ທົ່ວທຸກພາກອາກາດຮ້ອນ, ສ່ວນນະຄອນຫຼວງວຽງຈັນ ອຸນຫະພູມສູງ 38 ອົງສາ

88

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານພະຍາກອນອາກາດປະຈໍາວັນທີ 20 ພຶດສະພາ 2019ວ່າ: ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກ – ຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່. ເຊິ່ງຈະເຮັດໃຫ້ອາກາດຍັງຈະສືບຕໍ່ຮ້ອນຢູ່ຕື່ມອີກ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ພາກກາງ ແລະ ພາກໃຕ້.

ในภาพอาจจะมี เมฆ, ท้องฟ้า, สถานที่กลางแจ้ง และธรรมชาติ

 

ພາກເໜືອດ້ານຕາເວັນອອກ: ອາກາດຮ້ອນ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງ ຫົວພັນ ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 20-36 ອົງສາ.

 

ไม่มีคำอธิบายรูปภาพ

 

ພາກເໜືອດ້ານຕາເວັນຕົກ: ອາກາດຍັງຮ້ອນ ຫາ ຮ້ອນເອົ້າ ແລະ ຈະມີຝົນຕົກຟ້າຮ້ອງ ໃນລະດັບຄ່ອຍເປັນບາງໂອກາດ ຢູ່ບາງທ້ອງຖິ່ນແຂວງ ໄຊຍະບູລີ. ອຸນະພູມໃນລະຫວ່າງ 25-42 ອົງສາ.

 

ไม่มีคำอธิบายรูปภาพ

 

ພາກກາງ: ອາກາດຮ້ອນຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຮ້ອງ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 24-38 ອົງສາ. ສະເພາະແຂວງໄຊສົມບູນ ອາກາດຮ້ອນ. ອຸນຫະພູມໃນລະຫວ່າງ 19-30 ອົງສາ.

 

ไม่มีคำอธิบายรูปภาพ

 

ສະເພາະນະຄອນຫຼວງວຽງຈັນ: ອາກາດຍັງສືບຕໍ່ຮ້ອນ ພ້ອມຈະມີລົມພັດແຮງເປັນບາງໂອກາດ ຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 29-38 ອົງສາ.

ไม่มีคำอธิบายรูปภาพ

 

     ພາກໃຕ້: ອາກາດຮ້ອນ ແລະ ຍັງຈະມືຝົນຕົກ, ຟ້າຮ້ອງ ໃນລະດັບຄ່ອຍເປັນບາງໂອກາດ ຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 24-37 ອົງສາ.

     ສຳລັບພູພຽງບໍລິເວນ: ອາກາດເຢັນໃນຕອນເຊົ້າ ແລະ ໃນຕອນບ່າຍອາກາດຍັງຮ້ອນ. ອຖນຫະພູມໃນລະຫວ່າງ 16-29 ອົງສາ.

 

ไม่มีคำอธิบายรูปภาพ

 

 

ຂໍ້ມູນ: ກົມອຸຕຸນິຍົມ ແລະ ອຸທົກກະສາດ