ການກະກຽມທາງເລືອກອາຊີບເພື່ອຄວາມສຳເລັດ (Career Choice Preparation for Success)

105

ການເລືອກອາຊີບໄດ້ເລີ່ມແຕ່ຄົນຢາກເປັນ ຫຼື ຢາກເຮັດອາຊີບໃດໜຶ່ງ ເຊິ່ງອາດຈະເລີ່ມແຕ່ໄວເດັກ, ເມື່ອເຮົາຖາມວ່າ: ຢາກເປັນຫຍັງ? ເດັກກໍຈະຕອບໄດ້ ໂດຍສັງເກດຈາກອາຊີບທີ່ປາກົດອ້ອມຕົວເຂົາ ໂດຍສະເພາະການເຮັດວຽກ ແລະ ດຳເນີນຊີວິດຂອງຄົນໃນຄອບຄົວ, ພໍ່ແມ່, ຜູ້ຊ່ວຍແນະນຳອາຊີບ ( caree guidance support ) ອາດຈະສັງເກດເຫັນຄວາມມັກ ແລະ ແວວໃນການສະແດງອອກຂອງລູກຫຼານ ແລ້ວຈະເລີ່ມແນະນຳ ຫຼື ແປງທາງໃຫ້ແຕ່ຕອນຍັງນ້ອຍດັ່ງກ່າວ. ຈາກການຄົ້ນຄວ້າ ແລະ ປະສົບການຕົວຈິງຊີ້ບອກວ່າ “ ການກະກຽມທາງເລືອກອາຊີບນັບແຕ່ໄວເດັກ ຈະເຮັດໃຫ້ການວາງແຜນ ແລະ ການພັດທະນາຄົນໃຫ້ມີຄວາມສຳເລັດໃນອາຊີບເປັນໄປໄດ້ສູງ ”.

ການພັດທະນາກຽມຄວາມພ້ອມເພື່ອທາງເລືອກອາຊີບ ( career choice readiness development ) ມີ 2 ອົງປະກອບສຳຄັນ ຄື:
+ ລະດັບກຽມຄວາມພ້ອມທີ່ຖືກຄາດຄະເນຈາກການນັບຖືຕົວເອງ, ຄວາມເຊື່ອໝັ້ນທີ່ຈະສຳເລັດ ( Self – efficacy ) ແລະ ການເຮັດໃຫ້ສິ່ງກີດຂວາງໜ້ອຍລົງ.
+ ຄວາມກຽມພ້ອມເພີ່ມຂຶ້ນ ຫຼື ຄາດຄະເນຈາກການມີຂໍ້ມູນ – ຂ່າວສານ, ຂໍ້ມູນກ່ຽວກັບອາຊີບ/ການງານ ( Occupation ).
ການກະກຽມທາງເລືອກອາຊີບໃຫ້ໄວເດັກຈົນເຖິງໄວໜຸ່ມ ຂັ້ນຕອນທຳອິດຂອງຂະບວນການວາງແຜນພັດທະນາອາຊີບ ເຊິ່ງປະກອບດ້ວຍ 5 ຂັ້ນຕອນ ທີ່ຕໍ່ເນື່ອງກັນທີ່ຕິດພັນກັບໄລຍະໄວຂອງຄົນ ດັ່ງນີ້:
(1) ໄວເດັກເຖິງໄວໜຸ່ມຕອນຕົ້ນ ( ອາຊີບໃນມະໂນຈິດ ).(2) ໄວໜຸ່ມກຽມເຮັດວຽກ ( ອາຊີບທີ່ເລືອກສັນ ).(3) ໄວເຮັດວຽກເຖິງໄວກາງ ( ກ້າວໜ້າໃນອາຊີບ – ອາວຸໂສຂັ້ນຕົ້ນ – ອາຊີບທີ່ໝັ້ນຄົງ ).(4) ໄວອາວຸໂສຂັ້ນກາງເຖິງໄວກ່ອນບຳນານ ( ອາຊີບສູງສຸດ ແລະ ກຽມປ່ອຍວາງ ).(5) ໄວຫຼັງບຳນານ ( ເຮັດວຽກອາຊີບຕາມອັດທະຍາໄສ ).
ສະເພາະໃນບົດນີ້ຈະເວົ້າເຖິງຂັ້ນຕອນທີ (1) ທີ່ເປັນພື້ນຖານຄວາມສຳເລັດທີ່ສຳຄັນໃນທາງເລືອກອາຊີບ ໃນຕະຫຼອດຊີວິດການເຮັດວຽກ ( ຈົນເຖິງຫຼັງບຳນານ ) ຂອງຄົນ.

