ປະກາດເມືອງງາ ເປັນເມືອງສຸດທ້າຍ ທີ່ຈົບຊັ້ນມັດທະຍົມສຶກສາຕອນຕົ້ນບໍາລຸງ

58

ຂະແໜງການສຶກສາ ເປັນບູລິມະສິດຫຼັກທີ່ສຳຄັນຂອງລັດຖະບານ ເຊິ່ງໄລຍະຜ່ານມາ ກະຊວງສຶກສາທິການ ແລະ ກິລາ ໄດ້ມີຄວາມເອົາໃຈໃສ່ສົ່ງເສີມການສຶກສາດ້ວຍຫຼາຍຮູບແບບໃຫ້ປະຊາຊົນທຸກກຸ່ມຄົນໄດ້ເຂົ້າເຖິງການສຶກສາ ຜູ້ທີ່ກາຍເກນອາຍຸເຂົ້າຮຽນແລ້ວກໍ່ໃຫ້ໄດ້ຮຽນຫຼັກສູດບຳລຸງ ເພື່ອຮັບປະກັນການອ່ານໄດ້ຂຽນເປັນ ແລະ ສາມາດໄປສຶກສາຮ່ຳຮຽນວິຊາຊີບໄດ້.

 

ສະເພາະແຂວງ ອຸດົມໄຊ ກໍ່ມີຄວາມພະຍາຍາມສູ້ຊົນຂະຫຍາຍຕາໜ່າງການສຶກສາໄປສູ່ເຂດຫ່າງໄກສອກຫຼີກ ໃນນັ້ນມີຫຼາຍເມືອງກໍ່ປະກາດເປັນເມືອງຈົບຊັ້ນມັດທະຍົມສຶກສາຕອນຕົ້ນບຳລຸງແລ້ວ.

 

 

ຫຼ້າສຸດ, ໃນວັນທີ 17 ພຶດສະພາ 2019, ຜ່ານມາ ເມືອງງາ ແຂວງອຸດົມໄຊ ໄດ້ຈັດພິທີປະກາດຈົບຊັ້ນມັດທະຍົມສຶກສາຕອນຕົ້ນບຳລຸງທົ່ວເມືອງ, ເປັນກຽດເຂົ້າຮ່ວມມີທ່ານ ຄຳຜາຍ ສີສະຫວັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງໆ ອຸດົມໄຊ, ມີທ່ານເຈົ້າເມືອງໆງາ, ມີຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 

 

 

ເມືອງງາ ເປັນເມືອງສຸດທ້າຍຂອງແຂວງອຸດົມໄຊທີ່ປະກາດເປັນເມືອງຈົບຊັ້ນມັດທະຍົມສຶກສາຕອນຕົ້ນບຳລຸງໄດ້ສຳເລັດ, ພາຍຫຼັງປະກາດຈົບຊັ້ນມັດທະຍົມຕອນຕົ້ນບຳລຸງເມືອງງາແລ້ວ ທາງແຂວງອຸດົມໄຊ ກໍຈະໄດ້ກະກຽມການປະກາດ ທົ່ວແຂວງອຸດົມໄຊ ເປັນແຂວງທີ່ສາມາດຈົບຊັ້ນມັດທະຍົມຕອນຕົ້ນສຶກສາບຳລຸງ ໃນມໍ່ໆນີ້.