ເບິ່ງຂໍ້ເສຍປຽບຂອງສິນຄ້າລາວ ແລະ ຊ່ອງທາງການຍົກລະດັບເພື່ອແຂ່ງຂັນ

76

ສິ່ງທ້າທາຍຂອງຜູ້ປະກອບການລາວ ແມ່ນມີສິນຄ້າແຕ່ຂອດຈໍາໜ່າຍຕິດຂັດ, ພ້ອມດຽວກັນຍັງຖືກແຮງກະທົບຈາກສິນຄ້ານໍາເຂົ້າ. ສະນັ້ນ, ເພື່ອກຳຈັດສິ່ງທ້າທາຍດັ່ງກ່າວພາກລັດ ແລະ ທຸລະກິດຕ້ອງຈັບມືກັນໃຫ້ແຂງແຮງກວ່າເກົ່າເພື່ອສ້າງທ່າແຮງ,ສ້າງໂອກາດ, ໃຫ້ທຸລະກິດເຂົ້າເຖິງເຕັກນິກ, ການຝຶກອົບຮົມທີ່ຈະປົດລັອກການຜະລິດໃຫ້ເຂັ້ມແຂງ, ທີ່ສໍາຄັນຄົນພາຍໃນຊາດຕ້ອງຍົກສູງນໍ້າໃຈຮັກຊາດໂດຍການຊົມໃຊ້ສິນຄ້າພາຍໃນ.

ທ່ານ ໄຊສົມເພັດ ນໍຣະສິງຫ໌ ຫົວໜ້າກົມສົ່ງສີມການຄ້າ ໄດ້ກ່າວໃນກອງປະຊຸມປະຈໍາປີ 2018 ຂອງຂະແໜງອຸດສາຫະກຳ ແລະ ການຄ້າວ່າ: ໃນໄລຍະຜ່ານມາຈາກການປະເມີນ ແລະ ຕີລາຄາ, ຜ່ານການໄປວາງສະແດງທັງພາຍໃນ ແລະ ຕ່າງປະເທດ ແລະ ການລົງຢ້ຽມຢາມພື້ນຖານການຜະລິດທັງສູນກາງ ແລະ ທ້ອງຖິ່ນ ພວກເຮົາເຫັນວ່າທຸລະກິດຂອງພວກເຮົາຍັງມີສະພາບເຂົ້າຫາຕະຫຼາດຍາກ, ຜະລິດຕະພັນທີ່ຜະລິດແລ້ວບໍ່ສາມາດຂາຍໄດ້, ລາຄາສິນຄ້າທີ່ມີທ່າແຮງແມ່ນຂຶ້ນກັບການຜັນຜວນຂອງຕະຫຼາດໂລກ, ບໍ່ມີຕະຫຼາດຮອງຮັບທີ່ແນ່ນອນ. ສະພາບດັ່ງກ່າວເປັນບັນຫາແກ່ຍາວໃຫ້ຜະລິດຕະພັນລາວເຂົ້າຫາຕະຫຼາດພາຍໃນ ແລະ ຕະຫຼາດຕ່າງປະເທດບໍ່ເຖິງ, ໃນເມື່ອຜະລິດຕະພັນທີ່ອອກມາບໍ່ສາມາດກາຍເປັນສິນຄ້າໄດ້ ຫຼື ບໍ່ໄດ້ຕາມກົນໄກຕະຫຼາດທົ່ວໄປ ຈຶ່ງກາຍເປັນປະເດັນສໍາຄັນເພື່ອຄົ້ນຫາວິທີການສ້າງຜະລິດຕະພັນໃຫ້ກາຍເປັນສິນຄ້າທີ່ຕະຫຼາດເປົ້າໝາຍຕ້ອງການ ແລະ ຍອມຮັບ, ວິທີການເຂົ້າຫາຕະຫຼາດເປົ້າໝາຍທີ່ຍືນຍົງ. ດັ່ງນັ້ນ, ການສ້າງພື້ນຖານ ແລະ ການນໍາພາທຸລະກິດບຸກຕະຫຼາດແບບຕັ້ງໜ້າ ຈຶ່ງເປັນແຜນບຸລິມະສິດຂອງກົມສົ່ງເສີມການຄ້າທີ່ຕ້ອງເອົາໃຈໃສ່ ແລະ ຮ່ວມມືກັບບັນດາກົມກອງອ້ອມຂ້າງ ເພື່ອເຮັດວຽກຮ່ວມກັນນໍາພາທຸລະກິດໃຫ້ໄປເຖິງເປົ້າໝາຍທີ່ວາງໄວ້.

ເພື່ອເຮັດໃຫ້ວຽກງານສົ່ງເສີມການຄ້າມີຂັ້ນຕອນສາມາດຈັດຕັ້ງຢ່າງເປັນລະບົບ, ເໝາະສົມກັບຍຸກສະໄໝ ແລະ ທີ່ສໍາຄັນສາມາດສ້າງໃຫ້ຫົວໜ່ວຍທຸລະກິດເຂົ້າຫາຕະຫຼາດໄດ້ຢ່າງແທ້ຈິງ, ກົມສົ່ງເສີມການຄ້າ ໄດ້ປະຕິບັດບັນດາກິດຈະກໍາສົ່ງເສີມການພັດທະນາສິນຄ້າ ແລະ ການເຂົ້າຫາຕະຫຼາດຕາມ 3 ແຜນງານໃຫຍ່ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ເປັນຕົ້ນບັນດາກິດຈະກໍາທີ່ນອນໃນຂອບເຊື່ອມໂຍງພາກພື້ນ ແລະ ສາກົນ, ບັນດາກິດຈະກໍາທີ່ເປັນການຊ່ວຍພັດທະນາສະພາບແວດລ້ອມ, ເອື້ອອໍານວຍທີ່ດີຕໍ່ການດໍາເນີນທຸລະກິດ ແລະ ບັນດາກິດຈະກໍາທີ່ຊ່ວຍພັດທະນາຄວາມສາມາດໃນການແຂ່ງຂັນໃຫ້ທຸລະກິດ.

