ຍົກລະດັບນັກສຶກສາເຕັກນິກ ລາວ – ເຢຍລະມັນ ດ້ານໄຟຟ້າພະລັງງານນໍ້າ

41

ບໍລິສັດ ໄຟຟ້ານ້ຳເທີນ 2 ຮ່ວມກັບ ວິທະຍາໄລເຕັກນິກ ລາວ – ເຢຍລະມັນ ແລະ ລັດວິສາຫະກິດໄຟຟ້າລາວ ມະຫາຊົນ ໄດ້ຈັດກອງປະຊຸມສຳມະນາເພື່ອນຳສະເໜີຄວາມຮູ້ພື້ນຖານກ່ຽວກັບໄຟຟ້າພະລັງງານນໍ້າ ໃຫ້ແກ່ນັກສຶກສາຂະແໜງໄຟຟ້າຂອງວິທະຍາໄລ ຈຳນວນ 200 ຄົນ ເພື່ອເປັນການເພີ່ມຄວາມຮູ້ຄວາມເຂົ້າໃຈກ່ຽວກັບເຂື່ອນໄຟຟ້າພະລັງງານນ້ຳ, ການຄວບຄຸມການຜະລິດ ແລະ ທ່າແຮງບົ່ມຊ້ອນທາງດ້ານໄຟຟ້າພະລັງງານນໍ້າຢູ່ໃນປະເທດເຮົາ.

ງານສຳມະນາດັ່ງກ່າວມີຂຶ້ນໃນວັນທີ 17 ພຶດສະພາຜ່ານມາ ທີ່ວິທະຍາໄລເຕັກນິກ ລາວ – ເຢຍມັນ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ກຸແກ້ວ ພົມມະວົງສາ ຮອງຜູ້ອຳນວຍການວິທະຍາໄລເຕັກນິກ ລາວ – ເຢຍລະມັນ, ທ່ານ ນາງ ມາຣີ ເປີຕູໂຣ ຫົວໜ້າຝ່າຍບໍລິຫານຂອງບໍລິສັດ ໄຟຟ້ານ້ຳເທີນ 2, ທ່ານ    ຄຳຮຽວ ໂພທິລາດ ຮອງຫົວໜ້າຫ້ອງການຝ່າຍກໍ່ສ້າງເຂື່ອນຂອງລັດວິສາຫະກິດໄຟຟ້າລາວ ພ້ອມດ້ວຍວິທະຍາກອນຈາກພາກສ່ວນເຂື່ອນໄຟຟ້ານ້ຳເທີນ 2 ແລະ ພະນັກງານວິຊາການ, ຄູ – ອາຈານພ້ອມດ້ວຍນັກສຶກສາພາກວິຊາໄຟຟ້າເຂົ້າຮ່ວມ.

ອີງຕາມບົດບັນທຶກຄວາມເຂົ້າໃຈທີ່ໄດ້ເຊັນກັນສະບັບທຳອິດ ( 2015 – 2018 ) ແລະ ບົດບັນທຶກຄວາມເຂົ້າໃຈສະບັບຂະຫຍາຍ ( 2018 – 2021 ) ກ່ຽວກັບການພັດທະນາຊັບພະຍາກອນມະນຸດເພື່ອສະໜອງໃຫ້ແກ່ອຸດສາຫະກຳໄຟຟ້າພະລັງງານນ້ຳ ລະຫວ່າງ ບໍລິສັດ ໄຟຟ້ານ້ຳເທີນ 2 ແລະ ວິທະຍາໄລເຕັກນິກ ລາວ – ເຢຍລະມັນ. ການຈັດກອງປະຊຸມສຳມະນາຄັ້ງນີ້ແມ່ນແນໃສ່ເພື່ອຮັດແໜ້ນການຮ່ວມມືກັນລະຫວ່າງຜູ້ປະກອບການ ແລະ ສະຖາບັນການສຶກສາ ພ້ອມທັງເປັນການດຶງດູດຄວາມສົນໃຈຂອງນັກສຶກສາໃນດ້ານໄຟຟ້າພະລັງງານນ້ຳ ແລະ ໂອກາດທີ່ຈະມີວຽກເຮັດງານທຳຫຼັງຈາກທີ່ພວກເຂົາຮຽນຈົບ.

ກອງປະຊຸມສຳມະນາຄັ້ງນີ້ຈັດຂຶ້ນເປັນເວລາ 1 ວັນ, ມີນັກສຶກສາ ແລະ    ຄູ – ອາຈານ ຈຳນວນ 200 ກວ່າຄົນ ເຂົ້າຮ່ວມປຶກສາຫາລືກັນລະຫວ່າງວິທະຍາກອນ ແລະ ຜູ້ເຂົ້າຮ່ວມ ເພື່ອເຮັດໃຫ້ນັກສຶກສາໄດ້ມີໂອກາດຮຽນຮູ້ກ່ຽວກັບເງື່ອນໄຂຕ່າງໆທີ່ເປັນທ່າແຮງທາງດ້ານໄຟຟ້າພະລັງງານນ້ຳ, ສ່ວນປະກອບສຳຄັນຂອງເຂື່ອນໄຟຟ້າພະລັງງານນ້ຳ ແລະ ການຄວບຄຸມການຜະລິດໄຟຟ້າ ພ້ອມທັງກໍລະນີການສຶກສາຂອງໂຄງການນ້ຳເທີນ 2 ທີ່ໄດ້ນຳສະເໜີໂດຍພະນັກງານວິຊາການຂອງ ບໍລິສັດ ໄຟຟ້ານ້ຳເທີນ 2.

[ ຂ່າວ: ແກ້ວ; ຮູບ: ສຸກສະຫວັນ ]