I. ການກະກຽມທາງເລືອກສຳລັບໄວເດັກເຖິງໄວໜຸ່ມຕອນຕົ້ນ ( ອາຊີບໃນມະໂນຈິດ ).
ການກະກຽມທາງເລືອກໃນໄລຍະໄວທີ 1 ນີ້ອາດຈະລິເລີ່ມເບື້ອງຕົ້ນເມື່ອເດັກສະແດງຄວາມສົນໃຈ ເຊິ່ງອາດຈະເປັນຕອນທ້າຍຂອງການສຶກສາຂັ້ນປະຖົມ ໂດຍການສັງເກດຈາກການຄົ້ນຄວ້າ ແລະ ທົດລອງຢູ່ຫຼາຍບ່ອນ ( ຕ່າງປະເທດ ) ເຫັນວ່າການເລີ່ມຕົ້ນສາມາດເຮັດໄດ້ຕັ້ງແຕ່ມັດທະຍົມຕົ້ນ ໂດຍໄລຍະຄວາມຖີ່ ແລະ ຂອບເຂດຂອງການແນະນຳ ແລະ ຊຸກຍູ້ຂອງຜູ້ປົກຄອງຈະເພີ່ມຂຶ້ນ ເມື່ອລູກຫຼານກ້າວເຂົ້າໄລຍະປີສຸດທ້າຍຂອງການສຶກສາມັດທະຍົມຕອນປາຍ ເພື່ອກຽມຕັດສິນໃຈເລືອກອາຊີບເບື້ອງຕົ້ນ ( ດ້ວຍການເຂົ້າຮຽນຕໍ່ວິຊາສະເພາະ ຫຼື ປະກອບອາຊີບໃດໜຶ່ງ ) ປະສົບການຊີ້ບອກວ່າການລິເລີ່ມ ແລະ ດຳເນີນການແນະນຳ ແລະ ຊຸກຍູ້ໃນບາດກ້າວ ແລະ ຂອບເຂດທີ່ຊັດເຈນ ແລະ ຊ່ວຍສ້າງກຽມຄວາມພ້ອມທີ່ດີໃນການເລືອກອາຊີບທີ່ເໝາະສົມ.

ບົດບາດຂອງຜູ້ຊ່ວຍແນະນຳອາຊີບ ( ຜນອ ) ໂດຍສະເພາະບົດບາດ ຫຼື ອິດທິພົນຂອງພໍ່ແມ່ ຫຼື ຜູ້ປົກຄອງຂອງເດັກໄວໜຸ່ມຂັ້ນຕົ້ນ ເປັນປັດໄຈທີ່ມີລັກສະນະຕັດສິນຕໍ່ການເລືອກອາຊີບຂອງລູກຫຼານ ເພື່ອຍົກສູງຄວາມເປັນໄປໄດ້ໃນເປົ້າໝາຍອາຊີບທີ່ຕັ້ງໄວ້ ( ສຳລັບເຂົາເຈົ້າ ) ຈຶ່ງຮຽກຮ້ອງໃຫ້ມີການກະກຽມ ແລະ ວາງແຜນຢ່າງຖືກຕ້ອງ ແລະ ມີບາດກ້າວທີ່ເປັນລະບົບ ດັ່ງນີ້:
1.1. ການສັງເກດຕີລາຄາ, ຄວາມສົນໃຈ, ຄວາມຮັບຮູ້ ແລະ ແວວ ( ທັກສະເບື້ອງຕົ້ນ ) ທີ່ມີຢູ່.1.2. ການວິເຄາະ, ຜົນການຕີລາຄາ ແລະ ທົບທວນເບິ່ງແວດລ້ອມອ້ອມຕົວທີ່ອຳນວຍ ຫຼື ກີດຂວາງຕໍ່ການປະກອບອາຊີບທີ່ສົນໃຈນັ້ນ.1.3. ການທົດລອງປະຕິບັດ ແລະ ການປະເມີນຜົນການແນະນຳທາງເລືອກອາຊີບ.