ທ່ານກ່າວວ່າ: ໃນປີ 2018 ໄດ້ຄົ້ນຄວ້າ ແລະ ອະນຸມັດການຈັດງານວາງສະແດງພາຍໃນປະເທດ 160 ຄັ້ງ ເຊິ່ງສ້າງໃຫ້ທຸລະກິດໄດ້ນໍາສະເໜີຜະລິດຕະພັນອາຫານ, ເຄື່ອງດື່ມສໍາເລັດຮູບ, ເຄື່ອງຫັດຖະກໍາ, ເຄື່ອງເຟີນີເຈີ, ສິນຄ້າກະສິກໍາປຸງແຕ່ງ, ເຄື່ອງສໍາອາງ, ຢາພື້ນເມືອງ ແລະ ອື່ນໆ ເປັນການເປີດຕະຫຼາດພາຍໃນໃຫ້ສິນຄ້າລາວສາມາດເຂົ້າສູ່ບັນດາຮ້ານຄ້າ.

ຄຽງຄູ່ກັບສະພາບການພັດທະນາໃນປັດຈຸບັນກໍຍັງມີສິ່ງທ້າທາຍ ໂດຍສະເພາະແມ່ນການພັດທະນາສິນຄ້າຊຸມຊົນຍັງບໍ່ທັນຫຼາກຫຼາຍເທົ່າທີ່ຄວນ ເຫັນໄດ້ຈາກການຂະຫຍາຍຕະຫຼາດທ້ອງຖິ່ນ, ຕະຫຼາດຊຸມຊົນ, ຕະຫຼາດຂັ້ນເມືອງ ແລະ ຂັ້ນແຂວງຍັງຊັກຊ້າ ແລະ ໃນຕະຫຼາດທີ່ມີຢູ່ແລ້ວການຊື້ – ຂາຍຍັງບໍ່ທັນຟົດຟື້ນເທົ່າທີ່ຄວນ, ການຈໍລະຈອນສິນຄ້າ, ການຜະລິດເປັນສິນຄ້າ ແລະ ການສົ່ງອອກສິນຄ້າຍັງອາໄສການນໍາເຂົ້າເປັນຫຼັກ ແລະ ຄ້າຂາຍໃນຮູບແບບວັດຖຸດິບ. ນອກຈາກນີ້, ການຮັບປະກັນລາຄາສິນຄ້າຈາກຜະລິດຕະພັນກະສິກໍາ – ຫັດຖະກໍາຍັງເຮັດໄດ້ໜ້ອຍ ເຊິ່ງເຮັດໃຫ້ນັກລົງທຶນ ຫຼື ນັກທຸລະກິດຂາດທຶນ ແລະ ບໍ່ສາມາດຂະຫຍາຍທຸລະກິດໄດ້.

ຈາກຂໍ້ມູນພື້ນຖານທີ່ສະແດງຂ້າງເທິງນັ້ນ ກົມສົ່ງເສີມການຄ້າ ຈໍາເປັນຕ້ອງຄໍານຶງເຖິງການສ້າງເງື່ອນໄຂ, ການນໍາໃຊ້ທ່າແຮງ ແລະ ການສ້າງໂອກາດໃຫ້ທຸລະກິດໄດ້ມີການພັດທະນາແບບມີສ່ວນຮ່ວມ, ເຂົ້າເຖິງເຕັກນິກ, ການຝຶກອົບຮົມ, ຍົກລະດັບ ຄວາມຮູ້ ແລະ ຕະຫຼາດ ເຊິ່ງປັດໄຈເຫຼົ່ານີ້ມັນຮຽກຮ້ອງໃຫ້ມີໂຄງການແຜນງານທີ່ຊັດເຈນ ເພື່ອເຮັດໃຫ້ການພັດທະນາຮັບປະກັນໄດ້ຄຸນນະພາບ, ມີການປຸງແຕ່ງກະສິກໍາເປັນສິນຄ້າ ແລະ ມີຕະຫຼາດຮອງຮັບທີ່ຍືນຍົງ.

ກົມສົ່ງເສີມການຄ້າ ໄດ້ຖືເອົາວຽກງານສົ່ງເສີມການເຂົ້າຫາຕະຫຼາດທັງພາຍໃນ ແລະ ຕ່າງປະເທດຂອງສິນຄ້າລາວ ເປັນວຽກງານທີ່ຕິດພັນກັບການຜະລິດ ແລະ ພັດທະນາສິນຄ້າຢ່າງຕັດແຍກອອກຈາກກັນບໍ່ໄດ້ ເພື່ອສາມາດເຮັດໃຫ້ສິນຄ້າລາວເຂົ້າຫາຕະຫຼາດເປົ້າໝາຍໄດ້ທຸກການຜະລິດ ແລະ ການພັດທະນາສິນຄ້າຕ້ອງໄດ້ປະຕິບັດຕາມມາດຕະຖານ, ເງື່ອນໄຂ ແລະ ຄວາມຕ້ອງການຂອງຕະຫຼາດຢ່າງປະຕິເສດບໍ່ໄດ້.

( ຂ່າວ: ພຸດຕີ້ )