ທົ່ວປະເທດເກັບກ່ຽວເຂົ້ານາແຊງໃກ້ສໍາເລັດ

57

ຊາວກະສິກອນໃນທົ່ວປະເທດພວມຂຸ້ນຂ້ຽວເກັບກ່ຽວຜົນຜະລິດເຂົ້ານາແຊງ, ມາຮອດປັດຈຸບັນສໍາເລັດແລ້ວ 84.931 ເຮັກຕາ ເທົ່າກັບ 96% ຂອງເນື້ອທີ່ປັກດໍາທັງໝົດ. ໃນນັ້ນ, ບາງເຂດແມ່ນເກັບກ່ຽວສໍາເລັດແລ້ວ ເປັນຕົ້ນແມ່ນເຂດພາກກາງ ຄື: ນະຄອນຫຼວງວຽງຈັນ, ຄໍາມ່ວນ ແລະ ສະຫວັນນະເຂດ; ສ່ວນເຂດພາກເໜືອ ແລະ ພາກໃຕ້ຍັງສືບຕໍ່ເກັບກ່ຽວຢູ່.

ອີງຕາມບົດສະຫຼຸບປະຈໍາເດືອນພຶດສະພາ ຂອງກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ປັດຈຸບັນຊາວກະສິກອນໃນທົ່ວປະເທດ ເກັບກ່ຽວເຂົ້ານາແຊງສໍາເລັດແລ້ວ 96%, ດ້ານການປູກພືດລະດູແລ້ງຊາວກະສິກອນໄດ້ປູກພືດ ຊະນິດຕ່າງໆໄດ້ແລ້ວ 153.060 ເຮັກຕາ ເທົ່າກັບ 83% ຂອງແຜນການ 185.000 ເຮັກຕາ, ພືດທີ່ປູກຫຼາຍກວ່າໝູ່ແມ່ນສາລີອາຫານສັດ, ສາລີຫວານ, ມັນຕົ້ນ, ຢາສູບ, ອ້ອຍ, ຖົ່ວດິນ ແລະ ເຜືອກມັນຕ່າງໆ. ໃນນັ້ນ, ແຂວງທີ່ປູກພືດຫຼາຍກວ່າໝູ່ແມ່ນເຂດພາກກາງ ປະຕິບັດໄດ້ 65.635 ເຮັກຕາ, ພາກເໜືອ 58.483 ເຮັກຕາ ແລະ ພາກໃຕ້ 28.942 ເຮັກຕາ. ສໍາລັບພືດຜັກແມ່ນເກັບກູ້ໄດ້ຫຼາຍຮອບແລ້ວ ເປັນຕົ້ນແມ່ນ: ໝາກຖົ່ວ, ຜັກສະຫຼັດ, ຜັກຫອມ, ຜັກບົ່ວ, ຜັກກາດ, ຫອມລາບ, ຜັກບົ້ງ ແລະ ອື່ນໆ.

ດ້ານການດໍາເນີນງານຜະລິດເປັນສິນຄ້າ, ຜົນຜະລິດກະສິກໍາທີ່ເປັນສິນຄ້າສົ່ງອອກພືດ ແລະ ຜະລິດຕະພັນພືດ ທັງໝົດ 20.526 ໂຕນ ມູນຄ່າ 6 ລ້ານກວ່າໂດລາສະຫະລັດ ເຊິ່ງສິນຄ້າມີກາເຟ, ໝາກກ້ວຍ, ມັນຕົ້ນ; ສ່ວນການນໍາເຂົ້າມີທັງໝົດ 15.152 ໂຕນ ມູນຄ່າ 7 ແສນກວ່າໂດລາສະຫະລັດ ສິນຄ້ານຳເຂົ້າສ່ວນຫຼາຍແມ່ນກາກສາລີ, ກາກຖົ່ວເຫຼືອງ, ເມັດຖົ່ວເຫຼືອງ ແລະ ພືດຜັກລວມ; ດ້ານໜ່ວຍງານລ້ຽງສັດ ແລະ ການປະມົງ ມີສັດທີ່ຖືກຂ້າຈໍາໜ່າຍທັງໝົດ 187.450 ໂຕ. ໃນນັ້ນ, ມີຄວາຍ 15.471 ໂຕ, ງົວ 21.353 ໂຕ, ໝູ 139.524 ໂຕ, ແບ້ 11.102 ໂຕ, ສ່ວນສັດປີກ 1 ລ້ານກວ່າໂຕ. ນອກຈາກນີ້, ກໍມີການສົ່ງສັດຂາຍອອກຕ່າງປະເທດ ທັງໝົດ 1.634 ໂຕ. ໃນນັ້ນ, ມີ ຄວາຍ 143 ໂຕ, ງົວ 730 ໂຕ, ໝູ 146 ໂຕ, ແບ້ 60 ໂຕ, ສ່ວນສັດປີກ 555 ໂຕ.

ສ່ວນວຽກງານຊົນລະປະທານ ປັດຈຸບັນສໍາເລັດການສ້າງຄູປ້ອງກັນນໍ້າຖ້ວມສະເພາະນະຄອນຫຼວງວຽງຈັນ ປະຕິບັດໄດ້ 100%, ສ່ວນຄວາມຄືບໜ້າການກໍ່ສ້າງຊົນລະປະທານ 4 ໂຄງການ ຄື: ດົງຄວາຍ 1, ດົງຄວາຍ 2, ໝາກຮຽວ ແລະ ນາລ້ອງ ປັດຈຸບັນສໍາເລັດແລ້ວ 97,6%, ສ່ວນອີກ 5 ໂຄງການທີ່ກໍາລັງສ້ອມແປງໃນ 2 ເມືອງຂອງແຂວງອັດຕະປື ຄື: ເມືອງສາມັກຄີໄຊ 2 ໂຄງການ ແລະ ເມືອງໄຊເສດຖາ 3 ໂຄງການ ມູນຄ່າ 2,7 ຕື້ກີບ ປັດຈຸບັນສໍາເລັດແລ້ວ 90%.

( ຂ່າວ: ເອຢິບ, ຮູບ: ສຸກສະຫວັນ )