1.1. ການສັງເກດຕີລາຄາ ຄວາມສົນໃຈ, ຄວາມຮັບຮູ້ ແລະ ແວວ ( ທັກສະເບື້ອງຕົ້ນ ) ທີ່ມີຢູ່:
ເປັນກິດຈະກຳທີ່ພໍ່ແມ່/ຜູ້ປົກຄອງ ຫຼື ຜູ້ຊ່ວຍແນະນຳອາຊີບ ( ຜນອ ) ເປັນຜູ້ລິເລີ່ມ. ຈາກນັ້ນ, ຈຶ່ງເອົາເປົ້າໝາຍລູກຫຼານມີສ່ວນຮ່ວມນຳໃນການສັງເກດ – ຕີລາຄາຕົນເອງ. ຈາກການຄົ້ນຄວ້າ ແລະ ປະສົບການຕົວຈິງຊີ້ບອກວ່າ “ ການຕີລາຄາຕົນເອງເປັນບາດກ້າວທຳອິດທີ່ດີສຸດເພື່ອການຄົ້ນພົບຕົນເອງ ( Self – exploration ) ” ໂດຍການສັງເກດຕີລາຄາໃນ 5 ລະດັບຄວາມຖີ່ ໃນບັນດາປະເດັນດັ່ງລຸ່ມນີ້: ໃຫ້ໝາຍ ໃສ່ໜຶ່ງໃນຫ້ອງລະດັບຄວາມຖີ່ ຄື: 1. ບໍ່ເຄີຍ, 2. ເຄີຍໜ້ອຍ, 3. ບາງຄັ້ງຄາວ, 4. ຂ້ອນຂ້າງຂາຍເລື້ອຍໆ, 5. ເລື້ອຍໆ.

ໃນການສັງເກດຕີລາຄາກຸ່ມປະເດັນ 1 ( ຂໍ້ 1 – 7 ) ແລະ ກຸ່ມປະເດັນ 2 ( ຂໍ້ 8 – 11 ) ພໍ່ແມ່/ຜູ້ປົກຄອງດຳເນີນການໝາຍລະດັບຄວາມຖີ່. ຈາກນັ້ນ, ໃຫ້ເອົາແບບຟອມທີ່ມີ 11 ຂໍ້ດັ່ງກ່າວໃຫ້ລູກຫຼານ ໂດຍໃຫ້ອະທິບາຍຄວາມໝາຍແຕ່ລະປະເດັນໃຫ້ເຂົາເຈົ້າເຂົ້າໃຈຢ່າງຖືກຕ້ອງ ແລ້ວຈຶ່ງໃຫ້ເຂົາເຈົ້າໝາຍດ້ວຍຕົນເອງ.

1.2 ການວິເຄາະຜົນຕີລາຄາ ແລະ ທົບທວນເບິ່ງສິ່ງແວດລ້ອມອ້ອມຕົວ ທີ່ອຳນວຍຫຼື ກີດຂວາງຕໍ່ການປະກອບອາຊີບທີ່ສົນໃຈ
ເມື່ອໄດ້ຂໍ້ມູນທີ່ລູກຫຼານໝາຍແລ້ວ ( ທັງ 11 ຂໍ້ ) ໃຫ້ພໍ່ແມ່/ຜູ້ປົກຄອງນຳມາສົມທຽບກັບການສັງເກດຕີລາຄາ ( ການໝາຍ ) ຂອງຕົນເອງ, ຖ້າວ່າໝາຍແຕກຕ່າງກັນເກີນ 2 ລະດັບ ຕ້ອງໄດ້ເອົາໃຈໃສ່ໃນປະເດັນນັ້ນ ( ຕົວຢ່າງ: ພໍ່ແມ່ໝາຍ 4. ຂ້ອນຂ້າງເລື້ອຍໆ ແຕ່ລູກຫຼານໝາຍ 2. ເຄີຍໜ້ອຍ ) ໂດຍລວມແລ້ວໃຫ້ເອົາໃຈໃສ່ປະເດັນທີ່ໄດ້ 3 ຫຼື ໜ້ອຍກວ່າ 3 ເຊິ່ງສະແດງວ່າຈະຕ້ອງໄດ້ປັບປຸງປະເດັນເຫຼົ່ານັ້ນ ( ໃນກຸ່ມປະເດັນ 1 ແລະ 2 ) ສຳລັບກຸ່ມປະເດັນ 3 ແມ່ນພໍ່ແມ່/ຜູ້ປົກຄອງ ຫຼື ຜູ້ຊ່ວຍແນະນຳອາຊີບ ( ຜນອ ) ທົບທວນຮ່ວມກັນ ເຊິ່ງທັງ 4 ຂໍ້ ມີຜົນກະທົບທັງ 11 ຂໍ້ຂ້າງເທິງ ເພາະມັນກ່ຽວຂ້ອງກັບ ຄວາມອາດສາມາດ/ສິ່ງອຳນວຍ ( ຖ້າເຮັດໄດ້ດີ ) ໃຫ້ແກ່ການແນະນຳອາຊີບທີ່ເໝາະສົມໃຫ້ລູກຫຼານ, ສິ່ງສຳຄັນຈາກການວິເຄາະແມ່ນການທົບທວນເບິ່ງສາເຫດທີ່ແຕ່ລະປະເດັນຍັງເຮັດບໍ່ໄດ້ດີ ( ລະດັບ 1, 2, 3 ).

