ບາດເຈັບ 17 ຄົນ! ເຫດວາງລະເບີດລົດເມນັກທ່ອງທ່ຽວ ໃນອີຢິບ

58

ເກີດເຫດວາງລະເບີດ ໂດຍຜູ້ກໍ່ເຫດເຊື່ອງລະເບີດໄວ້ຂ້າງທາງ ເປົ້າໝາຍເປັນລົດເມນັກທ່ອງທ່ຽວຕ່າງຊາດ ໂດຍຈຸດເກີດເຫດຢູ່ໃກ້ກັບພິພິຕະພັນແຫ່ງໃໝ່ ທີ່ກຳລັງຢູ່ລະຫວ່າງການກໍ່ສ້າງໃກ້ກັບພິຣາມິດ ກິຊ່າຂອງອີຢິບ ສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບ 17 ຄົນ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໄຄໂຣ ປະເທດອີຢິບ ເມື່ອວັນອາທິດ ທີ 19 ພຶດສະພາ ວ່າ ແຫຼ່ງຂ່າວຝ່າຍຄວາມໝັ້ນຄົງຂອງອີຢິບ ເປີດເຜີຍວ່າ ເກີດເຫດລະເບີດໂດຍຄົນຮ້າຍເຊື່ອງລະເບີດໄວ້ຂ້າງທາງເພື່ອໂຈມຕີເປົ້າໝາຍລົດເມໂດຍສານນັກທ່ອງທ່ຽວຕ່າງຊາດ ສົ່ງຜົນໃຫ້ລົດເມຄັນໜຶ່ງໄດ້ຮັບຄວາມເສຍຫາຍ ເຫດເກີດເມື່ອວັນອາທິດ ທີ 19 ພຶດສະພາ ຈຸດເກີດເຫດຢູ່ໃກ້ກັບພິພິຕະພັນແຫ່ງໃໝ່ທີ່ກໍາລັງຢູ່ລະຫວ່າງການກໍ່ສ້າງໃກ້ກັບພີຣາມິດ ກິຊ່າ ສົ່ງຜົນໃຫ້ມີນັກທ່ອງທ່ຽວຕ່າງຊາດໄດ້ຮັບບາດເຈັບໄປຢ່າງໜ້ອຍ 17 ຄົນ ໃນຈໍານວນນີ້ ມີຊາວອາຟຣິກາໃຕ້ລວມຢູ່ນຳ ແຕ່ບໍ່ມີລາຍງານຜູ້ເສຍຊີວິດ.

ในภาพอาจจะมี ท้องฟ้า และสถานที่กลางแจ้ง

ຮູບພາບທີ່ເຜີຍແຜ່ຂ່າວສານທາງອອນໄລນ໌ສະແດງໃຫ້ເຫັນລົດເມຄັນໜຶ່ງປະຕູປ່ອງຢ້ຽມທີ່ເປັນແກ້ວແຕກກະຈາຍ ເສດຊິ້ນສ່ວນກະຈາຍໄປທົ່ວຫົນທາງ ແລະ ກໍາແພງຂ້າງທາງແຕກເປັນຮູ.

ເມື່ອເດືອນທັນວາ ປີຜ່ານມາ ມີນັກທ່ອງທ່ຽວຊາວຫວຽດນາມ ເສຍຊີວິດ 3 ຄົນ ແລະ ໄກ້ນໍານັກທ່ອງທ່ຽວຂອງອີຢິບເສຍຊີວິດອີກ 1 ຄົນ ແລະ ບາດເຈັບອີກ 10 ຄົນ ຈາກເຫດລະເບີດທີ່ຄົນຮ້າຍເຊື່ອງລະເບີດໄວ້ຂ້າງທາງ ການໂຈມຕີລົດເມນັກທ່ອງທ່ຽວຫ່າງຈາກພີຣາມິດ ກິຊ່າ ພຽງ 4 ກິໂລແມັດ ເທົ່ານັ້ນ.