ທ່ານຮອງນາຍົກກ່າວ ການສໍ້ລາດບັງຫຼວງເປັນໄພຂົ່ມຂູ່ໃຫຍ່ ຕ້ອງເຂັ້ມງວດຂຶ້ນຕື່ມເລີ່ມຈາກຜູ້ເຮັດວຽກກວດກາ

105

ຕ້ອງຍອມຮັບວ່າທຸກວັນນີ້ພັກ-ລັດຖະບານ ແມ່ນມີຄວາມລະອຽດເຂັ້ມງວດຂຶ້ນນັບມື້ ໃນການຕິດຕາມກວດກາການເຮັດວຽກເຄື່ອນໄຫວຂອງພະນັກງານ-ລັດຖະກອນທຸກຂະແໜງການ ທັງນີ້ກໍ່ເພື່ອຮັບປະກັນໃຫ້ຜູ້ທີ່ມາເຮັດວຽກໃນອົງການຈັດຕັ້ງພັກ-ລັດເປັນຄົນດີມີວິໄນ ແລະ ສາມາດເປັນທີ່ເພິ່ງໃຫ້ປະຊາຊົນໂດຍແທ້ຈິງ ທ່ານຮອງນາຍົກ ບຸນທອງ ຈິດມະນີກ່າວວ່າ “ການສໍ້ລາດບັງຫຼວງ ເປັນໄພຂົ່ມຂູ່ຕໍ່ສະຖຽນລະພາບຂອງການຈັດຕັ້ງ ແລະ ສະມາຊິກພັກ-ພະນັກງານ. ດ້ວຍເຫດນີ້ທຸກການຈັດຕັ້ງຂອງພັກ, ຂອງລັດຕ້ອງກຳແໜ້ນ ແລະ ປະຕິບັດກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ແລະ ນິຕິກຳອື່ນໆທີ່ປະກາດໃຊ້ນັ້ນ ດ້ວຍຄວາມຮັບຜິດຊອບສູງ, ເປັນເຈົ້າການ” ຜູ້ທີ່ເຮັດວຽກກວດກາ ຕ້ອງກຳແໜ້ນມະຕິ, ຄຳສັ່ງ, ລະບຽບກົດໝາຍ ເປັນຜູ້ທີ່ມີທັດສະນະຖືກຕ້ອງ, ເບິ່ງ ແລະ ພິຈາລະນາບັນຫາຕ່າງໆຢ່າງຮອບຄອບ, ພາວະວິໄສ, ແທດຕົວຈິງ, ກົງໄປກົງມາ ແລະ ທ່ຽງທຳ”.

ໃນໂອກາດເຂົ້າຮ່ວມໂອ້ລົມຕໍ່ກອງປະຊຸມສະຫຼຸບວຽກງານກວດກາປະຈໍາປີ 2018 ແລະ ວາງທິດທາງແຜນການປີ 2019 ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ທີ່ໄດ້ຈັດຂຶ້ນໃນວັນທີ 16 ພຶດສະພາ 2019 ຜ່ານມາ, ທ່ານ ບຸນທອງ ຈິດມະນີ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ເນັ້ນໜັກ 7 ບັນຫາ ຕໍ່ວຽກງານກວດກາຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ດັ່ງນີ້:

1) ບັນຫາພື້ນຖານແມ່ນພ້ອມກັນສືບຕໍ່ຄົ້ນຄວ້າ, ເຊື່ອມຊຶມ-ກຳແໜ້ນ ແລະ ຈັດຕັ້ງປະຕິບັດເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ບັນດາມະຕິ, ຂໍ້ກຳນົດ ແລະ ນິຕິກຳຕ່າງໆຂອງພັກ, ຂອງລັດກ່ຽວກັບວຽກງານກວດກາ; ເຊື່ອມຊຶມ ແລະ ຕັ້ງໜ້າຈັດຕັ້ງປະຕິບັດເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2018 ແລະ ມະຕິຂອງຄະນະພັກຂັ້ນຂອງຕົນ ໃຫ້ເຂົ້າສູ່ພາກປະຕິບັດຕົວຈິງ ຢ່າງມີປະສິດທິຜົນ.

2) ວຽກງານກວດກາພັກ, ໃຫ້ເອົາໃຈໃສ່ຕິດຕາມ-ກວດກາ ການຈັດຕັ້ງປະຕິບັດບັນດາຄາດໝາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ອົງຄະນະພັກຂັ້ນຕົນວາງອອກ, ການປະຕິບັດມະຕິກົມການເມືອງສູນກາງພັກ ກ່ຽວກັບວຽກງານ 3 ສ້າງ, ບັນດາມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ, ການປະຕິບັດໜ້າທີ່ ແລະ ແບບແຜນວິທີເຮັດວຽກຂອງຄະນະພັກ, ສະມາຊິກພັກ, ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການຂະຫຍາຍພັກ, ການກະກຽມດຳເນີນກອງປະຊຸມໃຫຍ່ໜ່ວຍພັກ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ອົງຄະນະພັກກະຊວງ ຄັ້ງທີ II ໃຫ້ເປັນປົກກະຕິ ແລະ ແທດເຖິງກວ່າເກົ່າ.

3) ວຽກງານກວດກາລັດ, ໃຫ້ສຸມໃສ່ຕິດຕາມ, ກວດກາການປະຕິບັດພາລະບົດບາດ, ໜ້າທີ່ຂອງແຕ່ລະພາກສ່ວນໃນຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ; ການປະຕິບັດມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດໝາຍ ແລະ ລະບຽບການຕ່າງໆທີ່ລັດປະກາດໃຊ້; ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 8 ກໍຄືແຜນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ.

4) ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ເປັນວຽກງານໜຶ່ງທີ່ພວກເຮົາຕ້ອງໄດ້ເອົາໃຈໃສ່ ເພາະບັນຫານີ້ເປັນໄພຂົ່ມຂູ່ຕໍ່ສະຖຽນລະພາບຂອງການຈັດຕັ້ງ ແລະ ສະມາຊິກພັກ-ພະນັກງານ. ດ້ວຍເຫດນີ້ທຸກການຈັດຕັ້ງຂອງພັກ, ຂອງລັດ, ການຈັດຕັ້ງສັງຄົມ ແລະ ສະມາຊິກພັກ, ພະນັກງານຕ້ອງກຳແໜ້ນ ແລະ ປະຕິບັດກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ແລະ ນິຕິກຳອື່ນໆທີ່ປະກາດໃຊ້ນັ້ນ ດ້ວຍຄວາມຮັບຜິດຊອບສູງ, ເປັນເຈົ້າການຕ້ານ ແລະ ສະກັດກັ້ນສິ່ງຫຍໍ້ທໍ້ຕ່າງໆຢ່າງເຂັ້ມງວດ.

5) ກ່ຽວກັບການຄົ້ນຄວ້າແກ້ໄຂຄຳຮ້ອງ-ຄຳສະເໜີ ຂອງພະນັກງານ, ສະມາຊິກພັກ ແລະ ຂອງພົນລະເມືອງ ອັນນີ້ກໍເປັນວຽກໜຶ່ງທີ່ພວກເຮົາບໍ່ຄວນຖືເບົາ, ອັນສໍາຄັນແມ່ນຕ້ອງສ້າງເງື່ອນໄຂ ໃຫ້ສະມາຊິກພັກ-ພະນັກງານ ແລະ ພົນລະເມືອງ ໄດ້ສົ່ງຄຳຮ້ອງ ແລະ ຄຳສະເໜີ ຂອງຕົນໄປເຖິງການຈັດຕັ້ງ ແລະ ບຸກຄົນທີ່ກ່ຽວຂ້ອງ; ສ້າງເງື່ອນໄຂໃຫ້ມະຫາຊົນເຂົ້າພົບ ແລະ ກະຈ່າງແຈ້ງບັນຫາຕ່າງໆ ທີ່ເຂົາເຈົ້າສົນໃຈ; ການຄົ້ນຄວ້າແກ້ໄຂຄຳຮ້ອງ-ຄຳສະເໜີ ຕ້ອງພາວະວິໄສ, ແທດກັບຕົວຈິງ, ຮອບຄອບ, ຊັດເຈນ ແລະ ແກ້ໄຂຖືກຕ້ອງຕາມຄວາມເປັນຈິງ.

6) ຕ້ອງເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ແລະ ກໍ່ສ້າງພະນັກງານກວດກາແຕ່ລະຂັ້ນໃຫ້ຕອບສະໜອງກັບໜ້າທີ່ການເມືອງໃນໄລຍະໃໝ່ ໂດຍຈັດຕັ້ງເປັນພະແນກ, ໜ່ວຍງານ ຫຼື ຜູ້ຮັບຜິດຊອບວຽກງານກວດກາ ສັງກັດຢູ່ແຕ່ລະການຈັດຕັ້ງຕາມຄວາມເໝາະສົມ ແລະ ບຳລຸງສ້າງເຂົາເຈົ້າ ໃຫ້ຮັບປະກັນທາງດ້ານຈຳນວນ, ຄຸນນະພາບ ສາມາດເຮັດບົດບາດເປັນເສນາທິການໃຫ້ຄະນະພັກ, ຄະນະນຳຂອງກະຊວງ. ອີກອັນໜຶ່ງທີ່ສຳຄັນຜູ້ທີ່ເຮັດວຽກກວດກາ ຕ້ອງກຳແໜ້ນມະຕິ, ຄຳສັ່ງ, ລະບຽບກົດໝາຍ ເປັນຜູ້ທີ່ມີທັດສະນະຖືກຕ້ອງ, ເບິ່ງ ແລະ ພິຈາລະນາບັນຫາຕ່າງໆຢ່າງຮອບຄອບ, ພາວະວິໄສ, ແທດຕົວຈິງ, ກົງໄປກົງມາ ແລະ ທ່ຽງທຳ.

7) ເພີ່ມທະວີການນໍາພາຂອງຄະນະພັກ, ອົງການປົກຄອງທຸກຂັ້ນ ຕໍ່ວຽກງານກວດກາພັກ, ວຽກງານກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ດ້ວຍຫຼາຍວິທີໂດຍຖືເອົາການຕິດຕາມ, ກວດກາເປັນປົກກະຕິແຕ່ຫົວທີ ເປັນວິທີການຕົ້ນຕໍຂອງການກວດກາ, ບັນຫາທີ່ເກີດຂຶ້ນຢູ່ບ່ອນໃດແມ່ນຄະນະພັກ ແລະ ອົງການປົກຄອງຢູ່ບ່ອນນັ້ນ ເປັນຜູ້ຮັບຜິດຊອບ; ເມື່ອກວດກາແລ້ວຕ້ອງແກ້ໄຂຜົນຂອງການກວດກາຢ່າງເດັດຂາດ-ເຂັ້ມງວດ ແລະ ທັນເວລາ.