ທາງການຈີນ ເພິ່ມງົບ ກວ່າ 40 ພັນຕື້ກີບ ເພື່ອແກ້ໄຂຄວາມທຸກຍາກໃຫ້ໝົດໄປຈາກປະເທດ

59

ສຳນັກຂ່າວຊິນຫົວຂອງຈີນ ລາຍງານເມື່ອວັນຈັນ ທີ 20 ພຶດສະພາ ວ່າ ກະຊວງການເງິນຂອງຈີນເປີດເຜີຍການຈັດສັນປັນສ່ວນງົບປະມານກາງຂອງປະເທດໃຫ້ແກ່ກອງທຶນເພື່ອການບັນເທົາຄວາມທຸກຍາກ ອີກ 35.120 ລ້ານຢວນ (ປະມານ 44,13 ພັນຕື້ກີບ) ເຮັດໃຫ້ຍອດລວມເພິ່ມຂຶ້ນຕາມເປົ້າໝາຍ 1,26 ແສນລ້ານຢວນ (ປະມານ 158.460 ຕື້ກີບ )

ລາຍງານລະບຸວ່າ ກອງທຶນເພື່ອການບັນເທົາຄວາມທຸກຍາກ ເຊິ່ງລັດຖະບານກາງກໍາກັບດູແລໂດຍກົງ ໄດ້ປັບເພິ່ມຂຶ້ນ 18,85% ຈາກປີ 2018 ແລະ ເພິ່ມຂຶ້ນ 2 ໝື່ນລ້ານຢວນ (ປະມານ 25,13 ພັນຕື້ກີບ) ຕໍ່ປີ ມາເປັນປີທີ 4 ຕິດຕໍ່ກັນແລ້ວ.

ກະຊວງການເງິນ ກ່າວວ່າ ກອງທຶນເພື່ອການບັນເທົາຄວາມທຸກຍາກ ຈະຖືກນໍາໄປຊ່ວຍເຫຼືອພື້ນທີ່ປະສົບບັນຫາຄວາມທຸກຍາກຂາດແຄນຢ່າງໜັກ ແລະ ສະໜັບສະໜຸນການປະຕິບັດວຽກງານບັນເທົາຄວາມທຸກຍາກໃນພື້ນທີ່ນະຄອນຫຍຽນອັນ ອະດີດຖານທີ່ໝັ້ນການປະຕິວັດພັກຄອມມູນິດຈີນ.

ທັງນີ້ ຈີນມຸ່ງໝັ້ນຈະກໍາຈັດຄວາມທຸກຍາກຂັ້ນສູງສຸດ ພາຍໃນປີ 2020 ໂດຍປັດຈຸບັນ ທາງການຈີນເນັ້ນຊ່ວຍເຫຼືອປະຊາຊົນທີ່ມີຖານະຍາກຈົນທີ່ສຸດຂອງປະເທດ ທີ່ມັກອາໄສຢູ່ໃນເຂດພູເລິກ ແລະ ມີສະພາບແວດລ້ອມທາງທໍາມະຊາດທີ່ຮ້າຍແຮງລວມເຖິງມີໂຄງສ້າງພື້ນຖານຫຼ້າຫຼັງ.

ລາຍງານເສີມອີກວ່າ ງົບປະມານກາງຂອງປະເທດຍັງຖືກຈັດສັນປັນສ່ວນເພື່ອສະຫນັບສະຫນຸນພາກສ່ວນອື່ນໆຂອງການບັນເທົາຄວາມທຸກຍາກ ເຊັ່ນ: ດ້ານການສຶກສາ, ການດູແລສຸຂະພາບ ແລະ ປະກັນສັງຄົມ ໂດຍຈັດລໍາດັບຄວາມສໍາຄັນຢ່າງຖືກຕ້ອງເໝາະສົມອີກດ້ວຍ.

ຮູບຈາກສໍານັກຂ່າວຊິນຫົວ – ປະທານປະເທດສີ ຈິ້ນຜິງ ນັ່ງໂອ້ລົມກັບຊາວບ້ານລະຫວ່າງການເດີນທາງຢ້ຽມຢາມໝູ່ບ້ານ ໃນເຂດຊົນບົດທີ່ຫ່າງໄກຄວາມຈະເລີນຂອງມົນທົນຫູໜານ ທາງຈີນຕອນກາງ.

ຂໍ້ມູນຈາກ: China Xinhua News