ເສັງ ມ 7 ປີນີ້ ຮພຊ ຕັ້ງເປົ້າໃຫ້ໄດ້ໃບປະກາດແດງຢ່າງໜ້ອຍ 2 ຄົນ

94

ສົກຮຽນ 2018 – 2019 ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລ ( ຮພຊ ) ໄດ້ໃຫ້ນັກຮຽນເລີ່ມຄົ້ນຄວ້າບົດຮຽນມາແຕ່ຕົ້ນເດືອນເມສາ ແລະ ຈະມີການເສັງທົດລອງທ້າຍເດືອນນີ້, ຜູ້ອຳນວຍການຕັ້ງເປົ້າສົກນີ້ຈະຕ້ອງໃຫ້ໄດ້ໃບປະກາດແດງຢ່າງໜ້ອຍ 2 ຄົນ.

ທ່ານ ຮສ. ປອ. ຄຳພຸດ ພົມມະສອນ ຜູ້ອຳນວຍການ ຮພຊ ໄດ້ໃຫ້ສຳພາດວ່າ: ການກະກຽມເພື່ອເສັງຈົບຊັ້ນ ມ 7 ປີນີ້ທາງໂຮງຮຽນໄດ້ໃຫ້ນ້ອງນັກຮຽນທັງຫຼາຍເລີ່ມທວນຄືນບົດຮຽນຕາມແຕ່ລະວິຊາທີ່ຈະເສັງມາແຕ່ຕົ້ນເດືອນເມສາ 2019 ເຊິ່ງຕາມແຜນແມ່ນຫຼັງຈາກນ້ອງນັກຮຽນທັງຫຼາຍທວນຄືນບົດຮຽນຢ່າງລະອຽດແລ້ວກໍຈະໄດ້ມີການຈັດສອບເສັງທົດລອງ ໂດຍນຳເອົາບົດຮຽນ, ບົດສອບເສັງຕ່າງໆຂອງແຕ່ລະປີຜ່ານມານຳມາສອບເສັງ ແລະ ປະຕິບັດຕາມເງື່ອນໄຂການສອບເສັງຈົບຊັ້ນຂອງພະແນກສຶກສາທິການ ແລະ ກີລານະຄອນຫຼວງ ເພື່ອປະເມີນຜົນໃນເບື້ອງຕົ້ນ ແລະ ຄາດວ່າຈະເປີດເສັງທົດລອງໃນວັນທີ 27 ພຶດສະພານີ້. ຫຼັງຈາກນັ້ນ, ຮພຊ ກໍຈະຈັດໃຫ້ບັນດາຄູ – ອາຈານປະຈຳວິຊາຕ່າງໆເຂົ້າສອນບຳລຸງນັກຮຽນ ເພື່ອເຮັດໃຫ້ນັກຮຽນ ຮພຊ ສາມາດເສັງຈົບຊັ້ນໄດ້ຄະແນນດີທີ່ສຸດ, ສູງທີ່ສຸດ ແລະ ສາມາດຍາດໄດ້ໃບປະກາດແດງຢ່າງໜ້ອຍ 2 ຄົນ ໃນສົກນີ້.

ທ້າວ ສຸພະໄຊ ເນົາວະລາດ ນັກຮຽນ ມ 7 ຮພຊ ໃຫ້ສຳພາດວ່າ: ສຳລັບການສອບເສັງຈົບຊັ້ນ ມ 7 ໃນສົກຮຽນ 2018 – 2019 ນີ້ ນ້ອງເອງໄດ້ມີການກະກຽມມາຕັ້ງແຕ່ເດືອນເມສາ ແລະ ກະກຽມມາເປັນຢ່າງດີ ໂດຍຄົ້ນຄວ້າໃນຕຳລາຕ່າງໆຂອງບັນດາວິຊາທີ່ຈະເສັງຈົບຊັ້ນ ແລະ ຄົ້ນຄວ້າບົດສອບເສັງຕ່າງໆໃນປີຜ່ານມາຕື່ມອີກ ເຊິ່ງການກຽມເສັງຈົບຊັ້ນໃນປີນີ້ນ້ອງຄິດວ່າຈະສາມາດເສັງໃຫ້ໄດ້ຄະແນນດີທີ່ສຸດທຸກວິຊາ ເພື່ອໃຫ້ສາມາດຍາດໄດ້ໃບປະກາດແດງ. ໃນນັ້ນ, ບັນດາວິຊາທີ່ນ້ອງເຊື່ອໝັ້ນທີ່ສຸດແມ່ນວິຊາຄະນິດສາດ ເພາະເປັນວິຊາທີ່ນ້ອງຄົ້ນຄວ້າຫຼາຍທີ່ສຸດ. ສຳລັບເປົ້າໝາຍໃນອະນາຄົດແມ່ນນ້ອງຢາກໄປຮຽນຕໍ່ທີ່ປະເທດອັງກິດ ໃນສາຂາວິຊາວິສະວະກຳຊ໊ອຟແວຣ໌ ເພາະນ້ອງເປັນຄົນມັກໃນວິຊານີ້ ແລະ ທາງຄອບຄົວກໍມີຄວາມໃກ້ຊິດຕິດພັນທາງດ້ານນີ້.