ຕົວຢ່າງ: ຂໍ້ 15 ( ພໍ່ແມ່/ຜູ້ປົກຄອງບໍ່ຄ່ອຍໄດ້ມີການພົວພັນ ໝາຍລະດັບ 2 ກັບອົງການຈັດຕັ້ງທີ່ຮັບຜິດຊອບກ່ຽວກັບວຽກເຮັດງານທຳ/ຕະຫຼາດແຮງງານ ) ເຊິ່ງຈະເຮັດໃຫ້ບໍ່ສາມາດເຂົ້າເຖິງຂໍ້ມູນທີ່ທັນການ. ດັ່ງນັ້ນ, ຈຶ່ງຕ້ອງໄດ້ເພີ່ມທະວີການພົວພັນກັບພາກສ່ວນຮັບຜິດຊອບດັ່ງກ່າວ, ຖ້າພໍ່ແມ່/ຜູ້ປົກຄອງເຂົ້າໃຈພາລະບົດບາດຂອງພາກສ່ວນກ່ຽວຂ້ອງ ( ຂໍ້ 14 ໃນລະດັບ 3 ຂຶ້ນໄປ ) ພໍ່ແມ່ຜູ້ປົກຄອງກໍຈະຫາໄດ້ເອກະສານກ່ຽວກັບແຮງງານ ແລະ ອາຊີບ ( ຂໍ້ 12 ແລະ ຂໍ້ 13 ).
ຖ້າຫາກວ່າ ຂໍ້ 12 ແລະ ຂໍ້ 13 ເຮັດໄດ້ດີ ພໍ່ແມ່ຜູ້ປົກຄອງກໍຈະສາມາດແນະນຳລູກຫຼານໄດ້ ໂດຍສະເພາະໃນຂໍ້ 2, ຂໍ້ 3, ຂໍ້ 4, ຂໍ້ 6, ຂໍ້ 9, ຂໍ້ 10 ແລະ ຂໍ້ 11. ຫຼັງຈາກພໍ່ແມ່/ຜູ້ປົກຄອງທົບທວນບັນດາຂໍ້ດັ່ງກ່າວແລ້ວ ຈຶ່ງນຳເອົາຂໍ້ມູນດັ່ງກ່າວມາສົນທະນາກັບລູກຫຼານ, ແລ້ວໃຫ້ລູກຫຼານໄປຄົ້ນຄິດພິຈາລະນາທາງເລືອກທີ່ໄດ້ກຳນົດໄປໃນເບື້ອງຕົ້ນນັ້ນ ( ເບິ່ງຂໍ້ 6 ) ໃຫ້ສາມາດປຽບທຽບອາຊີບໄດ້ 2 ຫາ 3 ທາງເລືອກອາຊີບທີ່ສະແດງໃຫ້ເຫັນດ້ານຕັ້ງໜ້າ ແລະ ດ້ານຈຳກັດຂອງແຕ່ລະອາຊີບ ເຊິ່ງເຫັນວ່າສອດຄ່ອງກັບ ຄວາມສົນໃຈ, ແວວ ຫຼື ຄວາມອາດສາມາດຂອງຕົນ. ຈາກນັ້ນ, ໃຫ້ເຂົາເຈົ້າຈັດລຽງບຸລິມະສິດທາງເລືອກອາຊີບ ( ເປັນບຸລິມະສິດ 1, 2, 3 ຕາມລຳດັບ ).

