ຕົກລົງເລື່ອນ! ງານວາງສະແດງ ຜະລິດຕະພັນລາວ ໄປທ້າຍເດືອນກໍລະກົດ

114

ຫຼາຍຄົນອາດຮູ້ແລ້ວວ່າ ງານວາງສະແດງສິນຄ້າຜະລິດຕະພັນລາວ ຫຼື Made in Laos ຖືກຢຸດທັນທີ ພາຍຫຼັງເກີດເຫດໄຟໄໝ້ສູນການຄ້າລາວ-ໄອເຕັກ ເຊິ່ງພໍ່ຄ້າຊາວຂາຍກຳລັງນຳເອົາສິນຄ້າໄປໄວ້ໃນຕຶກລາວ-ໄອເຕັກ (ຕຶກເກົ່າ) ເພື່ອລໍຖ້າພິທີເປີດງານຢ່າງເປັນທາງການ. ຫຼ້າສຸດ, ສະພາການຄ້າ ແລະອຸດສາຫະກຳແຫ່ງຊາດແຈ້ງວ່າ ງານວາງສະແດງຜະລິດຕະພັນລາວຈະຈັດຕັ້ງຂຶ້ນອີກພາຍໃນທ້າຍເດືອນກໍລະກົດທີ່ຈະມາເຖິງນີ້

 

ในภาพอาจจะมี สถานที่ในร่ม และสถานที่กลางแจ้ง

 

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ອອກແຈ້ງການເລື່ອນການຈັດງານວາງສະແດງ ຜະລິດຕະພັນລາວ MADE IN LAOS 2019 ຈາກວັນທີ 10 – 19 ພຶດສະພາ 2019 ມາເປັນ ວັນທີ 20-28 / 07 / 2019 ທີ່ ສູນການຄ້າລາວ-ໄອເຕັກ. (ຕືກເກົ່າ)

 

ในภาพอาจจะมี สถานที่ในร่ม

 

ໂດຍອີງຕາມ ສະພາບການຕົວຈິງຂອງສະຖານທີ່ຈັດງານວາງສະແດງສິນຄ້າ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຂໍອະໄພເປັນຢ່າງສູງຕໍ່ກັບເຫດການໄຟໄໝ້ ໃນວັນທີ 10 ພຶດສະພາ 2019 ທີ່ສູນການຄ້າລາວ – ໄອເຕັກ (ຕືກເກົ່າ), ເຊິ່ງສ້າງຄວາມບໍ່ສະດວກ ແລະ ຜົນກະທົບບໍ່ຫຼາຍກໍ່ນ້ອຍໃຫ້ແກ່ຜູ້ເຂົ້າຮ່ວມວາງສະແດງ. ເຫດການດັ່ງກ່າວເຮັດໃຫ້ສະຖານທີ່ມີຄວາມເສຍຫາຍບໍ່ສາມາດຈັດງານໄດ້. ດັ່ງນັ້ນ, ສູນການຄ້າລາວ-ໄອເຕັກ ຈະໄດ້ປີດເພື່ອປັບປຸງສ້ອມແປງໃຫ້ກັບມາໃຊ້ໄດ້ຄືເກົ່າ.

 

ในภาพอาจจะมี ผู้คนกำลังนั่ง, ตาราง และสถานที่ในร่ม

 

ສະນັ້ນ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ ລາວ ຈື່ງຂໍແຈ້ງການເພື່ອເລື່ອນການຈັດງານວາງສະແດງ ຜະລິດຕະພັນລາວ MADE IN LAOS 2019, ມາເປັນ ວັນທີ 20-28 ກໍລະກົດ 2019 ທີ່ ສູນການຄ້າລາວ-ໄອເຕັກ ( ຕືກເກົ່າ).