລັດ “ເກືອບບໍ່ມີຄວາມໝາຍ” ແລະ ເຕືອນປະທານາທິບໍດີໂດນັລ ທຣໍາ ວ່າ ປະເມີນສັກກະຍະພາບບໍລິສັດຂອງຕົນ “ຕໍ່າເກີນໄປ”.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນອັງຄານ ທີ 21 ພຶດສະພາ ວ່າ ເຖິງວ່າກະຊວງການຄ້າຂອງສະຫະລັດ ອອກຖະແຫຼງການເມື່ອວັນຈັນ ເລື່ອງການກໍານົດໄລຍະເວລາຜ່ອນຜັນຊົ່ວຄາວ 90 ວັນ ຫຼື ຈົນເຖິງວັນທີ 19 ສິງຫາ ນີ້ ໃຫ້ກັບບໍລິສັດຫົວເຫວີ່ຍເທັກໂນໂລຢີຂອງຈີນ ແລະ ບໍລິສັດຄູ່ຄ້າໃນສະຫະລັດ ເພື່ອ “ສະສາງ” ການເຮັດທຸລະກໍາທີ່ລວມເຖິງການຊື້ຂາຍສິນຄ້າຮ່ວມກັນໃຫ້ແລ້ວສຳເລັດ ພາຍໃນໄລຍະເວລາທີ່ກໍານົດ ຕະຫຼອດຈົນຂໍ້ຕົກລົງອື່ນໆທີ່ຍັງຄົງຄ້າງ ເນື່ອງຈາກວ່າ ຫຼັງຈາກມາດຕະການຂວໍ້າບາດຕາມຄໍາສັ່ງ “ສະຖານະການສຸກເສີນທາງເທັກໂນໂລຢີ” ທີ່ປະທານາທິບໍດີໂດນັລ ທຣໍາ ປະກາດເມື່ອອາທິດ ທີ່ຜ່ານມາ ມີຜົນບັງຄັບໃຊ້ “ຢ່າງເປັນທາງການ” ຄູ່ຄ້າທັງສອງຝ່າຍຕ້ອງລະງັບຄວາມຮ່ວມມືຕໍ່ກັນ.

ທ່ານເຫຣີນ ເຈິ້ງເຟີຍ ຜູ້ກໍ່ຕັ້ງ ແລະ ປະທານຄະນະເຈົ້າໜ້າທີ່ບໍລິຫານ (ຊີອີໂອ) ຂອງຫົວເຫວີ່ຍ ກ່າວເມື່ອວັນອັງຄານ ວ່າ ໄລຍະເວລາ 90 ວັນນັ້ນ “ເກືອບວ່າບໍ່ມີຄວາມໝາຍ” ທຸກພາກສ່ວນໃນຫົວເຫວີ່ຍວິເຄາະ ແລະ ຄາດການໄວ້ແລ້ວ ວ່າ ຄວາມຂັດແຍ່ງຈະຕ້ອງບານປາຍມາຈົນເຖິງຈຸດນີ້ ແລະ ບຸກຄົນທີ່ສົມຄວນຕ້ອງຮັບຜິດຊອບ ແລະ “ຖືກກ່າວໂທດ” ຈາກເລື່ອງນີ້ຫຼາຍທີ່ສຸດບໍ່ແມ່ນບັນດາບໍລິສັດຂອງສະຫະລັດທີ່ຈໍາເປັນຕ້ອງປະຕິບັດຕາມຄໍາສັ່ງ ແຕ່ຄືຜູ້ອອກຄໍາສັ່ງ ແລະ ທີມງານຝ່າຍບໍລິຫານທີ່ກ່ຽວຂ້ອງ.

ไม่มีคำอธิบายรูปภาพ

ຂະນະດຽວກັນ ທ່ານເຫຣີນ ອາຍຸ 74 ປີ ອະດີດນັກວິເຄາະຂອງກອງທັບປົດປ່ອຍປະຊາຊົນຈີນ (PLA: Chinese People’s Liberation Army) ເຊິ່ງກໍ່ຕັ້ງຫົວເຫວີ່ຍ ເມື່ອປີ 1987 ເຊື່ອໝັ້ນວ່າ ໂຄງການຂອງຫົວເຫວີ່ຍ ເພື່ອພັດທະນາເທັກໂນໂລຢີທີ່ກ່ຽວຂ້ອງກັບລະບົບເຄືອຂ່າຍ 5ຈີ “ຈະບໍ່ມີທາງສະດຸດ” ຍ້ອນເລື່ອງນີ້ ເພາະພັດທະນາການດ້ານ 5ຈີ ຂອງຫົວເຫວີ່ຍໄປໄກເກີນກວ່າທີ່ສະຫະລັດຈະຄາດຄິດ ພາຍໃນໄລຍະເວລາ 2 ເຖິງ 3 ປີນີ້ ບໍ່ມີທາງທີ່ໃຜຈະຕາມທັນ ລັດຖະບານຂອງປະທານາທິບໍດີໂດນັລ ທຣໍາ ກໍາລັງປະເມີນສັກກະຍະພາບຂອງຫົວເຫວີ່ຍ “ຕໍ່າເກີນໄປ” ຢ່າງໃດກໍ່ຕາມ ບໍລິສັດຂອງຕົນກຽມພ້ອມມາດົນແລ້ວ ເພື່ອຮັບມືກັບແຮງກົດດັນ “ທຸກຮູບແບບ” ຈາກລັດຖະບານວໍຊິງຕັນ ຫົວເຫວີ່ຍສາມາດຜະລິດຊິບທີ່ມີຄຸນະພາບໃນລະດັບດຽວກັບບໍລິສັດຂອງສະຫະລັດ ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າຫົວເຫວີ່ຍຈະບໍ່ອຸດໜຸນສິນຄ້າຂອງສະຫະລັດອີກ ເພາະຫົວເຫວີ່ຍເປັນບໍລິສັດທີ່ບໍ່ປິດກັ້ນຕົວເອງ, ບໍ່ກີດກັນການຄ້າ ແລະ ຍິນດີຄ້າຂາຍກັບທຸກປະເທດເທິງໂລກຢ່າງໂປ່ງໃສ.