1.3 ການທົດລອງປະຕິບັດ ແລະ ການປະເມີນຜົນການແນະນຳທາງເລືອກອາຊີບ:
ຈາກການວິເຄາະ, ພໍ່ແມ່/ຜູ້ປົກຄອງອາດທົດລອງປະຕິບັດ ( ປັບປຸງ ) ໃນບາງຂໍ້ທີ່ເຫັນວ່າສຳຄັນ ແລະ ເປັນບຸລິມະສິດທີ່ຕ້ອງເຮັດກ່ອນ.ຈາກການຄົ້ນຄວ້າ ແລະ ປະສົບການ ຊີ້ບອກວ່າພໍ່ແມ່/ຜູ້ປົກຄອງສ່ວນຫຼາຍຈະບໍ່ຄ່ອຍມີ ຫຼື ເຂົ້າເຖິງຂໍ້ມູນກ່ຽວກັບອາຊີບ. ດັ່ງນັ້ນ, ເຂົາເຈົ້າຈຶ່ງຕ້ອງການເຂົ້າຮ່ວມກິດຈະກຳການແນະນຳອາຊີບຈາກພາກສ່ວນທີ່ຮັບຜິດຊອບວຽກນີ້ໂດຍກົງ, ເລີ່ມຕົ້ນແຕ່ຈາກໂຮງຮຽນ, ຄູທີ່ປຶກສາບ່ອນລູກຫຼານກຳລັງຮຽນຢູ່ ຫຼື ພາກສ່ວນພັດທະນາແຮງງານ/ຝຶກອົບຮົມ ແລະ ຈັດຫາງານ/ຈັດຫາອາຊີບທີ່ມີຢູ່, ສິ່ງສຳຄັນຕ້ອງໄດ້ດຳເນີນ 2 ວຽກ ດັ່ງນີ້:
ສື່ສານ ຫຼື ແຈ້ງບອກວ່າຂໍ້ມູນ – ຂ່າວສານໃດແທ້ທີ່ຕ້ອງການ ( ທີ່ກ່ຽວກັບອາຊີບທີ່ລູກຫຼານສົນໃຈ ).

+ ນໍາສະເໜີ ແລະ ປຶກສາຫາລືກ່ຽວກັບທາງເລືອກອາຊີບຕ່າງໆ ( ດ້ານຕັ້ງໜ້າ/ດ້ານຈຳກັດ ).
+ ພໍ່ແມ່/ຜູ້ປົກຄອງນຳເອົາຜົນການປະເມີນທາງເລືອກຂອງລູກຫຼານມາທົບທວນ ໂດຍສົມທຽບໃສ່ທັດສະນະ ຄວາມຮັບຮູ້ ແລະ ປະສົບການຂອງຕົນ, ຖ້າມີຫຍັງທີ່ແຕກຕ່າງກໍອາດຈະໂອ້ລົມກັບລູກຫຼານເພື່ອສ້າງຄວາມເຂົ້າໃຈຮ່ວມກັນແລ້ວຊອກຂໍ້ມູນເພີ່ມຕື່ມເພື່ອຢັ້ງຢືນທາງເລືອກອາຊີບທີ່ຕັ້ງໃຈໄວ້. ຈາກການຄົ້ນຄວ້າ ແລະ ປະສົບການຕົວຈິງຊີ້ບອກວ່າ “ ການຕີລາຄາຕົນເອງທີ່ຕໍ່ເນື່ອງ ແລະ ການຮັບຮູ້ກ່ຽວກັບຕົນເອງ ( Self – awareness ) ເປັນອົງປະກອບຕົ້ນຕໍເພື່ອຄວາມສຳເລັດໃນແວດລ້ອມການເຮັດວຽກ ທີ່ມີການປ່ຽນແປງຢ່າງວ່ອງໄວ ”. ດັ່ງນັ້ນ, ຮອບວຽນດຳເນີນການທົດລອງປະຕິບັດ ແລະ ປະເມີນຜົນທາງເລືອກນີ້ ໃຫ້ດຳເນີນຕໍ່ໄປເປັນແຕ່ລະປີ ( ຈາກປີເລີ່ມຕົ້ນໃນໄລຍະມັດທະຍົມຕົ້ນຈົນປີສຸດທ້າຍຂອງມັດທະຍົມປາຍ ) ຈຶ່ງສະຫຼຸບທາງເລືອກ ຈຶ່ງຈະເປັນຜົນການເລືອກເຂົ້າຮຽນຕໍ່ວິຊາສະເພາະ ຫຼື ປະກອບອາຊີບໃດໜຶ່ງສາກ່ອນ ແລ້ວອາດຈະໄປຮຽນຕໍ່ເອົາວິຊາສະເພາະໃນພາຍຫຼັງ. ນີ້ຈະເປັນການກ້າວເຂົ້າສູ່ບາດກ້າວ ທີ 2 ຂອງຂະບວນວິວັດການວາງແຜນພັດທະນາອາຊີບ ໃນກຸ່ມໄວໜຸ່ມກຽມເຮັດວຽກ ( ມີອາຊີບທີ່ເລືອກສັນ ) ຈະໄດ້ສະເໜີໃນພາກຕໍ່ໄປ.

ຂຽນໂດຍ: ປອ. ສະແຫວງກິດ ພົມມະຮັກ ( ທີ່ປຶກສາ ດ້ານພັດທະນາ ຂີດຄວາມສາມາດ )