ນາງ ລີນ້າ ວົງນະສັກ ນັກຮຽນ   ມ 7 ໃຫ້ຮູ້ວ່າ: ນ້ອງເອງໄດ້ມີການກະກຽມຄົ້ນຄວ້າທົບທວນບົດຮຽນດ້ວຍຕົນເອງມາຕັ້ງແຕ່ເດືອນເມສາ. ໃນນັ້ນ, ວິຊາທີ່ຄົ້ນຄວ້າໜັກກວ່າໝູ່ແມ່ນເຄມີສາດ ແລະ ນ້ອງເອງຄາດຫວັງຢາກໃຫ້ສາມາດເສັງໄດ້ຄະແນນ 7 ຂຶ້ນໄປທຸກວິຊາ ເພື່ອເປັນບ່ອນອີງໃນການຮຽນຕໍ່ໃນລະດັບມະຫາວິທະຍາໄລ ເຊິ່ງຫຼັງຈາກຈົບຊັ້ນ ມ 7 ແລ້ວ ນ້ອງເອງຈະໄປຮຽນຕໍ່ໃນສາຂາວິຊາການຕະຫຼາດ ເພາະເປັນວິຊາທີ່ດີ ແລະ ມີການແຂ່ງຂັນສູງໃນຍຸກປັດຈຸບັນ. ນອກນັ້ນ, ຍັງເປັນວິຊາທີ່ນ້ອງມັກ ແລະ ຄອບຄົວກໍປະກອບອາຊີບທຸລະກິດສ່ວນຕົວ.

ນາງ ສຸກສະໄຫວ ສີວິໄຊ ນັກຮຽນ ມ 7 ໃຫ້ສຳພາດວ່າ: ການເສັງຈົບຊັ້ນ ມ 7 ເປັນການສອບເສັງທີ່ມີຄວາມສຳຄັນທີ່ສຸດຂອງການສຶກສາຂັ້ນພື້ນຖານ ເຊິ່ງນ້ອງເອງໄດ້ມີການທວນຄືນບົດຮຽນມາຕັ້ງແຕ່ຫຼັງຈາກເສັງນັກຮຽນເກັ່ງຂັ້ນນະຄອນຫຼວງແລ້ວ ແລະ ປັດຈຸບັນຖືວ່າມີ ຄວາມພ້ອມໃນການສອບເສັງຈົບຊັ້ນ ແລະ ຄາດວ່າຈະສາມາດເສັງໄດ້ຄະແນນດີໆທຸກວິຊາ. ສໍາລັບການໄປຮຽນຕໍ່ໃນລະດັບມະຫາວິທະຍາໄລ ນ້ອງຄິດວ່າຈະໄປຮຽນແພດສາດ ເພາະເປັນວິຊາທີ່ນ້ອງມັກ ແລະ ປັດຈຸບັນນ້ອງເຫັນວ່າການແພດໃນປະເທດເຮົາຍັງບໍ່ມີປະສິດທິພາບເທົ່າທີ່ຄວນໃນການຊ່ວຍເຫຼືອປິ່ນປົວຄົນເຈັບ ຖ້າທຽບໃສ່ປະເທດອື່ນໆ ແລະ ນ້ອງຢາກເປັນຜູ້ໜຶ່ງໃນການປະກອບສ່ວນຍົກສູງຄຸນນະພາບຂອງຂະແໜງສາທາຂອງປະເທດເຮົາ.

( ຂ່າວ: ກາວຊົ່ງ; ຮູບ: ສອນໄຊ )